ຫຼັງຈາກ 80 ປີແຫ່ງການສ້າງຕັ້ງປະເທດ (1945 - 2025), ຫວຽດ ນາມ ຈາກປະເທດ ທີ່ຖືກປົກຄຸມດ້ວຍຄວັນໄຟ ແຫ່ງສົງຄາມ ໄດ້ບືນ ຕົວກ້າວຂຶ້ນ ກາຍເປັນຄູ່ຮ່ວມມື ທີ່ໜ້າເຊື່ອຖື, ເປັນສະມາຊິກ ທີ່ມີ ຄວາມຮັບຜິດຊອບ ໃນທົ່ວໂລກ. ການສົນທະນາ ຂອງ ນັກຂ່າວ ວາລະສານ ຂ່າວພາບ ຫວຽດນາມ ກັບນັກການທູດ ທ່ານນາງ ໂຕນ ນື໊ທິນິງ ໄດ້ເປີດເຜີຍ ມຸມມອງ ທ່ີເລິກເຊິ່ງ ກ່ຽວກັບ ຖານະບົດບາດ ແລະ ອະນາຄົດ ຂອງ ຫວຽດນາມ ໃນເວທີສາກົນ.
ຫຼັງຈາກ 80 ປີແຫ່ງການສ້າງຕັ້ງປະເທດ (1945 - 2025), ຫວຽດ ນາມ ຈາກປະເທດ ທີ່ຖືກປົກຄຸມດ້ວຍຄວັນໄຟ ແຫ່ງສົງຄາມ ໄດ້ບືນ ຕົວກ້າວຂຶ້ນ ກາຍເປັນຄູ່ຮ່ວມມື ທີ່ໜ້າເຊື່ອຖື, ເປັນສະມາຊິກ ທີ່ມີ ຄວາມຮັບຜິດຊອບ ໃນທົ່ວໂລກ. ການສົນທະນາ ຂອງ ນັກຂ່າວ ວາລະສານ ຂ່າວພາບ ຫວຽດນາມ ກັບນັກການທູດ ທ່ານນາງ ໂຕນ ນື໊ທິນິງ ໄດ້ເປີດເຜີຍ ມຸມມອງ ທ່ີເລິກເຊິ່ງ ກ່ຽວກັບ ຖານະບົດບາດ ແລະ ອະນາຄົດ ຂອງ ຫວຽດນາມ ໃນເວທີສາກົນ.
ທ່ານນາງ ໂຕນນື໊ທິນິງ (ເດືອນ ສິງຫາ 2025). ພາບ: ເລມິງ/VNP
- ນັກຂ່າວ: ເມື່ອຫວນຄືນໄລຍະທາງ 80 ປີ ນັບແຕ່ ວັນສ້າງຕັ້ງປະເທດ, ມີເວລາໃດ ທີ່ເຮັດໃຫ້ ທ່ານນາງຮູ້ສຶກສະເທືອນໃຈ ຫຼື ພູມໃຈ ໃນຖາ ນະເປັນຄົນ ຫວຽດນາມ?
+ ທ່ານນາງ ໂຕນນື໊ທິນິງ: ໃນເສັ້ນທາງພັດທະນາຂອງຊາດ, ມີຫຼາຍເຫດ ການປະຫວັດສາດ ທີ່ສ້າງຄວາມປະທັບໃຈ ຢ່າງເລິກເຊິ່ງ ໃນໃຈຂອງ ປະຊາຊົນ ຫວຽດນາມ ແຕ່ລະຄົນ. ສໍາລັບຂ້າພະເຈົ້າ, ເວລາທີ່ສັກສິດ ແລະ ສະເທືອນໃຈທີ່ສຸດ ແມ່ນເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງ ການເອກະລາດ ໃນວັນທີ 2 ກັນຍາ 1945 ທີ່ສະໜາມຫຼວງ ບາດິ່ງ-ເຫດການ ທີ່ໃຫ້ກຳເນີດປະເທດ ຫວຽດນາມ ສາທາລະນະລັດ ປະຊາ ທິປະໄຕ, ເປັນຂີດໝາຍແຫ່ງການຫັນປ່ຽນ ຂອງຊາດ ໄປສູ່ຍຸກໃໝ່ຄື: ເອກະລາດ, ເສລີພາບ ແລະ ເປັນເຈົ້າຕົນເອງ.
ໃນຂົງເຂດການຕ່າງປະເທດ, ເຫດການຕ່າງໆ ເຊັ່ນ: ການທີ່ ຫວຽດ ນາມ ເຂົ້າຮ່ວມ ອົງການ ສະຫະປະຊາຊາດ (1977), ການສ້າງສາຍ ພົວພັນທາງການທູດ ເປັນປົກກະຕິກັບ ສ ອາເມລິກາ(1995), ການ ເຂົ້າຮ່ວມ ASEAN (1995) ແລະ ອົງການການຄ້າໂລກ (WTO) (2007) ລ້ວນແຕ່ ເປັນການຫັນປ່ຽນ ປະຫວັດສາດ. ນີ້ບໍ່ພຽງແຕ່ສະ ແດງໃຫ້ເຫັນເຖິງ ການເຊື່ອມໂຍງ ທີ່ນັບມື້ນັບເລິກເຊິ່ງ, ແຕ່ຍັງຢືນຢັນ ເຖິງ ແນວຄິດການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າການ, ຫັນເປັນຫຼາກຫຼາຍ, ຫັນເປັນຫຼາຍທິດ ການພົວພັນສາກົນ ຂອງ ຫວຽດນາມ.
ທ່ານນາງ ໂຕນນື໊ທິນິງ ເປັນນັກແປພາສາ ໃຫ້ທ່ານພົນເອກ ຫວໍງວຽນຢາບ ທີ່ ອາຟຣິກກາ (ປີ 1980). ພາບ: ເອກະສານໂດຍຜູ້ ກ່ຽວສະໜອງໃຫ້
- ນັກຂ່າວ: ໃນຊຸມປີ ທີ່ທ່ານເຮັດວຽກ ໃນຂະແໜງການທູດ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຍັງແດ່ ເພື່ອຢືນຢັນ ຖານະບົດບາດ ໃນ ເວທີສາກົນ?
ທ່ານນາງ ໂຕນນື໊ທິນິງ: ໃນຊຸມປີ 1990 ແມ່ນໄລຍະ ທີ່ມີຄວາມ ທ້າ ທາຍຫຼາຍ. ກ່ອນປີ 1995, ຫວຽດນາມ ຍັງປະເຊີນກັບຄວາມອະຄະຕິ ແລະ ຄວາມລະແວງສົງໃສ ຈາກບັນດາປະເທດໃນພາກພື້ນ ແລະ ສາ ກົນ. ແນວໃດກໍ່ຕາມ, ການຫັນເປັນປົກກະຕິ ສາຍພົວພັນກັບ ສປ ຈີນ (1991), ຈາກນັ້ນແມ່ນກັບ ສ ອາເມລິກາ (1995) ໄດ້ສ້າງຂີດໝາຍ ປະຫວັດສາດ, ເປີດກວ້າງພື້ນທີ່ໃໝ່ ໃຫ້ການທູດ ຂອງ ຫວຽດນາມ.
ການເຂົ້າຮ່ວມອົງການການຄ້າໂລກໃ ນປີ 2007 ໄດ້ສືບຕໍ່ຢືນຢັນ ຄໍາ ໝັ້ນສັນຍາ ໃນການເຊື່ອມໂຍງ ຢ່າງກວ້າງຂວາງ ເລິກເຊິ່ງຂອງ ຫວຽດ ນາມ. ຜົນສຳເລັດດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ບໍ່ພຽງ ແຕ່ນໍາຜົນປະໂຫຍດ ທາງດ້ານວັດຖຸ, ແຕ່ຍັງຊ່ວຍໃຫ້ ຫວຽດນາມ ຍົກ ສູງພາບພົດ ແລະ ຖານະບົດບາດ ໃນເວທີສາກົນ
ທ່ານນາງ ໂຕນນື໊ທິນິງ ກ່າວຄໍາປາໄສ ທີ່ ມະຫາວິທະຍາໄລ Johns Hopkins, ວໍຊິງຕັນ ດີຊີ, ສ ອາເມລິກາ (ປີ 2003). ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ທ່ານນາງ ໂຕນນື໊ທິນິງ (ຊ້າຍສຸດ) ພ້ອມກັບ ທ່ານນາຍົກ ລັດຖະມົນຕີ ຟານວັນຂາຍ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ ໃນການເດີນ ທາງຢ້ຽມຢາມ ລາຊະອານາຈັກ ແບນຊິກ ແລະ EU ຢ່າງເປັນທາງການ (ປີ 2002). ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
- ນັກຂ່າວ: ໃນຊຸມປີ ທີ່ທ່ານເຮັດວຽກ ໃນຂະແໜງການທູດ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຍັງແດ່ ເພື່ອຢືນຢັນ ຖານະບົດບາດ ໃນ ເວທີສາກົນ?
+ ທ່ານນາງ ໂຕນນື໊ທິນິງ: ໃນຊຸມປີ 1990 ແມ່ນໄລຍະ ທີ່ມີຄວາມ ທ້າ ທາຍຫຼາຍ. ກ່ອນປີ 1995, ຫວຽດນາມ ຍັງປະເຊີນກັບຄວາມອະຄະຕິ ແລະ ຄວາມລະແວງສົງໃສ ຈາກບັນດາປະເທດໃນພາກພື້ນ ແລະ ສາ ກົນ. ແນວໃດກໍ່ຕາມ, ການຫັນເປັນປົກກະຕິ ສາຍພົວພັນກັບ ສປ ຈີນ (1991), ຈາກນັ້ນແມ່ນກັບ ສ ອາເມລິກາ (1995) ໄດ້ສ້າງຂີດໝາຍ ປະຫວັດສາດ, ເປີດກວ້າງພື້ນທີ່ໃໝ່ ໃຫ້ການທູດ ຂອງ ຫວຽດນາມ.
ການເຂົ້າຮ່ວມອົງການການຄ້າໂລກໃ ນປີ 2007 ໄດ້ສືບຕໍ່ຢືນຢັນ ຄໍາ ໝັ້ນສັນຍາ ໃນການເຊື່ອມໂຍງ ຢ່າງກວ້າງຂວາງ ເລິກເຊິ່ງຂອງ ຫວຽດ ນາມ. ຜົນສຳເລັດດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ບໍ່ພຽງ ແຕ່ນໍາຜົນປະໂຫຍດ ທາງດ້ານວັດຖຸ, ແຕ່ຍັງຊ່ວຍໃຫ້ ຫວຽດນາມ ຍົກ ສູງພາບພົດ ແລະ ຖານະບົດບາດ ໃນເວທີສາກົນ.
ພາບຖ່າຍ ທ່ານນາງ ໂຕນນື໊ທິນິງ (ເດືອນ ສິງຫາ 2025). ພາບ: ເລມິງ/VNP
* ທ່ານນາງ ໂຕນນື໊ທິນິງ ໄດ້ເຄື່ອນໄຫວໃນຂົງເຂດການທູດ, ການຕ່າງ ປະເທດ ເປັນເວລາ 40 ປີ.
- ໄລຍະປີ 2000 - 2003, ທ່ານນາງ ເຄີຍດໍາລົງຕໍາແໜ່ງເປັນ ເອກອັກ ຄະລັດຖະທູດ ຫວຽດນາມ ປະຈໍາປະເທດ ແບນຊິກ ແລະ ລຸກຊຳບວກ ແລະ ປະຈໍາ ສະຫະພາບ ເອີຣົບ (EU), ບ່ອນທີ່ ທ່ານນາງ ໄດ້ລິເລີ່ມ ກິດຈະກຳການທູດ ວັດທະນະທຳ ຫຼາຍຢ່າງ.
- ແຕ່ປີ 2003 ຫາ ປີ 2007, ໃນຖານະເປັນຮອງ ປະທານ ກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງຊາດ, ທ່ານນາງໄດ້ມີສ່ວນຮ່ວມ ໃນບັນຫາ ສິດທິມະນຸດ ກໍຄື ຜົນຢ້ອນຫຼັງຂອງທາດພິດສີສົ້ມ ແລະ ຊຸກ ຍູ້ຂະບວນວິວັດ ຫັນການພົວພັນທາງການທູດ ເປັນປົກກະຕິ ກັບຊຸມ ຊົນຄົນ ຫວຽດນາມ ຢູ່ຕ່າງປະເທດ.
- ທ່ານນາງ ໄດ້ຮັບຫຼຽນໄຊ ຫຼາຍຢ່າງ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫຼຽນໄຊແຮງງານຊັ້ນໜຶ່ງ ຂອງ ລັດຖະບານ ຫວຽດນາມ (2008), ຫຼຽນໄຊ ດາວເໜືອ ຈາກລັດຖະບານ ຝຣັ່ງ (1998 ແລະ 2013, ລະດັບຜູ້ບັນຊາການ) ແລະ ຫຼຽນໄຊ Leopold II ຂອງ ລັດຖະບານ ແບນຊິກ (2003).
- ປັດຈຸບັນ, ທ່ານນາງ ເປັນປະທານກອງທຶນ ເພື່ອສັນຕິພາບ ແລະ ການ ພັດທະນາ ນະຄອນ ໂຮ່ຈີມິນ (HPDF) ດ້ວຍຈຸດປະສົງ ລະດົມການ ເຂົ້າຮ່ວມ, ປະກອບສ່ວນຂອງຊຸມຊົນ ແລະ ຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການ ພັດທະນາ ຂອງ ນະຄອນ ໂຮ່ຈີມິນ ແລະ ປະເທດ.
- ນັກຂ່າວ: ຕາມທ່ານນາງ, ປັດຈຸບັນ ຫວຽດນາມ ຖືກເບິ່ງແນວໃດ ໃນ ສາຍຕາ ຂອງ ເພື່ອນມິດສາກົນ?
+ ທ່ານນາງ ໂຕນນື໊ທິນິງ: ປັດຈຸບັນ, ຫວຽດນາມ ຖືກຕີລາຄາວ່າ ເປັນ ປະເທດ ທີ່ມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມຂະຫຍັນ ຂັນເຂື່ອນ ໃນການພັດທະນາເສດຖະກິດ ແລະ ມີການເຄື່ອນໄຫວຢ່າງ ຕັ້ງໜ້າ ໃນການພົວພັນຕ່າງປະເທດ. ພາບພົດ ຂອງ ຫວຽດນາມ ບໍ່ໄດ້ ກ່ຽວຂ້ອງ ກັບສົງຄາມ ອີກຕໍ່ໄປ, ແຕ່ເປັນ “ດາວດວງໃໝ່ ທີ່ກໍາລັງຂຶ້ນ” ໃນພາກພື້ນ ອາຊີ.
ຫວຽດນາມ ກໍາລັງສ້າງ ຖານະບົດບາດ ໃຫ້ເປັນສ່ວນໜຶ່ງທີ່ສຳຄັນ ໃນ ລະບົບການສະໜອງ ທົ່ວໂລກ, ເປັນຈຸດໝາຍປາຍທາງການ ລົງທຶນ ທີ່ ໜ້າສົນໃຈ, ເປັນຄູ່ຮ່ວມເຈລະຈາ ທີ່ມີຄວາມຮັບຜິດຊອບ ແລະ ໜ້າ ເຊື່ອຖື. ຄວາມຮັກແຂກແພງຄົນ, ການເປີດກວ້າງ ແລະ ຄວາມປາຖະ ໜາ ທີ່ຈະຮຽນຮູ້ ຂອງຄົນ ຫວຽດນາມ ກໍ່ເປັນປັດໄຈ ທີ່ສ້າງ ຄວາມປະທັບໃຈ ແລະ ຄວາມໄວ້ວາງໃຈ ຈາກເພື່ອນມິດສາກົນ.
-ນັກຂ່າວ: ເບິ່ງເຖິງອະນາຄົດໃນ 20 ປີຂ້າງໜ້າ, ມຸ່ງສູ່ເປົ້າໝາຍ 100 ປີ ແຫ່ງການສ້າງຕັ້ງປະເທດ (ປີ 2045), ທ່ານນາງຄາດຫວັງຫຍັງ ສໍາ ລັບປະເທດ?
+ ທ່ານນາງ ໂຕນນື໊ທິນິງ: ຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະກາຍເປັນ ປະເທດ ທີ່ພັດທະນາ, ມີລາຍໄດ້ສູງ. ດ້ານການຕ່າງປະເທດ, ຂ້າພະ ເຈົ້າຫວັງວ່າ ພວກເຮົາ ຈະສືບຕໍ່ຮັກສາ ສີສັນເອກະລັກສະເພາະ ຂອງ ຕົນ ໃນນະໂຍບາຍການຕ່າງປະເທດ, ທັງອ່ອນໂຍນ, ຍືດຫຍຸ່ນ ແລະ ທັງໜັກແໜ້ນ ໃນຫຼັກການ.
ພາບຖ່າຍນັກການທູດ ທ່ານນາງ ໂຕນນື໊ທິນິງ (ເດືອນ ສິງຫາ 2025). ພາບ: ເລມິງ/VNP
Nam
ທ່ານນາງ ໂຕນນື໊ທິນິງ ປັດຈຸບັນເປັນປະທານ ກອງທຶນ ເພື່ອສັນຕິພາບ ແລະ ການພັດທະນາ ນະຄອນ ໂຮ່ຈີມິນ (HPDF). ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້
ໂດຍສະເພາະ, ຂ້າພະເຈົ້າຫວັງວ່າ ຄົນໜຸ່ມສາວ ຈະມີບົດບາດ ບຸກ ເບີກ ໃນການທູດ ຂອງ ສະຕະວັດ ທີ XXI-ມີຄວາມຄ່ອງຕົວ, ເປັນມື ອາຊີບ ແລະ ເຊື່ອມໂຍງຢ່າງຮອບດ້ານ, ເຮັດໃຫ້ ຫວຽດນາມ ກາຍເປັນແບບຢ່າງທີ່ດີ ໃນການຮ່ວມມືສາກົນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ນັກຂ່າວວາລະສານ ຂ່າວພາບ ຫວຽດນາມ ສໍາພາດນັກການທູດ ທ່ານ ນາງ ໂຕນນື໊ທິນິງ (ເດືອນ ສິງຫາ 2025). ພາບ: ເລມິງ/VNP
- ນັກຂ່າວ: ຂໍຂອບໃຈທ່ານນາງ ຢ່າງສູງ!
ບົດ: ເຊີນເຫງ໊ຍ, ເລມິງ - ພາບ: ເລມິງ, ເອກະສານ ໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ