ຂ່າວສານ

ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນ ແລະ startup ຫວຽດນາມ

ມີຫຼາຍຂະແໜງ, ຂົງເຂດຮັບຮູ້ລະດັບເຕີບໂຕກະໂດດຂັ້ນ ເຖິງວ່າ, ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19 ກໍ່ຕາມ.

ມີຫຼາຍຂະແໜງ, ຂົງເຂດຮັບຮູ້ລະດັບເຕີບໂຕກະໂດດຂັ້ນ ເຖິງວ່າ, ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19 ກໍ່ຕາມ.

    

(ພາບປະກອບ: gmgvietnam.vn)

ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດູດດື່ມສຳລັບບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຂະນະຍອດເງິນລົງທຶນໃນປະຈຸບັນຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນເຖິງ 60% ເມື່ອທຽບໃສ່ປີ 2019 ແລະ 2020, ຕົ້ນຕໍແມ່ນບັນດາແຫຼ່ງທຶນມາຈາກ ສິງກະໂປ, ອາເມລິກາ ແລະ ຍີ່ປຸ່ນ. ມີຫຼາຍຂະແໜງ, ຂົງເຂດຮັບຮູ້ລະດັບເຕີບໂຕກະໂດດຂັ້ນ ເຖິງວ່າ, ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19 ກໍ່ຕາມ. ບົດລາຍງານປ່ຽນແປງໃໝ່ປະດິດຄິດສ້າງ ແລະ ລົງທຶນເຕັກໂນໂລຊີ ຫວຽດນາມ ຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງຫາກໍ່ປະກາດຫວ່າງມໍ່ໆມານີ້ ໃຫ້ເຫັນວ່າ: ພາຍຫຼັງໂລກລະບາດໂຄວິດ-19, ດ້ວຍບັນດາການປ່ຽນແປງຢ່າງວ່ອງໄວ ແລະ ບໍ່ຄາດຄິດຈາກຄວາມຕ້ອງການ - ຄວາມນິຍົມຂອງຜູ້ບໍລິໂພກ, ມີບາງຂົງເຂດບັນລຸລະດັບເຕີບໂຕກະໂດດຂັ້ນຄື: ສາທາລະນະສຸກ, ການສຶກສາ, ການຫັນເປັນດີຈີຕອນໃນວິສາຫະກິດ… ທ່ານ ຫງວຽນບາຢຽບ, ຜູ້ຮ່ວມກໍ່ຕັ້ງ ທັງເປັນຮອງປະທານຂອງແອັບກະເປົາເງິນເອເລັກໂຕນິກ MoMo, ຖືວ່າ:

        “ເມື່ອສັງເກດຄືນ ສຳລັບບັນດາບໍລິສັດຄືຂອງພວກຂ້າພະເຈົ້າແລ້ວ ໂລກລະບາດໂຄວິດ-19 ຜ່ານມາ “ແມ່ນໄພພິບັດ” ແຕ່ພັດແມ່ນກາລະໂອກາດ. ຕົວຢ່າງຄື, ມີຫຼາຍຂະແໜງຖືກຊຸດໂຊມ, ບໍ່ມີການຊຳລະໃນຫຼາຍຂະແໜງນັ້ນ ການຊຳລະແບບອື່ນພັດເພີ່ມຂຶ້ນຢ່າງກະໂດດຂັ້ນ. ຈຳນວນລູກຄ້າຊຳລະຜ່ານກະເປົາເງິນເອເລັກໂຕນິກໄດ້ເພີ່ມຂຶ້ນກະໂດດຂັ້ນ, ບັນລຸລະດັບເຕີບໂຕບໍ່ພຽງແຕ່ 100% ຫາກແມ່ນ 1.000%/ປີ. ຖ້າຫາກບໍ່ເກີດໂລກລະບາດໂຄວິດ-19, ອາດຈະຕ້ອງເສຍເວລາ 20 ປີຈຶ່ງບັນລຸໄດ້ສິ່ງນັ້ນ”.

(ແຫຼ່ງຄັດຈາກ VOV)


top