ເຄື່ອງໝາຍ ຫວຽດ

ນັກທຸລະກິດ ຫວຽດ ນຳໜ້າໃນຂະບວນການປ່ຽນແປງໃໝ່

ພັກ ແລະ ລັດ ໄດ້ຮັບຮູ້ວ່າ “ວິສາຫະກິດແມ່ນຊັບສົມບັດ ແຫ່ງ ຊາດ ແລະ ນັກທຸລະກິດ ເປັນຜູ້ມີຄວາມສາມາດ ແລະ ມີຄຸນນະ ທຳ ຂອງປະເທດຊາດ”. 70 ກວ່າປີຜ່ານມາ, ນັກທຸລະກິດ ຫວຽດ ໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການຊຸກ ຍູ້ ການຂະຫຍາຍຕົວຂອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນ ໃນ ສະພາບການເຊື່ອມໂຍງ. 
ວັນທີ 13 ຕຸລາ 1945, ເມື່ອວົງການນັກທຸລະກິດ ໄດ້ເຕົ້າໂຮມ ກັນ ສ້າງຕັ້ງ “ອຸດສາຫະກຳ ແລະ ການຄ້າ ກູ້ຊາດ” ແລະ ເຂົ້າ ຮ່ວມແນວໂຮມ ຫວຽດມິນ, ປະທານ ໂຮ່ຈີມິນ ໄດ້ຂຽນຈົດໝາຍ ເພື່ອສົ່ງເສີມ ແລະ ໃຫ້ກຳລັງໃຈ.  ໃນຈົດໝາຍ ເພິ່ນໄດ້ເວົ້າ ຢ່າງຈະແຈ້ງເຖິງບົດບາດ, ຄວາມສຳຄັນ ຂອງອຸດສາຫະກຳ ແລະ ການຄ້າ ໃນການກໍ່ສ້າງ ພື້ນຖານເສດຖະກິດ, ການເງິນ ທີ່ເຂັ້ມແຂງ ແລະ ຄວາມສໍາພັນອັນແໜ້ນແຟ້ນ ລະຫວ່າງ ຄວາມຈະເລີນຮັ່ງມີ ຂອງວິສາຫະກິດກັບການພັດທະນາ ຂອງ ປະເທດຊາດ. 
“ບັນດານັກທຸລະກິດ ຕ້ອງສືບຕໍ່ຮັກສາຄວາມໃຝ່ຝັນອັນແຮງກ້າສ້າງຄວາມຮັ່ງມີທ່ີໂປ່ງໃສໃຫ້ຕົນເອງ ແລະ ໃຫ້ປະເທດຊາດ. ຈາກນັ້ນ ຜະລິດອອກ ບັນດາຜະລິດຕະພັນ ໃຫ້ແກ່ສັງຄົມ, ປະ ກອບສ່ວນເຂົ້າໃນ ການຂະຫຍາຍຕົວທາງດ້ານເສດຖະກິດ, ພ້ອມກັນນັ້ນ ກໍ່ແກ້ໄຂ ວຽກເຮັດງານທຳ, ພັດທະນາສັງຄົມ ”. 
ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ

ໃນຕະຫຼອດໄລຍະເວລາກວ່າ 7 ທົດສະວັດທີ່ຜ່ານມາ, ອຸດສາ ຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເສີມຂະຫຍາຍ ມູນເຊື້ອ “ມີຜົນປະໂຫຍດຕໍ່ຊາດ ແລະ ມີຜົນປະໂຫຍດຕໍ່ປະຊາຊົນ”  ເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດນຳໜ້າ ຂອງຕົນ, ມີການປະກອບສ່ວນຢ່າງສຳຄັນໃຫ້ແກ່ ພື້ນຖານເສດຖະກິດ ຂອງ ຫວຽດນາມ. 

ພິເສດ, ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຜົນງານອັນຍິ່ງໃຫຍ່ຫຼາຍດ້ານ, ມີຄວາມໝາຍດ້ານ ປະ ຫວັດສາດໃນຫຼາຍຂົງເຂດ. ຈາກປະເທດທີ່ມີພື້ນຖານ ກະສິກຳ ທີ່ຫຼ້າຫຼັງ, ຫວຽດນາມ ໄດ້ກາຍເປັນປະເທດມີລາຍຮັບປານກາງ, ເປັນ ປະເທດດຶງດູດການລົງທຶນໃນຂົງເຂດ ອາຊີ-ປາຊີຟິກ. ໃນ 9 ເດືອນຕົ້ນປີ 2019, ການຂະຫຍາຍຕົວດ້ານເສດຖະກິດ ຂອງ ຫວຽດນາມ ບັນລຸໄດ້ 6,98%, ເປັນລະດັບຂະຫຍາຍຕົວສູງ ທີ່ສຸດໃນຊຸມປີຜ່ານມາ. ພິເສດ, ສະພາບແວດລ້ອມການເຮັດທຸ ລະກິດ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ ແລະ ເປັນ ເຈົ້າໃນການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດ ໂລກ. 



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ບັນດານັກທຸລະກິດຍິງ ດີເດ່ັນ ຂອງວົງການນັກທຸລະກິດຍິງ ຫວຽດນາມ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Dmitry Anatolyevich Medvedev ຢ້ຽມຊົມບັນດາຜະລິດຕະພັນ ຂອງ ບໍລິສັດ TH True Milk ທີ່ ຮ່າໂນ້ຍ ເມື່ອປີ 2018. ພາບ: ຖົ໋ງເຍີດ/VNA


ເຄື່ອງໝາຍການຄ້າ VinFast ສະເໜີອອກປະເພດລົດ Sedan LUX A 2.0 ທີ່ງານວາງສະແດງສາກົນ Paris Motor Show 2018
ຢູ່ນະຄອນຫຼວງ ປາຣີ (ຝຣັ່ງ). ພາບ
: VNA 


ກຸ່ມບໍລິສັດ Sun Group ໄດ້ຮັບການສ້າງຕັ້ງ ເມື່ອປີ 2007 ດ້ວຍນັກທຸລະກິດ ຫວຽດນາມ ຈຳນວນໜຶງ ຢູ່ ປະເທດ ຢູແຄຣນ. ພາຍຫຼັງການລົງທຶນ ແລະ ພັດທະນາມາເປັນ ເວ ລາ ກວ່າ 12 ປີ, ກຸ່ມບໍລິສັດ Sun Group ໄດ້ຈົດຊື່ຂອງ ຕົນ ເອງ ເທິງແຜນທີ່ການທ່ອງທ່ຽວທ່ົວປະເທດ​ດ້ວຍເຂດບັນເທີງ ທີ່ທັນສະໄໝຫຼາຍແຫ່ງ ຖືເຄື່ອງໝາຍການຄ້າ Sun World. ບ່ານ່າ Hills ເປັນຜະລິດຕະພັນການທ່ອງທ່ຽວໜຶ່ງ ທີ່ປະທັບ ໃຈຂອງ Sun Group ຢູ່ ດ່າໜັງ. ພາບ: VNA


ບໍລິສັດ ການບິນ Bamboo Airways ມີທຶນຈົດ ທະ ບຽນ 1.3000 ຕື້ດົ່ງ ໂດຍກຸ່ມບໍລິສັດ FLC ເປັນເຈົ້າຂອງ. ປັດຈຸບັນ Bamboo Airways ເປັນບໍລິສັດການບິນທີ 5 ຢູ່ ຫວຽດນາມ ໄດ້ຮັບໃບອະຍຸຍາດຂົນສົ່ງ ຜູ້ໂດຍສານ. ພາບ: VNA


ນິຄົມລ້ຽງງົວນົມ ຂອງ Vinamilk ທີ່ແຂວງ ໄຕນິງ. ພາບ: ເລດຶກຮວັ່ນ/VNA

ຕາມທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ແລ້ວ, ວິສາຫະກິດແມ່ນກອງທັບຫຼວງ, ໃນນັ້ນ ບັນດາວິສາຫະກິດແມ່ນ “ນາຍພົນ, ເປັນນາຍທະຫານຜູ້ບັນຊາ” ເພື່ອຊີ້ນຳ, ຄຸ້ມຄອງ, ນຳພາ ວິສາ ຫະກິດ ປະດິດຜະລິດຕະພັນ, ຕັດສິນເຖິງການຂະຫຍາຍຕົວ ທາງດ້ານເສດຖະກິດ, ການພັດທະນາສັງຄົມ, ສ້າງວຽກເຮັດ ງານທຳຫຼາຍຂຶ້ນ, ປະກອບສ່ວນຍົກສູງລະດັບຊີວິດການເປັນ ຢູ່ໃຫ້ແກ່ປະຊາຊົນ. 

ໃນຊຸມປີຜ່ານມາ, ກຳລັງນັກທຸລະກິດ ຫວຽດ ໄດ້ເປັນເຈົ້າ ໃນ ການຍົກສູງປະສິດທິຜົນຂອງການເຄື່ອນໄຫວ, ເປີດກວ້າງການ ຄ້າສາກົນ, ນໍາໃຊ້ສູງສຸດບັນດາກາລະໂອກາດຈາກ ສັນຍາການ ຄ້າສອງຝ່າຍ, ຫຼາຍຝ່າຍ ໃນຍຸກໃໝ່ ຄື: ສັນຍາຄູ່ຮ່ວມມື ຮອບ ດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າ ເສລີ ແລະ ສັນຍາປົກປ້ອງການລົງທຶນ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA ແລະ IPAFTA). 

ປັດຈຸບັນ, ທົ່ວປະເທດມີວິສາຫະກິດ ກວ່າ 715.000 ແຫ່ງ ກໍາ ລັງມີການເຄື່ອນໄຫວ, ປະຊາຊົນ ກວ່າ 5 ລ້ານຄອບຄົວ ເຮັດ ທຸລະກິດ; ຈຳນວນນັກທຸລະກິດ ມີປະມານ 5-7 ລ້ານຄົນ, ປະ ກອບສ່ວນກວ່າ 60% ຈີດີປີ, ປະມານ 70% ແຫຼ່ງລາຍຮັບ ໃຫ້ ງົບປະມານແຫ່ງລັດ, ດຶງດູດຜູ້ອອກແຮງງານຫຼາຍສິບລ້ານຄົນ. ແຕ່ປີ 2016 ມາເຖິງປັດຈຸບັນ, ອັດຕາການປະກອບສ່ວນເຂົ້າ ໃນຈຳນວນຜະລິດຕະພັນທັງໝົດຢູ່ພາຍໃນຂອງເສດຖະກິດ ບໍ່ ຂຶ້ນກັບລັດ ສືບຕໍ່ເພີ່ມສູງຂຶ້ນ, ກວມ 43,3% ໃນປີ 2018.
ບົດ: VNP ສັງລວມ - ພາບ: VNA

top