ພາບຊີວິດ

ນັກສຳຫຼວດຖໍ້າ ຕ້ານາມລອງ

ຮອຍຕີນຂອງທ່ານ ຕ້ານາມລອງ ຖືກໝາຍໄວ້ ຢູ່ໃນຖຳ້ ຫຼາຍແຫ່ງ ແຕ່ ຕອນດິນເໜືອສຸດຂອງປະເທດ ຄືເມືອງ ມ໋ອງກ໋າຍ (ແຂວງ ຮ່າ ຢາງ) ເຖິງແຫຼມ ກ່າເມົາ (ແຂວງ ກ່າເມົາ), ຈຸດໃຕ້ສຸດ ຂອງ ປະເທດຊາດ. ເຖິງປັດຈຸບັນ, ທ່ານ ລອງ ໄດ້ ພິຊິດ ຖຳ້ໃຫຍ່ ແລະ ມີ ຄວາມເລິກລັບ 30 ແຫ່ງ ຂອງ ຫວຽດນາມ, ໃນນັ້ນ ມີຖຳ້ ຫຼາຍແຫ່ງ ບໍ່ມີຄົນ ສາມາດ ມາເຖິງເຊັ່ນ: ຖຳ້ ຢົກນ໋ານ, ຖຳ້ ເດ້ຍງຸກ , ຖຳ້ ອອງ ແລະ ຖຳ້ ອີກຫຼາຍແຫ່ງ. 
ກຳເນີດຈາກຄອບຄົວ ຢູ່ ຮ່າໂນ້ຍ ມີມູນເຊື້ອອາຊີບເປັນແພດ, ເຄີຍ ເສັງຈົບໄດ້ທີໜຶ່ງ ຂະແໜງການແພດພື້ນເມືອງ, ມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ, ແຕ່ ເມື່ອ ຮຽນຈົບ ທ່ານ ລອງ ພັດມາເຮັດວຽກ ໃນຂະແໜງການເຕັກໂນໂລຊີ ແລະ ມີຄວາມນິຍົມ, ຄວາມຫຼົງໄຫຼ ທັງໝົດຂອງຕົນໃຫ້ ແກ່ການ ສຳຫຼວດຖຳ້. ດ້ວຍຄວາມສາມາດ ນຳໃຊ້ພາສາອັງກິດ ທີ່ຊຳນານ, ທ່ານ ລອງ ໄດ້ອ່ານ ຂໍ້ມູນຂ່າວສານຢູ່ ເທິງ ອິນເຕີເນັດ ແລະ ເຊື່ອມ ຕໍ່ ກັບ ບັນດາສະມາຄົມຖຳ້ຂອງ ສາກົນ ດ້ວຍຕົນເອງ ເພື່ອການ ຊອກຮູ້ ບົດຮຽນ ແລະ ຄວາມສາມາດ ດ້ານການຄົ້ນ ພົບຖຳ້ຂອງ ເຂົາເຈົ້າ. ໂດຍເຄີຍຮຽນຜ່ານຂະແໜງແພດສາດ, ທ່ານ ລອງໄດ້ ເອົາໃຈໃສ່ເຝິກຝົນສາສຸຂະພາບ ເໝືອນດັ່ງ ນັກລອຍນຳ້ ເພື່ອສາ ມາດລອຍຜ່ານໜອງນຳ້ ໃນສະພາບອາກາດ ທີ່ ເຢັນຈັດ ຫຼື ຂ້າມ ຜ່ານນຳ້ຕົກຕາດ ທີ່ໄຫຼແຮງ ເພື່ອໄປເຖິງສຸດທ້າຍຂອງຖຳ້. ບໍ່ພຽງ ແຕ່ເທົ່ານັ້ນ, ທ່ານ ລອງ ຍັງສາມາດປິ່ນປົວຂັ້ນຕົ້ນ ໃຫ້ແກ່ຕົນເອງ ແລະ ເພື່ອນຮ່ວມງານ ໃນກໍລະນີປະສົບອຸບັດເຫດໂດຍບັງເອີນ ບົນເສັ້ນທາງເດີນ.

ຈາກປະສົບການເປັນນັກທ່ອງທ່ຽວອິດສະຫຼະຄົນໜຶ່ງ ທີ່ເຄີຍໄປ ທົ່ວທຸກຫົນແຫ່ງຂອງປະເທດຊາດ ແລ້ວ ກາຍເປັນນັກສຳຫຼວດຖຳ້, ທ່ານ ລອງ ໄດ້ຖ່າຍທອດແຮງບັນດານໃຈ ເຖິງເພື່ອນຊາວໜຸ່ມກວ່າ 4000 ຄົນ ທີ່ມີຄວາມມັກຮັກ ກ່ຽວກັບຂົງເຂດນີ້ ແລະ ສ້າງ ຕັ້ງສະ ມາຄົມສຳຫຼວດຖຳ້ ຫວຽດນາມ. ນີ້ແມ່ນອົງການ ທີ່ໄດ້ຮັບການສ້າງ ຕັ້ງດ້ວຍຄວາມສະໝັກໃຈ ແລະ ບ່ໍຫວັງຜົນກຳໄລ. ຢູ່ທີ່ນີ້, ບັນດາ ສະມາຊິກໃຫ້ການສຶກສາດ້ວຍຕົນເອງ, ພ້ອມແບ່ງປັນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມກັນເປັນອັນໜຶ່ງດຽວ ເພື່ອສາ ມາດປະຕິບັດ ບັນດາຄັ້ງ ໄປສຳຫຼວດຖ້ຳ ເປັນເວລາ ຫຼາຍມື້ລຽນ ຕິດ.



 ທ່ານ ຕ້ານາມລອງ ແລະ ຊຸດເຄື່ອງປ້ອງກັນ ຊຶ່ງໄດ້ນຳໃຊ້ໃນເວລາ ໄປສຳຫຼວດຖຳ້ ຢູ່ ຫວຽດນາມ. ພາບ: ເຈິ່ນແທງຢາງ


ທ່ານ ຕ້ານນາມລອງ ໃນຂະນະທີ່ຫາກໍໄດ້ກູ້ຊີບ ຫຼັງຈາກ ນອນຟັກຟື້ນ ເປັນເວລາ 2 ມື້ ຢູ່ໃນຖຳ້ ກົ໋ງເນືອກ, ແຂວງ ລາຍເຈົາ,
ບ່ອນທີ່ໄດ້ຖືວ່າມີຄວາມເລິກສຸດ ຫວຽດນາມ. ພາບ: ເອກະສານ



ບັນດາຮອຍບາດແຜ ຢູ່ເທິງມື ຂອງທ່ານ ຕ້ານາມລອງ ຫຼັງຈາກ ຫຼາຍຄັ້ງເດີນທາງໄປສຳຫຼວດຖຳ້. ພາບ: ເຈິ່ນແທງຢາງ

ພ້ອມກັບສະມາຄົມສຳຫຼວດຖ້ຳ ຫວຽດນາມ, ທ່ານ ລອງ ໄດ້ໄປເຖິງ ຖຳ້ ຊ໋ວຍກ້ານ, ແຂວງ ແທງຮ໋ວາ. ທ່ານ ລອງ ໄດ້ຜ່ານຫຼາຍສັນພູ, ເຂົ້າເບື້ອງໜ່ຶງ ແລະ ອອກອີກທາງໜຶ່ງ ຊຶ່ງ ຫ່າງຈາກນັ້ນເກືອບ 15 ກິໂລແມັດ. ທ່ານ ລອງ ໄດ້ພ້ອມກັບເພື່ອນ 4 ຄົນ ເຄີຍ ປະສົບຜົນ ສຳເລັດໃນການສຳຫຼວດ 9 ຊັ້ນຖຳ້ ເດ້ຍງຸກ (ນາລົກສະຫວັນ) ຢູ່ແຂວງ ຮ່າຢາງ ໃນ ຄວາມອຶດຫີວ, ຄວາມໜາວ ແລະ ແຊ່ ຕົວໃນໜອງ ນຳ້ເລິກ ເປັນ ເວລາ 36 ຊົ່ວໂມງ. ທ່ານ ລອງ ກໍໄດ້ສຳຫຼວດ ແລະ ພິຊິດ ຖຳ້ ຫຸດ, ແຂວງ ເຊີນລາ ຊຶ່ງເປັນຖໍ້າ ທີ່ທາງເຂົ້າ-ອອກ ມີ ນຳ້ໄຫຼຢ່າງແຮງ, ເຄີຍດູດເຮືອນ ຂອງ ປະຊາຊົນນັບຫຼາຍສິບ ຫຼັງເຂົ້າໃນຖຳ້. ນີ້ກໍ ແມ່ນບ່ອນ ມີ ນັກສຳຫຼວດຊາວຕ່າງປະເທດ ເຄີຍ ຫຼົງທາງ ເປັນເວລາ 4 ມື້ ຈຶ່ງອອກຈາກຖຳ້ໄດ້.

ເມື່ອປີ 2016, ທ່ານລອງ ພ້ອມກັບເພື່ອນກຸ່ມໜຶ່ງ ໄດ້ປະຕິບັດການ ສຳຫຼວດ ຖຳ້ ກົ໋ງເນືອກ, ມີຄວາມເລິກ -600 ແມັດ ຕາມລວງຕັ້ງ, ລວມ 14 ຊັ້ນ ຊຶ່ງຕັ້ງຢູ່ບ້ານ ຈູຊາຍຟີ່ນ, ຕາແສງ ລ໊ານຍີ່ທ່າງ, ເມືອງ ຟອງໂຖ, ແຂວງ ລາຍເຈົາ. ນັກສຳຫຼວດ ຊາວແບນຊິກ ໄດ້ ພິຊິດ ຖໍ້າແຫ່ງນີ້ເມື່ອປີ 2002. ຖຳ້ ກົ໋ງເນືອກ ໄດ້ຕີລາຄາວ່າເປັນ ຖ້ຳ ມີຄວາມເລິກສຸດ ຫວຽດນາມ. ໃນເວລາເຂົ້າສຳ ຫຼວດຖຳ້ແຫ່ງນີ້, ທ່ານ ລອງ ໄດ້ຕົກ ຈາກຄວາມສູງ ເກືອບ 50 ແມັດ ແລະ ຕ້ອງນອນຟັກຟື້ນເປັນເວລາ 2 ມື້ ຢູ່ໃນຖຳ້. ອຸບັດເຫດ ຢ່າງຮ້າຍແຮງນີ້ ໄດ້ເຮັດໃຫ້ ກະດູກກົກຂາຂອງທ່ານ ລອງ ຫັກ, ກະ ດູກສັນຫຼັງ ໄດ້ຮັບຜົນກະທົບ, ຄໍຕີນເບື້ອງຂວາຖືກກະທົບຢ່າງແຮງ ຕ້ອງໄດ້ ຈັບນອດເຖິງ 19 ອັນ ແລະ ເຈາະກົກຂາ, ກະດູກສັນຫຼັງ ເພື່ອໃສ່ເຝືອກ ດ້ວຍຕີຕານ 3 ອັນ. ແຕ່ຫຼັງຈາກນັ້ນ  2 ປີ, ດ້ວຍຈິດໃຈທ່ີເຂັ້ມແຂງ ແລະ ອອກກຳລັງກາຍເປັນປະຈໍາ,  ເຮັດໃຫ້ສຸຂະ ພາບ ຂອງ ທ່ານ ລອງ ໄດ້ຟື້ນຄືນໃໝ່ ແລະ ສາມາດ ສືບຕໍ່ ເຂົ້າ ຮ່ວມ ການສຳຫຼວດ ເປັນເວລາສັ້ນໆ.

ຫຼັງຈາກການອອກເດີນທາງ ແລະ ໄປສຳຫຼວດຫຼາຍຮ້ອຍຄັ້ງ ໃນ ຊ່ວງເວລາເກືອບ 10 ປີ, ທ່ານ ລອງ ສະສົມໄດ້ ແຫຼ່ງຂໍ້ມູນ ເອກະ ສານ ທີ່ມີຄ່າຫຼາຍຢ່າງຄື ພາບຖ່າຍນັບຫຼາຍພັນແຜ່ນ, ວີດີໂອນັບ ຫຼາຍຮ້ອຍແຜ່ນ ທີ່ໄດ້ບັນທຶກໄວ້ບັນດາຮູບພາບພາຍໃນຖຳ້, ແມ່ນ ແຕ່ນັກຖ່າຍທຳ, ນັກຖ່າຍຮູບມືອາຊີບ ກໍບໍ່ມີໂອກາດ ໄດ້ລົງມືປະ ຕິບັດ. ນີ້ແມ່ນແຫຼ່ງຂໍ້ມູນເອກະສານ ທີ່ມີຄ່າໃຫ້ແກ່ສະມາຄົມສຳ ຫຼວດຖຳ້ ຫວຽດນາມ ແລະ ສະຖາບັນ ວິທະຍາສາດ ທໍລະນີ ຊັບພະຍາກອນ ບໍ່ແຮ່ ອີກດ້ວຍ.



ໃນຖ້ຳ ດົ່ງແລັກ, ແຂວງ ແທງຮ໋ວາ. ພາບ: ເອກະສານ


ຖ້ຳ ຫຸດ, ແຂວງ ເຊີນລາ. ພາບ: ເອກະສານ


ທ່ານ ຕ້ານາມລອງ ກັບຮູບນົມຜາພັນປີ ໃນຖຳ້ ຫຸດ, ແຂວງ ເຊີນລາ... ພາບ: ເອກະສານ


... ໂອ່ນສາຍເຊືອກລົງໜອງມີຄວາມເລິກ 20 ແມັດ ໃນຖຳ້ ຫວ່າງ, ແຂວງ ຮວ່າບິ່ງ. ພາບ: ເອກະສານ


... ແລະ ຕໍ່ໜ້າປະຕູໂຂງ ຖຳ້ ເຖີ໊ມໄຟ່, ແຂວງ ບັກກ້ານ. ພາບ: ເອກະສານ


ທ່ານ ຕ້ານາມລອງ ພ້ອມກັບຄະນະສຳຫຼວດ ໄດ້ໄປເຖິງສຸດທ້າຍ ຂອງຖຳ້ ຮວ້ຽນ, ແຂວງ ຖ໋າຍງວຽນ. ພາບ: ເອກະສານ


ທ່ານ ຕ້ານາມລອງ ໃນຖຳ້ ບ໊ານໝ້າ ພ້ອມກັບຄະນສຳຫຼວດຊາວ ແບັນຊິກ ແລະ ເຢຍລະມັນ ໃນຄັ້ງໄປສຳຫຼວດ ຊອກຫາແຫຼ່ງນຳ້
ຢູ່ ເມືອງ ດົ່ງວັນ, ແຂວງ ຮ່າຢາງ...  ພາບ: ເອກະສານ



... ໂອ່ນສາຍເຊືອກລົງຂຸມນຳ້ມີຄວາມເລິກ 30 ແມັດ ໃນຖຳ້ ໜາຟ່ອງ, ແຂວງ ບັກກ້ານ. ພາບ: ເອກະສານ


ທ່ານ ຕ້ານາມລອງ ພ້ອມກັບເພື່ອນຮ່ວມທາງ ກຳລັງຊອກຫາ ທາງເດີນໃນຖຳ້ ຊາຄາວ, ແຂວງ ຖ໋າຍງວຽນ. ພາບ: ເອກະສານ

ປະຈຸບັນ, ທ່ານ ລອງ ກຳລັງຝັກໄຝ່ ສ້າງເຂດທ່ອງທ່ຽວ ຫ້ວຍນຳ້ ຮ້ອນ ຢູ່ແຂວງ ເຊີນລາ ເພື່ອຕອບສະໜອງ ຄວາມຕ້ອງການໃນ ການມາພັກຜ່ອນ ໃຫ້ທຸກຄົນ, ເປັນຕົ້ນແມ່ນສາມະຄົມສໍາຫຼວດຖໍ້າ ຫວຽດນາມ ມີສຳນັກງານໃຫຍ່ ທີ່ໜ້າດຶງດູດໃຈ ຢູ່ເຂດຕອນດິນ ເໜືອສຸດ ຂອງ ປະເທດຊາດ.

ປີ 2015, ທ່ານ ລອງ ເປັນໜຶ່ງໃນສອງຄົນ ຊາວຫວຽດນາມ ໄດ້ເຂົ້າ ຮ່ວມການເດີນທາງສຳຫຼວດ ພ້ອມກັບ ນັກຊ່ຽວຊານ ກ່ຽວກັບຖຳ້ 2 ຄົນ ຊາວແບນຊິກ ຄື ທ່ານ Davitd Lagrou  ແລະ ທ່ານ Lieven De Bontridder ເພື່ອການຊອກຫາ ແຫຼ່ງນຳ້ຈືດ ຮັບໃຊ້ຊີວິດການ ເປັນຢູ່ ຂອງ ພໍ່ແມ່ ຊາວເຜົ່າ ຢູ່ເມືອງ ດົ່ງວັນ ແລະ ແມ່ວວາກ ຢູ່ ແຂວງ ຮ່າຢາງ. 
ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານ

top