ຂ່າວສານ

ນັກຊ່ຽວຊານສິງກະໂປເນັ້ນໜັກເຖິງບົດບາດສຳຄັນຂອງສະພາແຫ່ງຊາດ ຫວຽດນາມຊຸດໃໝ່ ຕໍ່ການພັດທະນາຂອງຫວຽດນາມ

      ທ່ານລີລຽງຟຸກ ນັກຊ່ຽວຊານສັງກັດສະຖາບັນ ISEAS – YusofIshak ໄດ້ຕີລາຄາວ່າວຽກງານກະກຽມການເລືອກຕັ້ງໄດ້ຮັບການກະກຽມນັບແຕ່ເຊົ້າ ແລະ ສະພາແຫ່ງຊາດຊຸດໃໝ່ ຈະນຳພາຫວຽດນາມໃນໄລຍະພັດທະນາທີ່ສຳຄັນຕໍ່ໄປຂອງຕົນ
ຜູ້ມີສິດເລືອກຕັ້ງແຂວງບັກກ້ານໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ
      ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນຂັ້ນຕ່າງໆອາຍຸການ 2021 – 2026 ຢູ່ ຫວຽດນາມ, ທ່ານລີລຽງຟຸກ ນັກຊ່ຽວຊານສັງກັດສະຖາບັນ ISEAS – YusofIshak ໄດ້ຕີລາຄາວ່າວຽກງານກະກຽມການເລືອກຕັ້ງໄດ້ຮັບການກະກຽມນັບແຕ່ເຊົ້າ ແລະ ໄດ້ເນັ້ນໜັກວ່າ ສະພາແຫ່ງຊາດຊຸດໃໝ່ ຈະນຳພາຫວຽດນາມໃນໄລຍະພັດທະນາທີ່ສຳຄັນຕໍ່ໄປຂອງຕົນ. ໄລຍະພັດທະນານີ້ ຈະເອົາໃຈໃສ່ເຖິງການເຕີບໂຕແລະປ່ຽນແປງໃໝ່ປະດິດຄິດສ້າງຊຸກຍູ້ພື້ນຖານເສດຖະກິດດີຈີຕອນປະດິດສ້າງ, ຜະລິດດ້ວຍເຕັກໂນໂລຊີສູງແລະເອົາໃຈໃສ່ເຖິງການພັດທະນາພື້ນຖານການສຶກສາ ແລະ ສາທາລະນະສຸກທີ່ມີຄຸນນະພາບສູງກວ່າ. ນີ້ແມ່ນບັນດາຂົງເຂດທີ່ສາມາດນຳມາຊຶ່ງຫຼາຍມູນຄ່າເພີ່ມກວ່າເກົ່າໃຫ້ແກ່ພື້ນຖານເສດຖະກິດຂອງຫວຽດນາມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)


top