ຂ່າວສານ

ນັກກິລາ ໂຕທິຈາງ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ ໃນ ຊີເກມ 31

ພາຍຫຼັງແຂ່ງຂັນກັນມາເປັນ 4 ນັດ, ໂມທິຈາງ ເອົາຊະນະ 3 ນັດ ແລະ ເສຍ 1 ນັດ, ເປັນຜູ້ມີຄະແນນສູງສຸດ ແລະ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ ໃນຊີເກມ 31.
  ນັກກິລາ ໂຕທິຈາງ ແລະ ຍາດພີ່ນ້ອງ (ພາບ: bongdaplus.vn)  

 ນັກກິລາ ໂຕທິຈາງ ໄດ້ຮັບຜົນງານດີເລີດ ແລະ ຄວ້າໄດ້ຫຼຽນຄຳ ໃນການແຂ່ງຂັນກິລາປະເພດ ຄູຣາ (Kurash) ລະດັບນ້ຳໜັກ 48 kg ຂອງເພດຍິງ ໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 31). ເຂົ້າຮ່ວມການແຂ່ງຂັນໃນລະດັບນ້ຳໜັກນີ້ມີນັກກິລາທັງໝົດ 5 ຄົນ, ພາຍຫຼັງແຂ່ງຂັນກັນມາເປັນ 4 ນັດ, ໂມທິຈາງ ເອົາຊະນະ 3 ນັດ ແລະ ເສຍ 1 ນັດ, ເປັນຜູ້ມີຄະແນນສູງສຸດ ແລະ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ ໃນຊີເກມ 31.


top