ຂ່າວສານ

ນັກຊ່ຽວຊານ ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍຢູ່ໃນດວງໃຈຂອງເພື່ອນມິດກຳປູເຈຍ

      ໂດຍເຈືອຈານເຂົ້າກັບບັນຍາກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7/9/1945 – 7/9/2020), ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ກຳປູເຈຍ ໄດ້ພົບປະກັບພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ເພື່ອ ທົບທວນຄືນບັນດາເລື່ອງລາວກ່ຽວກັບໄລຍະເຮັດວຽກກັບຖັນແຖວບັນນາທິການ, ນັກເຕັກນິກ ຂອງວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ໄປຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ນັບແຕ່ຊຸມວັນທຳອິດທີ່ປະເທດ ກຳປູເຈຍ ຫາກໍຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ຂະແມແດງ. ຕໍ່ໄປນີ້ ເຊີນທ່ານພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ພົບປະກັບບັນດາໝູ່ເພື່ອນ ກຳປູເຈຍ.
            ເຖິງວ່າໄດ້ມາໄວກ່ອນຕາມການນັດໝາຍ ກວ່າ 10 ນາທີ ກໍຕາມ ແຕ່ພວກຂ້າພະເຈົ້າ ກໍຮູ້ສຶກປະຫຼາດໃຈເມື່ອເຫັນທ່ານຮອງລັດຖະມົນຕີ, ອະດີດຜູ້ອຳນວຍການໃຫຍ່ Tuol Sarath ພ້ອມດ້ວຍພະນັກງານ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ພວມຢືນກຽມພ້ອມຖ້າຮັບພວກຂ້າພະເຈົ້າຢູ່ຫ້ອງໂຖງຂອງສຳນັກງານ. ພໍເຫັນໜ້າ, ເຂົາເຈົ້າໄດ້ຍິ້ມແຍ້ມແຈ່ມໃດ ແລ້ວຖາມສະບາຍດີເຊິ່ງກັນແລະກັນຢ່າງເອື້ອເຟື້ອສະໜິດສະໜົມ ເໝືອນດັ່ງໝູ່ສະໜິດກັນທີ່ບໍ່ໄດ້ພົບກັນມານານ. ພິເສດ, ພວກຂ້າພະເຈົ້າໄດ້ ມີຄວາມຮູ້ສຶກຕື້ນຕັນໃຈ ເມື່ອເຫັນວ່າ ຢູ່ອ້ອມຕົວມີບໍ່ຈັກວ່າເທົ່າໃດຮູບຖ່າຍ, ວັດຖຸພັນກ່ຽວຂ້ອງເຖິງ ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ຮັບການຮັກສາ, ຂຽນຄຳອະທິບາຍຢ່າງລະອຽດ ແລະ ຕັ້ງວາງສະແດງຢູ່ບ່ອນທີ່ສະຫງ່າຜ່າເຜີຍ. ເຊິ່ງນັ່ງໂອ້ລົມກັບບັນດາພະນັກງານອາວຸໂສຂອງ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນຫ້ອງເຮັດວຽກຢ່າງອົບອຸ່ນ, ອ້າຍ Tan Yan, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ແບ່ງປັນສູ່ຟັງວ່າ:

ການພົບປະໂອ້ລົມລະຫວ່າງນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກັບ ພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ
      ມື້ນີ້, ເມື່ອພົບປະກັບບັນດາເພື່ອນໆພະນັກງານຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ເຮັດໃຫ້ຂ້າພະເຈົ້າຄິດຮອດຄິດເຖິງບັນດາຄວາມຊົງຈຳດີໆໃນຄາວນັ້ນ, ຄິດເຖິງຄວາມເປັນມາຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ. ຫວນຄືນຊຸມວັນທີ່ຜ່ານມາ, ຂ້າພະເຈົ້າບໍ່ເຊື່ອໄດ້ເລີຍວ່າ ຈະມີຊີວິດການເປັນຢູ່ຄືນໃນວັນນີ້. ວັນທີ 7 ມັງກອນ 1979 ແມ່ນວັນປະເທດ ກຳປູເຈຍ ໄດ້ກຳເນີດເກີດຂຶ້ນຄັ້ງທີ 2, ພວກຂ້າພະເຈົ້າຮູ້ສຶກໂຊກດີແທ້ໆທີ່ມາຮອດມື້ນີ້ ໄດ້ມານັ່ງຢູ່ນີ້, ໄດ້ພົບປະໂອ້ລົມກັບເພື່ອນເກົ່າ, ຫວນຄືນເລື່ອງເກົ່າໆ ກ່ຽວກັບບຸກຄົນຜູ້ເປັນອ້າຍ, ຜູ້ເປັນເພື່ອນຊາວຫວຽດນາມ ເຊິ່ງພວກຂ້າພະເຈົ້າໄດ້ຮ່ວມທຸກຮ່ວມສຸກນຳກັນ”.
            ໂດຍເປັນຜູ້ທີ່ຜູກພັນກັບວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ນັບແຕ່ຊຸມວັນທຳອິດແຫ່ງການສ້າງຕັ້ງ, ທ່ານຮອງລັດຖະມົນຕີ Tan Yan ໃຫ້ຮູ້ວ່າ ພາຍຫຼັງຊ່ວຍປະຊາຊົນ ກຳປູເຈຍໂຄ່ນລົ້ມລະບອບ Pol Pot, ລັດຖະບານ ຫວຽດນາມ ໄດ້ຈັດສົ່ງນັກຊ່ຽວຊານມາຊ່ວຍເຫຼືອ ກຳປູເຈຍ ສ້າງສາປະເທດຊາດຄືນໃໝ່ໃນທຸກຂົງເຂດ, ໃນນັ້ນ, ວຽກງານ ກະຈາຍສຽງ ແມ່ນຂົງເຂດທີ່ໄດ້ຮັບບຸລິມະສິດ. ທ່ານ Tan Yan ເລົ່າສູ່ຟັງວ່າ “ເພື່ອແບ່ງເບົາກັບຄວາມຫຍຸ້ງຍາກຂອງປະເທດໜຶ່ງທີ່ຫາກໍຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ, ທ່ານຜູ້ອຳນວຍການໃຫຍ່ຂອງ ວິທະຍຸກະຈາຍສຽງຫວຽດນາມ ໃນຄາວນັ້ນແມ່ນທ່ານ ເຈິ່ນເລິມ ໄດ້ແຕ່ງຕັ້ງບັນດານັກຊ່ຽວຊານທີ່ເກັ່ງທີ່ສຸດມາຊ່ວຍເຫຼືອ ວິທະຍຸ ກຳປູເຈຍ. ບັນດາພະນັກງານຂອງວິທະຍຸກະຈາຍສຽງ ກຳປູເຈຍ ຍັງຈື່ຝັງໃຈຮູບພາບບັນດານັກຊ່ຽວຊານຫວຽດນາມຄືອ້າຍ ຄວາ, ອ້າຍ ຖັ໊ງ, ອ້າຍຍື, ອ້າຍ ຫວູຫາຍ.... ທີ່ມີຄວາມສຸດຈິດສຸດໃຈ ແລະ ເອື້ອເຟື້ອ, ເຊິ່ງເປັນບັນດານັກເຕັກນິກ, ບັນນາທິການຄົນທຳອິດທີ່ໄດ້ສອນໃຫ້ພວກຂ້າພະເຈົ້າເລີ່ມແຕ່ຄວາມຮູ້ທີ່ພື້ນຖານທີ່ສຸດ ໃນຊຸມວັນທີ່ລຳບາກກາກກຳນັ້ນ”.

ທ່ານຮອງລັດຖະມົນຕີ Tan Yan
      ເລົ່າມາຮອດນີ້, ນ້ຳຕາຂອງທ່ານ Tan Yan ຍຶງປໍ້, ນ້ຳສຽງຕ່ຳລົງ ແລ້ວໃຫ້ຮູ້ຕື່ມອີກວ່າ, ກ່ອນວັນປະເທດຊາດໄດ້ຮັບການປົດປ່ອຍນັ້ນ ນັກເຕັກນິກຂອງ ກຳປູເຈຍ ຖືກພວກ Pol Pot ເຂັ່ນຂ້າ ທັງໝົດ, ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຕ້ອງກໍ່ສ້າງຸຖັນແຖວພະນັກງານເຕັກນິກຄືນໃໝ່ ນັບແຕ່ເລກສູນ. ທ່ານກ່າວວ່າ:
            “ຊາວກຳປູເຈຍ ມີຄຳເວົ້າທີ່ວ່າ: ຜູ້ທີ່ມີບຸນຄຸນຫຼາຍທີ່ສຸດສຳລັບເຮົາ ແມ່ນຜູ້ທີ່ສອນວິທີຕຶກເບັດໃຫ້ເຮົາ. ແຕ່ບັນດາເພື່ອນ ຫວຽດນາມ ໄດ້ໃຫ້ພວກເຮົາທັງປາ, ທັງວິທີຕຶກເບັດອີກດ້ວຍ. ໝາຍຄວາມວ່າ ໃນຄາວນັ້ນ ຫວຽດນາມ ທັງໃຫ້ພວກຂ້າພະເຈົ້າອາຫານການກິນ, ທັງສອນວິຊາຊີບ ທັງຖ່າຍທອດປະສົບການໃຫ້ແກ່ພວກຂ້າພະເຈົ້າ”. ໃນເວລານັ້ນ, ພະນັກງານໃນພະແນກບັນນາທິການທັງໝົດ ແມ່ນຍັງບໍ່ໄດ້ຮັບການກໍ່ສ້າງກ່ຽວກັບການເຮັດຂ່າວ, ຍັງບໍ່ທັນມີວິຊາສະເພາະກ່ຽວກັບນັກຂ່າວເທື່ອ, ແຕ່ພວກຂ້າພະເຈົ້າຜູ້ໃດກໍຫ້າວຫັນຮຽນຕາມບັນດານັກຊ່ຽວຊານ ຫວຽດນາມ, ຫຼັງຈາກນັ້ນກໍ່ແນະນຳເຊິ່ງກັນແລະກັນ. ມີບົດຮຽນຫຼາຍບົດ, ເຖິງວ່າຕ້ອງສອນໄປສອນມາຫຼາຍເທື່ອ ແຕ່ບັນດານັກຊ່ຽວຊານຫວຽດນາມ ຍັງອົດທົນບອກສອນ, ພວກຂ້າພະເຈົ້າຕັດສິນໃຈຮຽນທັງເວັນ ແລະ ຄືນ”.
      ແບ່ງປັນກ່ຽວກັບບັນດາຄວາມຊົງຈຳທີ່ຜູກພັນກັບຖັນແຖວບັນນາທິການ, ນັກເຕັກນິກ ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກຳປູເຈຍ, ທ່ານ Bou Van Narith ໂຄສົກຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ:
 ຂ້າພະເຈົ້າຍັງຈື່ຝັງໃຈກ່ຽວກັບຄວາມຊົງຈຳເມື່ອໄດ້ເຂົ້າຮ່ວມລາຍການກະຈາຍສຽງອອກອາກາດສົດຄັ້ງທຳອິດ ໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍ ພະນົມເປັນ ຄືວັນທີ 7 ມັງກອນ 1980. ຕອນນັ້ນ, ນັກຊ່ຽວຊານສອງຄົນແມ່ນອ້າຍ ຈີ ແລະ ອ້າຍ ກວາງ ໄດ້ນັ່ງທາງຂ້າງເພື່ອໃຫ້ກຳລັງໃຈແກ່ພວກຂ້າພະເຈົ້າ, ເມື່ອເຫັນຂ້າພະເຈົ້າຍັງກັງວົນເມື່ອນັ່ງຕໍ່ໜ້າເຄື່ອງບັນທຶກສຽງ, ອ້າຍ ຈີ ເອົາມືຄ່ອຍໆລູບຫຼັງຂ້າພະເຈົ້າ ແລະ ເວົ້າວ່າ “ບໍ່ຕ້ອງຫ່ວງ, ບໍ່ຕ້ອງຫ່ວງ”. ຍ້ອນໄດ້ຮັບການແນະນຳຂອງບັນດານັກຊ່ຽວຊານຫວຽດນາມ, ລາຍການກະຈາຍສຽງອອກອາກາດສົດໃນມື້ນັ້ນ ຈຶ່ງປະສົບຜົນສຳເລັດຢ່າງຈົບງາມດັ່ງປາດຖະໜາ”.

ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ແລະ ທ່ານ  Bou Van Narith
 ໂຄສົກຂອງວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ
      ເມື່ອອຳລາບັນດາພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຍາມຕາເວັນຄ້ອຍຄ່ຳ, ພວກຂ້າພະເຈົ້າຍັງຮູ້ສຶກເສຍດາຍ ເພາະວ່າບໍ່ມີເວລາເພື່ອຮັບຟັງຕໍ່ບັນດາເລື່ອງລາວທີ່ໜ້າປະທັບໃຈຂອງພວກເພິ່ນ, ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າກໍຮູ້ສຶກໄດ້ເຖິງອາລົມຈິດຄວາມຮັກແພງອັນລ້ຳຄ່າທີ່ບໍ່ອາດຫຼົງລືມໄດ້ຂອງພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ທີ່ມີຕໍ່ນັກຊ່ຽວຊານຫວຽດນາມລຸ້ນຕ່າງໆເວົ້າລວມ ແລະ ວິທະຍຸກະຈາຍສຽງຫວຽດນາມ ເວົ້າສະເພາະ. ກັບບ້ານຢູ່ເສັ້ນທາງລຽບຕາມແຄມຝັ່ງແມ່ນ້ຳຂອງ, ສຽງເພງ “ອ້າຍເອີຍ, ຈົ່ງຢູ່ຕໍ່ ຢ່າຟ້າວກັບເມືອ” ເຊິ່ງບັນດາພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ຫາກໍພາກັນຂັບຮ້ອງມອບໃຫ້ພວກຂ້າພະເຈົ້ານັ້ນ ຍັງດັງແວ່ວໃນຫູພວກຂ້າພະເຈົ້າ./.
(ແຫຼ່ງຄັດຈາກ VOV)


top