ຂ່າວສານ

ນັກລົງທຶນ ຍີ່ປຸ່ນ ເລືອກ ຫວຽດນາມ ຍ້ອນການເມືອງ, ເສດຖະກິດມະຫາພາກມີຄວາມສະຖຽນລະພາບ

ຕາມການສຳຫຼວດໂດຍ JETRO ປະຕິບັດໃນປີກ່າຍນີ້, ມີວິສາຫະກິດ, ກຸ່ມບໍລິສັດ ແລະ ວິສາຫະສິດ ຍີ່ປຸ່ນ ພວມເຄື່ອນໄຫວຢູ່ ຫວຽດນາມ ຈຳນວນເຄິ່ງໜຶ່ງໃຫ້ຮູ້ວ່າ ຈະມີແຜນການເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ

  ປະຈຸບັນ ຍີ່ປຸ່ນ ພວມແມ່ນນັກລົງທຶນໃຫຍ່ທີ 2 ໃນຂົງເຂດ FDI ສຳລັບ ຫວຽດນາມ

(ພາບປະກອບ: baodautu.vn)  

 ໜຶ່ງໃນບັນດາປັດໃຈພົ້ນເດັ່ນທີ່ແຕກຕ່າງລະຫວ່າງ ຫວຽດນາມ ກັບບັນດາປະເທດອື່ນແມ່ນລະດັບການເຕີບໂຕເສດຖະກິດເປັນປົກກະຕິ ໄດ້ຮັບການປັບປຸງຍ້ອນພື້ນຖານການເມືອງມີສະຖຽນລະພາບ. ຢູ່ເຂດພາກໃຕ້ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ພວມແມ່ນກຳລັງໜູນພັດທະນາເສດຖະກິດຂອງທົ່ວປະເທດ ແລະ ສວມບົດບາດສຳຄັນໃນການຮັບແຫຼ່ງທຶນ FDI ໃຫ້ທົ່ວປະເທດ. ນີ້ແມ່ນຄຳຢືນຢັນຂອງທ່ານ Wantanabe Nobuhiro, ຫົວໜ້າສະຖານກົງສູນ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ, ທີ່ພິທີປະກາດໂຄງການຮ່ວມມື ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວປີ 2022, ເຊິ່ງຈັດຂຶ້ນທາງໄກໃນວັນທີ 01 ມີນາ.

ທ່ານ Wantanabe Nobuhiro ໃຫ້ຮູ້ວ່າ, ປະຈຸບັນ ຍີ່ປຸ່ນ ພວມແມ່ນນັກລົງທຶນໃຫຍ່ທີ 2 ໃນຂົງເຂດ FDI ສຳລັບ ຫວຽດນາມ. ຕາມການສຳຫຼວດໂດຍ JETRO ປະຕິບັດໃນປີກ່າຍນີ້, ມີວິສາຫະກິດ, ກຸ່ມບໍລິສັດ ແລະ ວິສາຫະສິດ ຍີ່ປຸ່ນ ພວມເຄື່ອນໄຫວຢູ່ ຫວຽດນາມ ຈຳນວນເຄິ່ງໜຶ່ງໃຫ້ຮູ້ວ່າ ຈະມີແຜນການເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ຍີ່ປຸ່ນ ສຳລັບ ຫວຽດນາມ ແລະ ຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຂອງ ຫວຽດນາມ ໃນອະນາຄົດ.



top