ພາບຊີວິດ

ນັກຄົ້ນຄວ້າໜັງສື ຫານໂນມ ລຸ້ນ 8X

ທ່ານ ຈິ່ນກວາງດຶກ, ນັກຄົ້ນຄວ້າໜັງສື ຫານໂນມ ລຸ້ນ 8X ເປັນຜູ້ ແຕ່ງປຶ້ມຫົວໜຶ່ງທີ່ໃສ່ຊື່ວ່າ: “ພັນປີເສື້ອໝວກ” ໄດ້ສ້າງປະກົດການ ໜຶ່ງຂຶ້ນ ໃນວົງການໄວໜຸ່ມ ໃນໄລຍະຜ່ານມາ ແລະ ເປີດອອກວິທີ ສຳຜັດໃໝ່ ໃນຂົງເຂດຄົ້ນຄວ້າ ວັດທະນະທຳ ທີ່ໄດ້ຖືວ່າເຂົ້າໃຈ ຍາກ ແລະ ມີລັກສະນະນາມທຳມາແຕ່ດັ້ງເດີມ. 
ຈາກປະກົດການ  “ພັນປີເສື້ອໝວກ”...
ປີ 2013, ສິ່ງພິມ “ພັນປີເສື້ອໝວກ” ຂອງນັກຄົ້ນຄວ້າ ເຈິ່ນກວາງດຶກ ໄດ້ອອກສູ່ສາຍຕາທ່ານຜູ້ອ່ານ. ຫຼັງຈາກນັ້ນ ບໍ່ດົນ, ປຶ້ມຫົວນີ້ ໄດ້ສ້າງເປັນປະກົດການໜຶ່ງ ໃນຕະຫຼາດ ປຶ້ມຄົ້ນຄວ້າ ຂອງ ຫວຽດນາມ.

ດ້ວຍການພິມສອງຄັ້ງ ຕິດຕໍ່ກັນ ພາຍໃນໜຶ່ງເດືອນ, ຈຳນວນປຶ້ມ  “ພັນປີເສື້ອໝວກ” ໄດ້ຈຳໜ່າຍ ຈາກ 1000 ຫົວໃນການ ຄັ້ງທຳ ອິດ ໄດ້ເພິ່ມຂຶ້ນເຖິງ 7000 ຫົວ ໃນການພິມ ແລະ ຈຳໜ່າຍ ຄັ້ງທີສອງ.


ນັກຄົ້ນຄວ້າໜຸ່ມ ເຈິ່ນກວາງດຶກ ຜູ້ເປີດອອກວິທີສຳຜັດໃໝ່ ໃນຂົງ ເຂດຄົ້ນຄ້ວາ ວັດທະນະທຳ ທີ່ໄດ້ຖືວ່າ
ເຂົ້າໃຈຍາກ ແລະ ມີລັກ ສະນະນາມທຳ ມາແຕ່ດັ້ງເດີມ ຢູ່ຫວຽດນາມ.



ບັນດາເລື່ອງລາວກ່ຽວກັບ ວັດທະນະທຳ ຍາມໃດກໍໄດ້ ເຈິ່ນກວາງ ດຶກ ລວບລວມເອົາໃນ ໜັງສືແຕ່ລະໂຕ ທີ່ບັນດາຫ້ອງສອນໜັງສື ຫານໂນມຂອງຕົນ. 

ຍ໊ານາມ, ຮ້ານຂາຍປຶ້ມ ທີ່ມີຊື່ສຽງຢູ່ຕະຫຼາດປຶ້ມ ຫວຽດນາມ ກໍ່ບໍ່ ສາມາດ ຄາດເດົາລ່ວງໜ້າ ໄດ້ຄວາມ “ເຜັດຮ້ອນ” ຂອງ “ພັນປີ ເສື້ອໝວກ”. ນີ້ແມ່ນໜຶ່ງ ໃນບັນດາ ປຶ້ມ ທີ່ຫາຍາກ ໃນປະເພດ ປຶ້ມ ຄົ້ນຄວ້າ ຢູ່ຫວຽດນາມ ໄດ້ຊວນເຊື່ອວົງການ ນັກວິຊາການ ທັງໝົດ ແລະ ຄວ້າໄດ້ ລາງວັນ ປຶ້ມທີ່ໜ້າອ່ານ ໃນປະເພດ ລາງ ວັນ “ຄົ້ນພົບໃໝ່” (ປີ 2014).

“ພັນປີເສື້ອໝວກ”  ໄດ້ກຳເນີດຂຶ້ນ ຈາກ ຄວາມມຸ່ງມາດ ປາດຖະ ໜາອັນນ້ອຍໜິດ ຂອງ ນັກສຶກສາຄົນໜຶ່ງ ທີ່ຫາກໍ ກັບມາຈາກ ຕ່າງປະເທດ. ປີ 2009, ເຈິ່ນກວາງດຶກ ຮຽນຈົບມະຫາວິທະຍາໄລ ບັກກິ່ງ ແລະ ກັບຄືນ ຫວຽດນາມ. ໃນຈຸດເວລານັ້ນ, ບັນດາຜູ້ຜະ ລິດຟີມຮູບເງົາ ທີ່ຈັດສາກ ການຖ່າຍທຳ ໃນສະໄໝສັກດິນາ ຂອງ ຫວຽດນາມ ກຳລັງເຈັບຫົວ ຕໍ່ບັນຫາເຄື່ອງການ ນຸ່ງຖືຂອງນັກສະ ແດງ ຊຶ່ງບໍ່ທັນມີຄວາມແຕກຕ່າງ ກັບເຄື່ອງນຸ່ງຖື ໃນ ຟີມຮູບເງົາ ທີ່ຈັດສາກການຖ່າຍທຳ ໃນສະໄໝສັກດິນາ ຂອງ ສປ ຈີນ. ສິ່ງ ດັ່ງກ່າວ ໄດ້ ເຮັດໃຫ້ ນັກສຶກສາ ທີ່ຮຽນມາຈາກຕ່າງປະ ເທດນີ້ ໄດ້ເກີດແນວຄວາມຄິດທີ່ໃຫຍ່ຍິ່ງກວ່າ, ນັ້ນແມ່ນ ປະດິດຂຶ້ນປຶ້ມ ຫົວໜຶ່ງ ເພື່ອ “ທົດແທນຫວ່າງເວຫາ ທີ່ກວ້າງໃຫຍ່ໄພສານ ຂອງ ປະຫວັດສາດ ເຄື່ອງນຸ່ງຖື ຫວຽດນາມ ແລະ ປະຫວັດສາດ ວັດທະ ນະທຳ ຫວຽດນາມ”.

“ພັນປີເສື້ອໝວກ” ເປັນຜົນການປະດິດແຕ່ງ ທີ່ເຮັດໃຫ້ ເຄື່ອງນຸ່ງ ຂອງຖືກ ຂອງ ຄົນຫວຽດ ໃນ ເກືອບ 1000 ປີ, ແຕ່ສະໄໝ ລາຊະວົງ ຫຼີ ເຖິງ ສະໄໝ ລາຊະວົງ ຫງວຽນ (1009-1945) ຄືໄດ້ ກັບ ມາ ມີຊີວິດຄືນໃໝ່. ໃນປຶ້ມຫົວນີ້, ຜູ້ແຕ່ງ ໄດ້ຄົ້ນຄວ້າລົງເລິກ ໃນ ແຕ່ ຊຸດອາພອນ ທີ່ໃຊ້ໃນລາຊະວັງ ຂອງ ເຈົ້າຊີວິດ, ອາດຍາ ເຈົ້ານາຍ ເຖິງ ຊຸດອາພອນຂອງກຳລັງ ກອງທັບ, ຊຸດອາພອນ ພື້ນເມືອງ (ນັບທັງເຄື່ອງນຸ່ງ ແລະ ແບບຜົມ).


ໄລ່ຮອດຈຸດເວລານີ້, ນີ້ອາດຈະແມ່ນ ໜຶ່ງໃນບັນດາ ເອກະສານ ວັດທະນະທຳ, ປະຫວັດສາດ ກ່ຽວກັບ ຫົວເລື່ອງ ເຄື່ອງນຸ່ງຖື ທີ່ ໄດ້ຄົ້ນຄວ້າລົງເລິກ ແລະ ຮຽບຮຽງ ຢ່າງລະອຽດທີສຸດ ຢູ່ ຫວຽດນາມ”. 

(ນັກຄົ້ນຄວ້າ ຈິ້ງວັນແບັກ ໃຫ້ຄຳສັງເກດ ກ່ຽວກັບ ບົດປະ ພັນ “ພັນປີເສື້ອໝວກ”).   

... ເຖິງຄວາມໄຝ່ຝັນ ສ້າງທິດທາງໄປ ຂອງ ອາຈານພາສາ “ຍໍ” 8X
ເຖິງວ່າ ສິ່ງຕິດຕົວທີ່ຈຳເປັນ ໃນການດຳລົງຊີວິດຕົວເອງ ທີ່ ຍັງມີ ຢູ່ບໍ່ພໍເທົ່າໃດ ນອກ “ພັນປີເສື້ອໝວກ” ແຕ່ ຄວາມໄຝ່ຝັນ ໃນການ ຄົ້ນຄວ້າ ຂອງ ນັກຄົ້ນຄວ້າລຸ້ນ 8X ນີ້ ບໍ່ອາດ ຖືກຂາດບັ້ນ ຂາດ ຕອນ.

ຫຼັງຈາກນັ້ນບໍ່ດົນ, ເຈິ່ນກວາງດຶກ ໄດ້ເລີ່ມຕົ້ນ ປະຕິບັດ ຄວາມຝັນ ຂອງຕົນ ດ້ວຍການເປີດ ຫ້ອງຮຽນ ໃນຖານະເປັນ ອາຈານສອນ ໜັງສື ຫານໂນມ.

ໃນເດືອນ ຕຸລາ 2017, ຫ້ອງຮຽນໜັງສື ຫານໂນມ ຂອງ ເຈິ່ນກວາງດຶກ ໄດ້ເປີດສອນ 7 ຊຸດ ແລະ ສຳເລັດ ເປັນທີ່ຮຽບຮ້ອຍ. ປັດຈຸບັນ ຍັງຄົງເປີດຊຸດຮຽນໃໝ່ ຢ່າງສະໝ່ຳສະເໝີ.



ຫຼັກສູດຮຽນໜັງສື ຫານໂນມ ທີ່ນຳໃຊ້ໃນຫ້ອງຮຽນ ຂອງ ເຈິ່ນ ກວາງດຶກ ໄດ້ຮັບການປັບປຸງເປັນປະຈຳ ເນື່ອງຈາກຈິດຕະສາດ, ຄວາມຕ້ອງການ ແລະ ຈຸດສະເພາະຂອງ ນັກຮຽນແຕ່ລະຄົນ ຫຼັງ ຊຸດຮຽນໜຶ່ງ.


ດ້ວຍເຫດນັ້ນ, ຫ້ອງຮຽນໜັງສື ຫານໂນມ ຂອງ ເຈິ່ນກວາງດຶກ ຍາມໃດກໍມີຄວາມດຶງດູດຈັບໃຈເປັນພິເສດ
ຕໍ່ບັນດາຜູ້ຮັກມັກ ວັດທະນະທຳ ບູຮານ.

ຕາມນັກຄົ້ນຄວ້າ ເຈິ່ນກວາງດຶກ, ບັນດາຫ້ອງຮຽນໜັງສື ຫານ ໂນມ ນີ້ ໄດ້ໄຂຂຶ້ນ ດ້ວຍຈຸດປະສົງ ເພື່ອໃຫ້ທ່ານ ມີໂອກາດໄດ້ ພົວພັນແລກປ່ຽນ ແລະ ແຜ່ຂະຫຍາຍ ຄວາມຮູ້ ຄວາມສາມາດ ຕໍ່ຜູ້ທີ່ມີຄວາມນິຍົມມັກ, ຄວາມຫຼົງໄຫຼດຽວກັນ ແລະ ກະໂຕ ບັນ ດາລູກສິດ ຂອງ ຄູສອນໂຕໜັງສື ຫານ 8X ນີ້ ກໍຈະສືບຕໍ່ເຮັດວຽກ ງານ ຄືກັນ ກັບ ອາຈານຂອງຕົນ, ນັ້ນແມ່ນແປປຶ້ມ.

ຈຸດປະສົງ ກໍຄືຈຸດໝາຍທີ່ສອງ ຊ່ຶງຕາມຄວາມຄິດເຫັນ ຂອງ ອາ ຈານສອນໜັງສື ຫານໂນມ 8X ແມ່ນ “ເຮັດໃຫ້ສຳເລັດ ຫຼັກສູດ ສອນໜັງສື ຫານໂນມ ທີ່ເຜີຍແຜ່ເຖິງສູ່ຄົນຫວຽດ ເປັນຈຳນວນ ຫຼວງຫຼາຍ, ຜ່ານນັ້ນ ເຂົາເຈົ້າ ສາມາດ ເຂົ້າໃຈໄດ້ ແບບການ ກິນດື່ມ ແລະ ຄວາມນຶກຄິດ ຂອງ ຄົນລຸ້ນກ່ອນໆ”.

ດ້ວຍເຫດນັ້ນ ຫຼັກສູດຮຽນໄດ້ຮັບການປັບປຸງເປັນປະຈຳ ຈາກຈິດ ຕະສາດ, ຄວາມຕ້ອງການ ແລະ ຈຸດສະເພາະຂອງ ນັກຮຽນແຕ່ ລະຄົນ ຫຼັງ ຊຸດຮຽນໜຶ່ງ.

ຕາມທັດສະນະ ຂອງ ທ່ານ ເຈິ່ນກວາງດຶກ ຄື “ເຖິງວ່າ ຈະເຮັດ ອາ ຊີບໃດກໍຕາມ, ສິ່ງສຳຄັນສຸດ ຕ້ອງມີຫົວຄິດການຈັດຕັ້ງຢ່າງມີວິ ທະຍາສາດ, ມີຕ່ອງໂສ້ ແລະ ຖືສຳຄັນລັກສະນະ ປະສິດທິພາບ” . ດ້ວຍເຫດນັ້ນ, ອາຈານ ເຈິ່ນກວາງດຶກ ບໍ່ຄິດງໍ້ ເມື່ອຫຼາຍ ຄົນໃຊ້ ຄຳສັບ “ເລີ່ມຕົ້ນທຸລະກິດ” ໃຫ້ຕິດພັນກັບ ວຽກງານຂອງຕົນ.

ວິທີການ ເລີ່ມຕົ້ນທຸລະກິດ ຂອງແຕ່ລະຄົນອາດຈະມີຄວາມ ແຕກຕ່າງກັນ ຕາມຈິນຕະນາການ ຍຸກສະໄໝ ທີ່ເຂົາເຈົ້າ ກຳລັງໃຊ້ຊີວິດ. ແຕ່ສິ່ງທີ່ແກ່ນຫຼັກ ເພື່ອໃຫ້ຜູ້ ເຮັດວຽກຄົ້ນຄວ້າ ກ່ຽວກັບ ວັດ ທະນະທຳ ໄດ້ວົງຄະນາຍາດ ຮັບຮອງ, ທີ່ສຳລັບ ເຈິ່ນກວາງດຶກ ກໍບໍ່ແມ່ນວ່າກໍລະນີພິເສດ. ນັກຄົ້ນຄວ້າໜັງສື ຫານໂນມ ລຸ້ນ 8X ນີ້ ໄດ້ສິ້ນສຸດ ການພົບປະ ກັບພວກຂ້າພະເຈົ້າ ດ້ວຍການໄຂ ຄວາມ ໃນໃຈ ອອກມາວ່າ: “ຄົນຍຸກໃໝ່ ທຸກຄົນ ຕ່າງກໍມີຄວາມ ກ່ຽວພັນກັນ ກັບອະດີດ ແຕ່ເຂົາເຈົ້າອາດຈະ ບໍ່ຮັບ ຮູ້ໄດ້ ສິ່ງດັ່ງກ່າວ ແລະ ວຽກງານ ຂອງ ຂ້າພະເຈົ້າ ແມ່ນ ຊ່ວຍໃຫ້ເຂົາເຈົ້າ ຮັບຮູ້ໄດ້ວ່າ ຄວາມສົມບູນແບບ ໃນຕົວແຕ່ລະຄົນ ຕ່າງ ກໍມີ ການ ສະໜິດຕິດພັນແຕ່ອະດີດ”. 
ບົດ: ຖາວວີ - ພາບ: ຫວຽດເກື່ອງ
 
 
 
 
 
 

top