ຂ່າວສານ

ນັກທ່ອງທ່ຽວອາຊີກວມເອົາອັດຕາສ່ວນສູງທີ່ສຸດໃນຈຳນວນນັກທ່ອງທ່ຽວມມາຫວຽດນາມ

      ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ປະກາດວ່າ 6 ເດືອນຕົ້ນປີ 2019, ຈຳນວນນັກທ່ອງທ່ຽວມາຫວຽດນາມ ຍັງຮັກສາຢູ່ໃນລະດັບເຕີບໂຕສູງ.
ຍອດຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນ 6 ເດືອນຕົ້ນປີ 2019 ບັນລຸ 8,5 ລ້ານເທື່ອຄົນ ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.
        ຕາມກົມໃຫຍ່ທ່ອງທ່ຽວຫວຽດນາມ ແລ້ວ, ນັບແຕ່ຕົ້ນປີ 2019 ມາຮອດປະຈຸບັນ, ມີຫຼາຍເຫດສາກົນ ແລະ ພາກພື້ນເຊິ່ງຈັດຕັ້ງສຳເລັດຢູ່ຫວຽດນາມ ຄື: ເວທີປາໄສທ່ອງທ່ຽວອາຊຽນ ATF 2019, ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ວັນບຸນວິສາຂະບູຊາ Vesack 2019… ໄດ້ປະກອບສ່ວນໂຄສະນາການທ່ອງທ່ຽວຫວຽດນາມ ເຖິງເພື່ອນມິດສາກົນ.
        ຕະຫຼາດອາຊີ ຍັງກວມເອົາຍອດຈຳນວນນັກທ່ອງທ່ຽວໃນອັດຕາສ່ວນສູງທີ່ສຸດແມ່ນ 77,6%; ຖັດມາແມ່ນນັກທ່ອງທ່ຽວມາຈາກເອີລົບ, ອາເມລິກາ.
 (ແຫຼ່ງຄັດຈາກ VOV)


top