ຂ່າວສານ

ນັກຊ່ຽວຊານຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ຢູ່ສິງກະໂປຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

      ກອງປະຊຸມ 2 ຄັ້ງໄດ້ສົ່ງສານຢ່າງແຮງກ່ຽວກັບຄວາມສຳຄັນຂອງເລື່ອງແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນກະທຳ ແລະ ຮ່ວມມືຢູ່ພາກພື້ນ ກ່ອນອື່ນໝົດແມ່ນ ການປ້ອງກັນ, ຕ້ານໂລກລະບາດ.

ກອງປະຊຸມຮັບມືກັບໂລກລະບາດໂຄວິດ-19
(ພາບ: TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສິງກະໂປ, ທ່ານນາງປະລິນຍາໂທ ຮ່ວາງທິຮ່າ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ຢູ່ສິງກະໂປ, ໄດ້ເນັ້ນໜັກວ່າ, ກອງປະຊຸມ 2 ຄັ້ງໄດ້ສົ່ງສານຢ່າງແຮງກ່ຽວກັບຄວາມສຳຄັນຂອງເລື່ອງແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນກະທຳ ແລະ ຮ່ວມມືຢູ່ພາກພື້ນ ກ່ອນອື່ນໝົດແມ່ນ ການປ້ອງກັນ, ຕ້ານໂລກລະບາດ. ບັນດາປະເທດອາຊຽນ ຈະໄດ້ຮັບຜົນປະໂຫຍດຈາກການຮ່ວມມືຢ່າງແໜ້ນແຟ້ນກັບ 3 ປະເທດຄູ່ຮ່ວມມື, ເຊິ່ງເຄີຍເປັນແຫຼ່ງກຳລັງອັນໃຫຍ່ຫຼວງທາງດ້ານເຕັກໂນໂລຊີ, ສາທາລະນະສຸກ ແລະ ການເງິນເພື່ອຮັບມືກັບໂລກລະບາດ. ນອກຈາກບັນດາບຸລິມະສິດແຖວໜ້າທາງດ້ານສາທາລະນະສຸກແລ້ວ, ບັນດາບຸລິມະສິດທາງດ້ານເສດຖະກິດກໍ່ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຢູ່ໃນ 2 ກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3.
        ກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ທ່ານນາງປະລິນຍາໂທ ຮ່ວາງທິຮ່າ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມວ່າ ເປັນໜ້າປະທັບໃຈຢ່າງແທ້ຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນຢູ່ພາຍໃນປະເທດ ແລະ ເຮັດໃຫ້ໂລກມີຄວາມສົນໃຈ, ຍ້ອງຍໍຊົມເຊີຍ.
 (ແຫຼ່ງຄັດຈາກ VOV)


top