ການພົບປະລະຫວ່າງການນຳ ຫວຽດນາມ ແລະ ອົດສະຕາລີ ໄດ້ສ່ອງແສງຄວາມສຳຄັນທີ່ນັບມື້ນັບສູງຂອງການພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈສູງລະຫວ່າງ 2 ປະເທດ
ທ່ານ Layton Pike, ສະມາຊິກສະພາໃຫ້ຄຳປຶກສາຂຶ້ນກັບສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ (ພາບ: VNA)
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດເປັນຄັ້ງທຳອິດຢູ່ ອົດສະຕາລີ ແຕ່ວັນທີ 09 – 12 ສິງຫາ. ການຢ້ຽມຢາມແມ່ນຂີດໝາຍປະຫວັດສາດ, ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງ 2 ປະເທດ ແລະ ສະແດງໃຫ້ເຫັນວິໄສທັດຍຸດທະສາດ ກໍຄືຄວາມຕັດສິນໃຈຂອງການນຳ 2 ຝ່າຍທີ່ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ, ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນແລະກັນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ປະເທດ.
ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ Layton Pike, ສະມາຊິກສະພາໃຫ້ຄຳປຶກສາຂຶ້ນກັບສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ (AVPI), ຢືນຢັນວ່າ “ການພົບປະລະຫວ່າງການນຳ ຫວຽດນາມ ແລະ ອົດສະຕາລີ ໄດ້ສ່ອງແສງຄວາມສຳຄັນທີ່ນັບມື້ນັບສູງຂອງການພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈສູງລະຫວ່າງ 2 ປະເທດ". ທ່ານກໍ່ໃຫ້ຮູ້ວ່າ ການຢ້ຽມຢາມແມ່ນການ “ສະແດງໃຫ້ເຫັນຄຳໝັ້ນສັນຍາລວມໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເຮັດໃຫ້ການພົວພັນຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ການສຶກສາ, ນະວັດຕະກຳ, ການພັດທະນາແບບຍືນຍົງ ແລະ ການພົບປະແລກປ່ຽນປະຊົນເລິກເຊິ່ງຂຶ້ນຕື່ມ.”