ຂ່າວສານ

ນັກສິລະປະ, ນັກສະແດງ 200 ຄົນ ເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ ຢູ່ ໂຮ້ຍອານ

ງານມະໂຫລານດັ່ງກ່າວ ນອນຢູ່ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງ ອາຊຽນ ຄົບ ຮອບ 55 ປີ (08 ສິງຫາ 1967 - 08 ສິງຫາ 2022).
  (ພາບປະກອບ: TTXVN)  

ງານມະໂຫລານດົນຕີອາຊຽນ 2022 ຈະຖືກຈັດຂຶ້ນນັບແຕ່ວັນທີ 19 ຫາ 24 ທັນວາ, ຢູ່ນະຄອນໂຮ້ຍອານ, ແຂວງກວາງນາມ, ງານມະໂຫລານດັ່ງກ່າວ ນອນຢູ່ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງ ອາຊຽນ ຄົບ ຮອບ 55 ປີ (08 ສິງຫາ 1967 - 08 ສິງຫາ 2022), ພ້ອມທັງປະກອບສ່ວນເຮັດໃຫ້ການເຄື່ອນໄຫວໃນຂອບເຂດການປິດປີທ່ອງທ່ຽວແຫ່ງຊາດ - ກວາງນາມ 2022 ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນມາທ່ຽວຢູ່ກວາງນາມ.

ງານມະໂຫລານດົນຕີ ໄດ້ດຶງດູດນັກສິລະປະ, ນັກສະແດງຫຼາຍກວ່າ 200 ຄົນ ທີ່ມາຈາກກອງສິລະປະກອນຢູ່ພາຍໃນປະເທດ ແລະ ຕ່າງປະເທດເຂົ້າຮ່ວມ. ງານມະໂຫລານດົນຕີຄັ້ງນີ້ ແມ່ນເຫດການວັດທະນະທຳ ເພື່ອຊຸກຍູ້ການພົວພັນຮ່ວມມືໃນຂົງເຂດວັດທະນະທຳສິລະປະລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ; ເຕົ້າໂຮມເອົາບັນດາກອງສິລະປະກອນດີເດັ່ນ ທີ່ມາຈາກບັນດາປະເທດໃນກຸ່ມອາຊຽນ. ການເຄື່ອນໄຫວກໍ່ແມ່ນການເຊື່ອມຕໍ່ ເພື່ອໃຫ້ປະຊາຊົນບັນດາປະເທດພາຍໃນພາກພື້ນໄດ້ເພີ່ມຄວາມເຂົ້ນໃຈ, ຄວາມຜູກພັນ, ສາມັກຄີ, ປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບພັດທະນາ, ວັດທະນາຖາວອນ.


top