“ງານລ້ຽງເທິງລູກດີດ” ເປັນລາຍການສະແດງ ປີອາໂນ ດ່ຽວ ຂອງ ນັກສິລະປິນ ສ ເກົາຫຼີ Bokyung Lee ທີ່ຫາກໍ່ຈັດຂຶ້ນ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ຄືກັບຊື່ເອີ້ນ, ຊາວ ຫວຽດນາມ ໄດ້ຮັບ “ຂອງຂວັນ” ຈາກນັກສິລະປິນ ດ້ວຍງານລ້ຽງດົນຕີ ທີ່ເປັນເອກະ ລັກສະເພາະ ແລະ ແປກໃໝ່. ບັນດາທຳນອງສຽງ ປີອາໂນ ທີ່ມີ ການປະສົມປະສານ ລະຫວ່າງດົນຕີ ຄລາສສິກ ຂອງ ຕາເວັນຕົກ ແລະ ດົນຕີພື້ນເມືອງ ຫວຽດນາມ ທີ່ນັກສິລະປິນ ສະແດງ ເຮັດ ໃຫ້ ທັງຫ້ອງຜູ້ຊົມ “ຟົດຟື້ນ”. ຜູ້ຊົມບໍ່ພຽງ ແຕ່ເຈືອຈານເຂົ້າກັບສຽງ ດົນຕີ ທີ່ມ່ວນຊື່ນ ຂອງ ບົດ ປີອາໂນ sonata ທີ່ມີ ຊື່ສຽງ ແລະ ເປັນ ອໍາມະຕະ ຂອງ Ludwig Van Beethoven, ບົດ ປີອາໂນ Ballades 4 ບົດ ໄດ້ແຕ່ງສຳຫຼັບ ໃຫ້ການໂຊໂລ ປີອາໂນ ຂອງ Frédéric Chopin ເທ່ົານັ້ນ, ແຕ່ຍັງໄດ້ສຳຜັດກັບ “ລົດຊາດໃໝ່” ຂອງທຳນອງສຽງດົນຕີ ພື້ນເມືອງ ທີ່ຄຸ້ນເຄີຍ ຈາກພາກເໜືອ ຫວຽດນາມ ຜ່ານສຽງ ປີອາໂນ ໃນບົດດົນຕີ “ຊໍ່ດອກໄມ້ ຫວຽດ ນາມ” ຂອງ ນັກດົນຕີ ດັ້ງຮືວຟຸກ ອີກດ້ວຍ.
“ຊໍ່ດອກໄມ້ ຫວຽດນາມ” ຂອງ ນັກດົນຕີ ດັ້ງຮືວຟຸກ ໄດ້ແຕ່ງສຳ ຫຼັບ ປີອາໂນ ໄດ້ສ້າງຄວາມສະເທືອນໃຈ ຕໍ່ເພື່ອນມິດສາກົນ ເມື່ອຄົ້ນພົບດົນຕີ ຫວຽດນາມ. ບົດດົນຕີສະບັບນີ້ ປະກອບມີບົດ ເພງ: ມ່ົວຊວນ, ເມືອ, ລຸ໋ງລຽງ, ເບື໋ອມຮວາ ແລະ ຈົ໋ງເກີມ ໄດ້ສະແດງ ໂດຍສິລະປິນ Bokyung Lee ຢູ່ ສ ອາເມລິກາ ແລະ ສ ເກົາຫຼີ, ຢູ່ ບ່ອນໃດ, ເພິ່ນກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ. ຈາກບັນດາບົດ ດົນຕີ ທີ່ເພິ່ນໄດ້ສະແດງ, ເພື່ອນມິດສາກົນ ກໍ່ມີຄວາມຮັກ ຕໍ່ດົນຕີພື້ນເມືອງ ຫວຽດນາມ. ພິເສດໃນການ ສະແດງ, ນັກສິລະປິນ Bokyung Lee ຍັງສະເໜີ ຄວາມງາມ ຂອງ ວັດທະນະທຳ ຫວຽດນາມ ຜ່ານຊຸດອ໋າວຢ່າຍ ຫວຽດ. ຜູ້ຊົມທັງຮູ້ສຶກແປກໃຈ, ທັງຮູ້ສຶກ ແປກປະຫຼາດ ເມື່ອເຫັນມີ ນັກສິລະປິນສາກົນຄົນໜຶ່ງ ນຸ່ງຊຸດ ອ໋າວຢ່າຍ ຫວຽດນາມ ສະແດງ ປີອາໂນ. ສິ່ງດັ່ງກ່າວບໍ່ເຄີຍປາກົດ ເທິງເວທີດົນຕີສາກົນຈັກເທື່ອ. ຈະຕ້ອງມີຄວາມຮັກ ແລະ ຄວາມເຂົ້າໃຈ ຕໍ່ວັດທະນະທຳ ຫວຽດນາມ ຢ່າງເລິກເຊິ່ງຈຶ່ງ ສາມາດປະດິດສ້າງ ລາຍການ ສະແດງ ໜຶ່ງທີ່ໜ້າຮັກປານນີ້.
ນັກສິລະປິນ Bokyung Lee ມາ ຫວຽດນາມ ແຕ່ປີ 2016, ເຂົ້າ ຮ່ວມສະແດງ ໃນລາຍການປະສານດົນຕີ ສ ເກົາຫຼີ - ຫວຽດນາມ. ເພິ່ນຍັງໄດ້ ຮ່ວມສະແດງ ໃນລາຍການປະສານດົນຕີ ເພື່ອການກຸ ສົນ “ຜ້າພັນຄໍ ອົບອຸ່ນ ໃຫ້ເດັກນ້ອຍ” ໃນ 3 ລາຍການຂອງ “ລະດູ ໃບໄມ້ຫຼົ່ນ ທີ່ຮັກແພງ” - ລາຍການ ປະສານດົນຕີ ເພື່ອການກຸສົນ ຈັດເປັນປະຈຳປີ ໂດຍກອງທຶນ “ຜ້າພັນຄໍ ອົບອຸ່ນ ໃຫ້ເດັກນ້ອຍ” ຢູ່ ຫວຽດນາມ.
ໃນຖານະເປັນຜູ້ຮຽນວິຊາດົນຕີ, ສະນັ້ນນັກສິລະປິນ Bokyung Lee ມີຫຼາຍໂອກາດ ເພື່ອພົວພັນ ກັບບັນດານັກສິລະປິນ ຂອງ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ແລະ ຊອກຮູ້ກ່ຽວກັບດົນຕີ ຫວຽດນາມ. ເພິ່ນຍັງໄດ້ຮັບແຮງບັນດານໃຈ ຈາກບົດດົນຕີ ປີອາ ໂນ ຂອງນັກສິລະປິນ ດັ້ງຖາຍເຊີນ. ໃນຄັ້ງທຳອິດທີ່ເພິ່ນຫຼິ້ນດົນຕີ ຫວຽດນາມ, ເພິ່ນຮູ້ສຶກວ່າ ບໍ່ແມ່ນເລື່ອງງ່າຍ ແລະ ຕ້ອງໄດ້ຮຽນແບບ ຫວຽດນາມ ຈຶ່ງສາມາດ ປະສົບຜົນສຳເລັດໃນ ການສະແດງ ປີອາໂນ. “ຊໍ່ດອກໄມ້ ຫວຽດນາມ” ແມ່ນສະບັບ ປີອາໂນ ປະກອບໂດຍນັກດົນຕີ ດັ້ງຮືວຟຸກ, ມີຄວາມຮູ້ສຶກງ່າຍ, ພຽງແຕ່ສະແດງ ບົດດົນຕີ ຂອງ ນັກດົນຕີ ຢ່າງຖືກຕ້ອງ ກໍຈະ “ສຳຜັດ” ເຖິງອາລົມຈິດ ຂອງ ຜູ້ຊົມ. ນັກສິລະປິນ Bokyung Lee ໄດ້ປະສົມປະສານ ດົນຕີ ພື້ນເມືອງ ຫວຽດນາມ ກັບດົນຕີ ຄລາສສິກ ຂອງ ເອີຣົບ ເພື່ອສ້າງ “ງານລ້ຽງເທິງລູກດີດ”. ດ້ວຍເຫດນີ້, ເພິ່ນໄດ້ເຊີດຊູຄວາມຄ່ອງແຄ່ວ ແລະ ມີຫົວຄິດປະດິດສ້າງຂອງ ດົນຕີພື້ນເມືອງ ຫວຽດນາມ.
ໃນເວລາສະແດງຢູ່ ຫວຽດນາມ, ນັກສິລະປິນ Bokyung Lee ໄດ້ພົວພັນ, ພົບປະແລກປ່ຽນຄວາມຮູ້ກ່ຽວ ກັບດົນຕີກັບຊາວໜຸ່ມຫວຽດນາມ ຫຼາຍຄົນ ເພື່ອຄົ້ນພົບ “ງານບຸນເທິງລູກດີດ”. ວິທີທີ່ເພິ່ນວາງ “ຊໍ່ ດອກໄມ້ ຫວຽດນາມ” ຢູ່ຂ້າງບັນດາບົດດົນຕີ ທີ່ເປັນອໍາມະຕະຂອງ Ludwig Van Beethoven ຫຼື Frédéric Chopin ໄດ້ນຳມາລາຍການດົນຕີ ທີ່ອຸດົມສົມບູນ. ໃນໄລຍະຈະມາເຖິງ, ນັກສິລະປິນ Bokyung Lee ຈະສືບຕໍ່ນຳຕີ “ຊໍ່ດອກໄມ້ ຫວຽດ ນາມ” ໄປສະແດງໃນເວທີສາກົນ. “ຊໍ່ດອກໄມ້ ຫວຽດນາມ” ແມ່ນບັນດາ ທຳນອງສຽງດົນຕີ “ລະດູບານໃໝ່” ຂອງການເຊື່ອມໂຍງວັດທະນະທຳ ຂອງ ສ ເກົາຫຼີ ກັບ ຫວຽດນາມ.
ນັກສິລະປິນ Bokyung Lee ຮຽນຈົບຈາກໂຮງຮຽນມັດທະຍົມ ສິ ລະປະ ການສະແດງ Seoul, ມະຫາວິທະຍາໄລ Gachon ຂອງ ສ ເກົາຫຼີ ແລະ ມະຫາວິທະຍາໄລ Oregon ຂອງ ສອາເມລິກາ; ເພິ່ນ ເຄີຍໄດ້ຮັບລາງວັນ “UO outstanding performer in Keyboard Performance” (UO ນັກດົນຕີດີເດັ່ນ ໃນການສະແດງ ຄີບອດ) ດ້ວຍຄະແນນການສະແດງ piano ສູງສຸດ, ລາງວັນທີ່ 1 ໃນການ ແຂ່ງຂັນConcerto UO (ດ້ວຍບົດດົນຕີ Brahms Conerto no.1). ເມື່ອຈົບການສຶກສາຈາກມະຫາວິທະຍາໄລ Oregon, ເພິ່ນ ໄດ້ຮັບ ໃບຍ້ອງຍໍ “ນັກສະແດງ ດີເດັ່ນ”. ນັກສິລະປິນ Bokyung Lee ເຄີຍສະແດງດ່ຽວ ແລະ ການປະສານດົນຕີ ຫຼາຍລາຍການ, ເຂົ້າ ຮ່ວມການສິດສອນ ໃນຖານະເປັນສະມາຊິກ ຂອງ ເວທີປາໄສ ດົນຕີຢູ່ ສ ອາເມລິກາ, ສ ເກົາຫຼີ ແລະ ຫວຽດນາມ.