ຂ່າວສານ

ນັກທຸລະກິດຍິງໃນການປະຕິວັດອຸດສາຫະກຳ 4.0

      ພາຍຫຼັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ແມ່ຍິງ ຫວຽດນາມ ໄດ້ເຂົ້າຮ່ວມການນຳພາ, ເປັນເຈົ້າຂອງຈຳນວນບັນດາຮາກຖານຜະລິດ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ກອງປະຊຸມສຳມະນາວິທະຍາສາດສາກົນ “ນັກທຸລະກິດຍິງໃນການປະຕິວັດອຸດສາຫະກຳ 4.0” ໂດຍສະຫະພັນແມ່ຍິງ ຫວຽດນາມ ແລະ ສະຖາບັນແມ່ຍິງ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ.
        ຜ່ານການປຶກສາຫາລື, ບັນດາຜູ້ແທນຖືວ່າ: ພາຍຫຼັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ແມ່ຍິງ ຫວຽດນາມ ໄດ້ເຂົ້າຮ່ວມການນຳພາ, ເປັນເຈົ້າຂອງຈຳນວນບັນດາຮາກຖານຜະລິດ, ບັນດາວິສາຫະກິດ ກ່ວາ 30%, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດນຳໜ້າຂອງພາກພື້ນ ອາຊີ, ຢືນອັນດັບທີ 6 ໃນຈຳນວນບັນດາປະເທດ, ພາກພື້ນມີອັດຕານັກທຸລະກິດຍິງສູງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ແມ່ຍິງ ຍັງຄົງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນສັງຄົມຄື: ການຈຳແນກການປະພຶດທາງເພດ, ການເຂົ້າຮ່ວມນຳພາວິສາຫະກິດຂອງແມ່ຍິງ…
 (ແຫຼ່ງຄັດຈາກ VOV)


top