ຂ່າວສານ

ນັກມວຍຍິງ ຫງວຽນທິເຕິມ ສ້າງຂີດໝາຍປະຫວັດສາດໃໝ່ໃຫ້ແກ່ປະເພດກິລາຕີມວຍ ຫວຽດນາມ

ດ້ວຍໄຊຊະນະດັ່ງກ່າວ, ນັກກິລາ ຫງວຽນທິເຕິມ ໄດ້ສ້າງຂີດໝາຍປະຫວັດສາດໃໝ່ຂອງປະເພດກິລາຕີມວຍ ຫວຽດນາມ, ເມື່ອເປັນນັກກິລາຕີມວຍຍິງ ຫວຽດນາມ ທຳອິດທີ່ໄດ້ເຂົ້າຮອບຊິງຊະນະເລີດໂລກ.
  ນັກກິລາ ຫງວຽນທິເຕິມ ໄດ້ສ້າງຂີດໝາຍປະຫວັດສາດໃຫ້ແກ່ປະເພດກິລາຕີມວຍ ຫວຽດນາມ  

ຕອນຄ່ຳວັນທີ 23 ມີນາ, ນັກກິລາ ຫງວຽນທິເຕິມ ໄດ້ສ້າງຂີດໝາຍປະຫວັດສາດໃຫ້ແກ່ປະເພດກິລາຕີມວຍ ຫວຽດນາມ ຂະນະທີ່ໄດ້ເຂົ້າຮ່ວມການແຂ່ງຂັນຮອບຊິງຊະນະເລີດລະດັບໂລກ.

ຕາມນັ້ນແລ້ວ, ໃນຮອບຮອງຊະນະເລີດປະເພດນ້ຳໜັກ 50 ກີໂລກຣາມ ການແຂ່ງຂັນຄວ້າແຊັມປະເພດກິລາຕີມວຍຍິງໂລກ 2023, ດຳເນີນຢູ່ ອິນເດຍ, ຕອນຄ່ຳວັນທີ 23 ມີນາ, ນັກກິລາ ຫງວຽນທິເຕິມ ໄດ້ແຂ່ງຂັນກັບນັກກິລາ Lkhadiri Wassila, ນັກກິລາຕີມວຍໄດ້ຮັບການຕີລາຄາສູງ ເມື່ອຄວ້າໄດ້ແຊັມ 7 ຄັ້ງທີ່ປະເທດ ຝລັ່ງ ແລະ ຄວ້າໄດ້ຫຼຽນທອງ 2 ຫຼຽນໃນການແຂ່ງຂັນຄວ້າແຊັມ ເອີລົບ. ສິ້ນສຸດການແຂ່ງຂັນ, ນັກກິລາ ຫງວຽນທິເຕິມ ຍາດເອົາໄຊຊະນະສຸດທ້າຍດ້ວຍຄະແນນ 4-1 ເພື່ອສືບຕໍ່ເຂົ້າຮ່ວມຮອບຊິງຊະນະເລີດການແຂ່ງຂັນຕີມວຍຍິງໂລກ 2023.

ດ້ວຍໄຊຊະນະດັ່ງກ່າວ, ນັກກິລາ ຫງວຽນທິເຕິມ ໄດ້ສ້າງຂີດໝາຍປະຫວັດສາດໃໝ່ຂອງປະເພດກິລາຕີມວຍ ຫວຽດນາມ, ເມື່ອເປັນນັກກິລາຕີມວຍຍິງ ຫວຽດນາມ ທຳອິດທີ່ໄດ້ເຂົ້າຮອບຊິງຊະນະເລີດໂລກ ແລະ ຍາດເອົາສິດເຂົ້າຮ່ວມ Olympic Paris 2024 ປະເພດຕີມວຍຍິງນ້ຳໜັກ 50 ກີໂລກຣາມ.

 


top