ເພື່ອນມິດ ກັບ ຫວຽດນາມ

ນັກສະຖາປະນິກ Lucas Conan- ຄວາມກະຕືລືລົ້ນ ໃນການອອກແບບ ແລະ ການປັບປຸງເດີ່ນຫຼິ້ນໃນເມືອງ

ໃນຖານະເປັນນັກສະຖາປະນິກທິວທັດ, ທ່ານ Lucas Conan ໄດ້ຕິດພັນກັບ ຫວຽດນາມ ນັບຕັ້ງແຕ່ຫຼາຍໂຄງການ ໃນການ ອອກແບບເດີ່ນຫຼິ້ນຕາມຖະໜົນຢູ່ ຮ່າໂນ້ຍ. ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ເພິ່ນ ແມ່ນ​ນຳ​ເອົາ​ຄວາມ​ຮູ້​ຂອງ​ຕົນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ ເພື່ອບູ​ລະ​ນະ ແລະ ປັບປຸງ​ຄືນ​ໃໝ່​ ສະ​ຖານ​ທີ່​ຊຸມ​ຊົນ​ເກົ່າ​ຢູ່​ໃນ​ຕົວ​ເມືອງ​ໃຫ້​ກາຍ​ເປັນ​ສະ​ໜາມ​ຫຼິ້ນ​ໃໝ່​ທີ່​ກົມ​ກຽວ​ກັບ​ທຳ​ມະ​ຊາດ ເພື່ອ​ໃຫ້​ເດັກ​ນ້ອຍ​ ຫວຽດ​ນາມ ໄດ້​ມີ​ຄວາມ​ມ່ວນ​ຊື່ນ​ໃນ​ສະ​ຖານ​ທີ່ “​ຮ່າ​ໂນ້ຍ ເປັນຕາຢູ່”.

ທ່ານ Lucas Conan ເກີດຢູ່ ເຢຍລະມັນ ເມື່ອປີ 1997 ແຕ່ເຕີບໃຫຍ່ ແລະ ອາໄສຢູ່ປະເທດ ຝຣັ່ງ. ເພິ່ນໄດ້ສຶກສາ ດ້ານ ສະຖາປັດຕະຍະກໍາທີ່ມະຫາວິທະຍາໄລ Montreal, Quebec (ການາດາ). ຫຼັງຈາກຮຽນຈົບມະຫາວິທະຍາໄລ, ທ່ານ Lucas Conan ໄດ້ເຮັດວຽກເປັນຜູ້ຊ່ວຍການສອນຢູ່ໃນ ມະຫາວິທະຍາໄລ ແລະ ຫຼັງຈາກນັ້ນ ເຮັດວຽກໃຫ້ Oxalis Associated Landscape Architects. ທ່ານ Lucas Conan ​ໃຫ້​ຮູ້​ວ່າ: ເພິ່ນເລືອກ​ເຟັ້ນ ຫວຽດນາມ ​ແມ່ນ​ຍ້ອນ​ປັດ​ໄຈ​ສ່ວນ​ຕົວ, ຫວຽດນາມ, ກຳປູ​ເຈຍ ​ແລະ ລາວ ​ແມ່ນ​ປະ​ເທດ​ທີ່​ເພິ່ນຕີລາຄາສູງ​ດ້ານ​ວັດທະນະທຳ​ຢ່າງ​ແທ້​ຈິງ. ທ່ານ Lucas Conan ມີຄອບຄົວເຮັດວຽກຢູ່ ກໍາປູເຈຍ. ພິ​ເສດ​ແມ່ນ​ໃນ​ໄລຍະ​ຄົ້ນຄວ້າ​ວິທະຍາສາດ, ຄູ​ສອນ​ຂອງ​ເພິ່ນແມ່ນທ່ານ Danielle Labbé, ນັກ​ຊ່ຽວຊານ​ການ​ສຶກສາ​ຕົວ​ເມືອງ​ຢູ່ ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້ Lucas Conan ​ເຮັດ​ວຽກ​ໃນ​ຂົງ​ເຂດ​ຄົ້ນ​ຄວ້າ​ຂອງ​ຕົນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື​ ບັນດາ​ວິ​ສາ​ຫະກິດ​ສັງຄົມ​ຄິດ​ກ່ຽວ​ກັບ​ສະໜາມ​ຫຼິ້ນ​ໃນ​ເມືອງ (Thinkplaygrounds) ​ແລະ ມະຫາວິທະຍາ​ໄລ​ກໍ່ສ້າງ.

ທິວ​ທັດ​ຕົວ​ເມືອງ​ຂອງ ​ຮ່າ​ໂນ້ຍ ເຮັດ​ໃຫ້​ເພິ່ນ​ຮູ້ສຶກປະ​ຫຼາດ​ໃຈ​ຢ່າງບໍ່​ຢຸດ​ຢັ້ງ. ຊາວ ​ຮ່າ​ໂນ້ຍ ​ດຳ​ລົງ​ຊີ​ວິດ​ຢູ່​ທຸກ​ຊອຍ​ຂອງ​ນະ​ຄອນຫຼວງ ແລະ​ ເມື່ອ​ຊອກ​ຫາ​ເລິກ​ເຊິ່ງ, ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້ ​ຮ່າ​ໂນ້ຍ ມີ​ເອກະລັກ​ສະ​ເພາະ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຊີວິດ​ຊີວາ​ບໍ່​ຄື​ກັບ​ບາງ​ນະຄອນ​ທີ່​ມີ​ມາດຕະຖານ​ສາກົນ​ໃນ​ໂລກ.

 

ທ່ານ Lucas Conan ເຮັດວຽກຮ່ວມກັບຜູ້ຮ່ວມທຸລະກິດ ເພື່ອຄິດກ່ຽວກັບ ເກມຕາມຖະໜົນ. ພາບ: ເອກະສານ
ທ່ານ Lucas Conan ​ໄດ້​ໄປ​ສຳ​ຫຼວດ​ພາກ​ສະ​ໜາມ ​ແລະ ​ໂອ້​ລົມ​ກັບ​ປະຊາຊົນ​ຢູ່​ຄຸ້ມ ເຈືອງເຢືອງໂດ້, ຮ່າ​ໂນ້ຍ. ພາບ: ຫວຽດເກື່ອງ/VNP
ທ່ານ Lucas Conan ແລະ ນັກສະຖາປະນິກ ຈູກິມດຶກ, ຜູ້ອໍານວຍການບໍລິສັດສັງຄົມ Think Playgrounds ແລະ ຊາວຫນຸ່ມທີ່ໂຄງການສວນປ່າໄມ້ໃນພາກສະໜາມ. ພາບ: ເອກະສານ
ຮູບແຕ້ມທຳມະຊາດໂດຍສະຖາປະນິກພູມສັນຖານ Lucas Conan. ພາບ: ຫວຽດເກື່ອງ/VNP
ທ່ານ Lucas Conan ກັບ​ສະ​ມາ​ຊິກ​ຢູ່​ທີ່​ສະ​ໜາມ​ເດັກ​ນ້ອຍ​ທີ່​ຢູ່​ອາ​ໄສ​ເລກ 2 ເຕິນມາຍ, ຮ່າ​ໂນ້ຍ. ພາບ: ເອກະສານ

ມາ ຫວຽດນາມ ແລະ ຮ່ວມມືກັບ Thinkplaygrounds, ທ່ານ Lucas Conan ໄດ້ເຂົ້າຮ່ວມການອອກແບບ ເດີ່ນຫຼິ້ນ ສວນປ່າໄມ້ຊຸມຊົນ ເບີ່ ເວີ່ ຊົງ ໂຮ່ງຢູ່ຖະໜົນ 139 ເຈືອງເຢືອງໂດ້. ກ່ອນ​ໜ້າ​ນີ້, ສະຖານ​ທີ່​ນີ້ ​ເປັນ​ບ່ອນ​ຂຸດ​ຄົ້ນ​ທີ່​ມີ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ຮ້າຍ​ແຮງ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ປະຊາຊົນ. ດ້ວຍປະສົບການຂອງ ເພິ່ນໃນເວລາ ເຮັດວຽກ ກັບໂຄງການອອກແບບ ພູມສັນຖານໃນ ການາດາ ແລະ ເອີຣົບ, ທ່ານ Lucas Conan ໄດ້ມີການຊ່ວຍເຫຼືອດ້ານ ວິຊາການ (ສະຖາປັດຕະຍະກໍາພູມສັນຖານ ແລະ ການອອກ ແບບກະສິກໍາໃນຕົວເມືອງ) ສໍາລັບໂຄງການ. ນີ້ແມ່ນໂຄງການທີ່ເພິ່ນມັກ.

ເມື່ອສະໜາມເດັກຫຼິ້ນຖືກອອກແບບ ແລະ ຈັດຕັ້ງປະຕິບັດຢ່າງ ຄົບຖ້ວນ, ຈະເປີດໃຫ້ເຫັນທິວທັດທຳມະຊາດທີ່ສວຍງາມ ຢູ່ແຄມແມ່ນ້ຳແດງ ແລະ ປະຊາຊົນທີ່ອາໃສຢູ່ເຂດນີ້ ໂດຍສະເພາະເດັກນ້ອຍກໍ່ມີບ່ອນຢູ່ອາໄສທີ່ມີຄວາມໝາຍ. ​ເມື່ອ​ສວນ​ປ່າ​ເລີ່​ມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ມີ​ຫຼາຍ​ກຸ່ມ​ຊາວ​ໜຸ່ມ​ທີ່​ມາ​ຈາກ 4 ນະຄອນ​ຄື: ​ເມັກ​ຊິ​ໂກ, ປາຣີ, ມອນ​ເຕີຣີ ​ແລະ ຮ່າ​ໂນ້ຍ ​ເພື່ອ​ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່​ມສາທາລະນະ​ສຸກ​ຢູ່​ທີ່​ນີ້. ທ່ານ Lucas Conan ແມ່ນ​ຜູ້​ສ້າງ​ຂົວ​ໄປ​ສູ່​ຊຸມ​ຊົນ​ສວນ​ປ່າ​ຢູ່​ຫວຽດ​ນາມ - ກາ​ນາ​ດາ - ຝ​ຣັ່ງ.

ເດີ່ນຫຼິ້ນສວນປ່າໄມ້ຊຸມຊົນ ເບີ່ ເວີ່ ຊົງ ໂຮ່ງ ເລີ່ມການກໍ່ສ້າງ ແຕ່ຕົ້ນປີ 2021 ໂດຍການຮ່ວມມືຂອງສະຫະພັນແມ່ຍິງ ເມືອງ ເຈືອງເຢືອງ ແລະ ປູກຕົ້ນໄມ້ເພື່ອສ້າງເປັນສວນປ່າໄມ້ສີຂຽວ. ທ່ານ Lucas Conan ມາທີ່ນີ້ເພື່ອສໍາຫຼວດ, ເຮັດວຽກ ແລະ ຫຼັງຈາກນັ້ນ ໄດ້ສ້າງຄວາມໃກ້ຊິດກັບປະຊາຊົນ ຢູ່ທີ່ນີ້, ເພິ່ນ ໄດ້ເປັນພະຍານເຖິງການປ່ຽນແປງ ປະຈໍາວັນຂອງ ແຕ່ລະ ລາຍການໃນໂຄງການ. ພື້ນທີ່ສະໜາມເດັກຫຼິ້ນໄດ້ຖືກ ສ້າງຂຶ້ນເພື່ອໃຫ້ສວນ ປ່າໄມ້ຊຸມຊົນກາຍເປັນພື້ນ ທີ່ທີ່ມີຊີວິດຊີວາ.

 

ທ່ານ Lucas Conan ຢູ່ພື້ນທີ່ສວນປ່າໄມ້ຊຸມຊົນ. ພາບ: ຫວຽດເກື່ອງ/VNP
ທ່ານ Lucas Conan ມີຄວາມສຸກເມື່ອ ເພິ່ນໄດ້ເຫັນ ສວນປ່າໄມ້ປົກຄຸມ ດ້ວຍຕົ້ນໄມ້ສີຂຽວ. ພາບ: ຫວຽດເກື່ອງ/VNP
ທ່ານ Lucas Conan ນຳພານັກຮຽນສອງຄົນຈາກ ຄຸ້ມບ້ານ ເຈືອງເຢືອງໂດ້ ເພື່ອຝຶກແຕ້ມຮູບກ່ຽວກັບ ພື້ນທີ່ດຳລົງຊີວິດໃນຝັນຂອງເຂົາເຈົ້າ. ພາບ: ຫວຽດເກື່ອງ/VNP
ຄວາມສຸກຂອງ Lucas Conan ເມື່ອເບິ່ງເດັກນ້ອຍ ຫຼີ້ນຢູ່ໃນພື້ນທີ່ໃໝ່ໂຄງການ “ເດີ່ນຫຼິ້ນສວນປ່າໄມ້ຊຸມຊົນ ເບີ່ ເວີ່ ຊົງ ໂຮ່ງ ”. ພາບ: ຫວຽດເກື່ອງ/VNP

ຮູບ​ແບບ​ສວນ​ປ່າ​ຊຸມ​ຊົນ​ແຫ່ງ​ທຳ​ອິດ​ຢູ່​ ຮ່າ​ໂນ້ຍ ໄດ້​ຮັບ​ ການ​ອອກ​ແບບ​ໂດຍ Lucas Conan ຕາມ​ວິ​ທີ​ທຳ​ມະ​ຊາດ, ບໍ່​ມີ​ສານ​ເຄ​ມີ ແລະ ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ສວນ​ຊຸມ​ຊົນ ​ໃນ​ນະ​ຄອນ. ຄວາມສຸກທີ່ສຸດຂອງເພິ່ນໃນໂຄງການນີ້ ແມ່ນໄດ້ເຫັນຮອຍຍິ້ມເທິງໃບໜ້າຂອງປະຊາຊົນ ແລະ ເດັກນ້ອຍຢູ່ທີ່ນີ້ເມື່ອມີສະໜາມເດັກຫຼິ້ນສີຂຽວເພື່ອຊ່ວຍປັບປຸງພື້ນ ທີ່ດໍາລົງຊີວິດຂອງເຂົາເຈົ້າບາງຢ່າງ.

ນອກຈາກ​ສະ​ໜາມ​ຫຼິ້ນ​ແຫ່ງ​ນີ້, ທ່ານ Lucas Conan ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ອອກ​ແບບ ​ແລະ ສ້ອມ​ແປງ​ສະ​ໜາມຫຼິ້ນ ໃຫ້​ແກ່​ກຸ່ມ 2 ເຕິນມາຍ, ຮ່າ​ໂນ້ຍ. ນີ້ຍັງເປັນບ່ອນ ຫຼິ້ນໃໝ່, ສວຍງາມ ແລະ ສະດວກສະບາຍ ເຊິ່ງເດັກນ້ອຍພິການ ສາມາດຫຼິ້ນຕາມທີ່ເຂົາເຈົ້າມັກ.

ນອກຈາກບັນດາໂຄງການສະໜາມເດັກຫຼິ້ນຕາມຖະຫນົນ, ທ່ານ Lucus Conan ຍັງເຂົ້າຮ່ວມການດໍາເນີນການຄົ້ນຄວ້າກັບເຄືອຂ່າຍວິທະຍາສາດ (ລວມທັງມະຫາວິທະຍາໄລ Montreal, ສະຖາບັນວິທະຍາສາດສັງຄົມ ຫວຽດນາມ ແລະ ມະຫາວິທະຍາໄລວິສະວະກໍາໂຍທາ ຮ່າໂນ້ຍ) ກ່ຽວກັບປະສົບການທາງດ້ານພື້ນທີ່, ການບໍລິການສາທາ ລະນະຂອງໄວໜຸ່ມ (ອາຍຸແຕ່ 16 30 ປີ) ຢູ່ ຮ່າໂນ້ຍ.

ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ໄວ​ໜຸ່ມ​ທີ່​ຮັກ​ແພງ​ ຫວຽດ​ນາມ, ທ່ານ Lucus Conan ໄດ້ ແລະ ສືບ​ຕໍ່​ນຳ​ເອົາ​ຄວາມ​ຮູ້​ມາ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ ຫວຽດ​ນາມ ປະ​ຕິ​ບັດ​ຫຼາຍ​ໂຄງ​ການ​ປັບ​ປຸງ​ສະ​ໜາມ​ຫຼິ້ນ​ໃນ​ນະ​ຄອນ ​ຫັນ​​ບ່ອນ​ປະ​ຖິ້ມຂີ້ເຫຍື້ອ, ມົນ​ລະ​ພິດ ກາຍເປັນພື້ນທີ່ສີຂຽວ, ສະອາດ, ສ້າງຊຸມຊົນ ທີ່ຢູ່ອາໄສ ເຊື່ອມຕໍ່ກັບທໍາມະຊາດ. ທ່ານ ກວັກດາດ (ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ຄິດ​ກ່ຽວ​ກັບ​ສະ​ຖານ​ທີ່​ຫຼິ້ນ​ຢູ່​ຖະ​ໜົນ) ໃຫ້​ຮູ້​ວ່າ: Lucus Conan ແມ່ນ​ສະ​ຖາ​ປະ​ນິກ​ທັດ​ສະ​ນີ​ຍະ​ພາບ​ທີ່​ມີ​ຄວາມ​ສົນ​ໃຈ ແລະ ຮັກ​ການ​ເຮັດ​ວຽກ, Lucus Conan ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ສວນ​ປ່າ, ສິ່ງ​ທີ່​ເພິ່ນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ ບັນດາ​ໂຄງການ​ ​ແມ່ນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ ​ແລະ ຮັກ​ແພງ​ຈາກ​ປະຊາຊົນ​ ຫວຽດນາມ./.

 


top