ຂ່າວສານ

ນັກຊ່ຽວຊານຍີ່ປຸ່ນ ເຊີດຊູບົດບາດຂອງຫວຽດນາມໃນການຮ່ວມມືລະຫວ່າງ ແມ່ນໍ້າຂອງ - ຍີ່ປຸ່ນ

      ໜັງສືພິມ JapanTimes ສະບັບອອກວັນທີ 6 ຕຸລາ ໄດ້ລົງພິມບົດຂຽນຂອງ ທ່ານ ສາດສະດາຈານ Ryo Ikebe, ສັງກັດພະແນກເສດຖະກິດ, ມະຫາວິທະຍາໄລ Senshu ກ່ຽວກັບການຮ່ວມມືລະຫວ່າງແມ່ນໍ້າຂອງ - ຍີ່ປຸ່ນ ແລະ ບົດບາດຂອງຫວຽດນາມ.

ທ່ານ ສາດສະດາຈານ Ryo Ikebe, ສັງກັດພະແນກເສດຖະກິດ, ມະຫາວິທະຍາໄລ Senshu
(ພາບ: Nguyentuyen/TTXVN)
      ບົດຂຽນໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເຂດອະນຸພາກພື້ນແມ່່ນໍ້າຂອງ  ເຊິ່ງລວມມີບັນດາປະເທດ ຫວຽດນາມ, ລາວ, ກໍາປູເຈຍ, ໄທ ແລະ ມຽນມາ. ເຂດອະນຸພາກພື້ນແມ່່ນໍ້າຂອງ  ມີຄວາມສາມາດບົ່ມຊ້ອນກາຍເປັນສູນຜະລິດ - ຈໍາໜ່າຍຂອງ ອາຊຽນ ແລະ ແມ່ນຕ່ອງໂສ້ທີ່ສໍາຄັນໃນລະບົບມູນຄ່າທົ່ວໂລກ.
        ທ່ານສາດສະດາຈານ Ikebe ເນັ້ນໜັກວ່າ ໂດຍມີທີ່ຕັ້ງຢູ່ທາງອອກ, ຍ່ານລຸ່ມແມ່ນໍ້າຂອງ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຫຼາຍກົນໄກຮ່ວມມືຂອງອະນຸພາກພື້ນແມ່ນໍ້າ ຂອງ, ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືລະຫວ່າງ ແມ່ນໍ້າຂອງ - ຍີ່ປຸ່ນ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນຂໍ້ລິເລີ່ມ “ທົດສະວັດແມ່ນໍ້າຂອງຂຽວ” ໃນການຮ່ວມມືລະຫວ່າງແມ່ນໍ້າຂອງ - ຍີ່ປຸ່ນ. ປີ 2018, ຫວຽດນາມໄດ້ຮັບບົດບາດເປັນຜູ້ປະສານງານໃນການພົວພັນຕ່າງປະເທດ ລະຫວ່າງ ອາຊຽນ - ຍີ່ປຸ່ນ ຢ່າງເປັນທາງການ, ຜ່ານນັ້ນອາດຈະມີການປະກອບສ່ວນຕັ້ງໜ້າໃຫ້ແກ່ການຮ່ວມມືລະຫວ່າງ ແມ່ນໍ້າຂອງ - ຍີ່ປຸ່ນ ຫຼາຍກວ່າອີກ.
        ກອງປະຊຸມສຸດຍອດຮ່ວມມືລະຫວ່າງ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 10 ຈະດໍາເນີນໃນວັນທີ 9 ຕຸລາ ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ, ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງກົນໄກຮ່ວມມືດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top