ຂ່າວສານ

ນັກຊ່ຽວຊານສາກົນຕີລາຄາສູງຕໍ່ຄຳເໜັ້ນສັນຍາຫັນປ່ຽນພະລັງງານສະອາດຂອງ ຫວຽດນາມ

ທີ່ກອງປະຊຸມ COP26, ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳເໜັ້ນສັນຍາຢ່າງແຮງຕໍ່ການປ່ອຍອາຍພິດເປັນ 0 ໃນປີ 2050.
ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ກ່າວຄຳເຫັນທີ່ກອງປະຊຸມ COP26. (ພາບ: TTXVN)

ຫວ່າງມໍ່ໆມານີ້ ທ່ານນາງ Claire Stockwell, ນັກຊ່ຽວຊາດ້ານນະໂຍບາຍກ່ຽວກັບດິນຟ້າອາກາດຂອງອົງການຈັດຕັ້ງດິນຟ້າອາກາດ Climate Analytics, ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ເຊັນຖະແຫຼງການຫັນປ່ຽນຈາກການໃຊ້ໄຟຟ້າຖານຫີນໄປສູ່ໄຟຟ້າສະອາດທີ່ກອງປະຊຸມຄັ້ງທີ່ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດີນຟ້າອາກາດ (COP26) ຫາກໍ່ອັດລົງຢູ່ນະຄອນ Glagow ( Slolan, ແຫ່ງລາຊະອານາຈັກ ອັງກິດ).

ທ່ານ ນາງ Claire Stockwell ເນັ້ນໜັກເຖີງວ່າ ເລື່ອງ ຫວຽດນາມ ຮັບຮອງເອົາຂໍ້ຕົກລົງລົບລ້າງຖ່ານຫີນແມ່ນການພັດທະນາທີ່ໜ້າຊື່ນຊົມ.  ທ່ານນາງໃຫ້ຮູ້ວ່າ ເພື່ອຈຳກັດອຸນນະພຸມໜ່ວຍໂລກເພີ່ມຂຶ້ນຢູ່ໃນລະດັບ 1.5 ອົງສາ c ຕາມສັນຍາປ່າຮິ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຖານຫີນຕ້ອງໄດ້ປັດເຂ່ຍອອກຈາກຂະແໜງໄຟຟ້າ ໃນປີ 2030 ຢູ່ບັນດາປະເທດທີ່ຂຶ້ນກັບອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD)  ແລະ ທົ່ວໂລກໃນປີ 2040.

ຢູ່ທີ່ກອງປະຊຸມ COP26, ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳເໜັ້ນສັນຍາຢ່າງແຮງຕໍ່ການປ່ອຍອາຍພິດເປັນ 0 ໃນປີ 2050.

(ແຫຼ່ງຄັດຈາກ VOV)


top