ຂ່າວສານ

ນະ​ໂຍ​ບາຍ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໄລ​ຍະ 3 ປີ​ຜ່ານ​ມາ​ຂອງ​ຈີນ ແມ່ນ​ການ​​ເລືອກເຟັ້ນທີ່​ຖືກ​ຕ້ອງ

ທ່ານເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນວ່າ ເລື່ອງຈີນ ປະຕິບັດບັນດາຂໍ້ກຳນົດຕໍ່ໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດໃນໄລຍະ 3 ປີຜ່ານມາແມ່ນການເລືອກເຟັ້ນທີ່ຖືກຕ້ອງຂອງປະເທດນີ້.
  ພາບປະກອບ: cnsphoto  

ຕາມບົດຂ່າວຂອງ ສະຖານີໂທລະພາບ ສູນກາງ ຈີນ, ລົງວັນທີ 18 ມັງກອນ, ທ່ານ ສີຈິ້ນຜິງ ໄດ້ຢຶ້ຢາມຖາມຂ່າວພະນັກງານຂັ້ນຮາກຖານ, ປະຊາຊົນແບບທາງໄກ ແລະ ອວຍພອນບຸນເຕັດປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ. ທ່ານມີຄວາມເອົາໃຈໃສ່ຕໍ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ກໍ່ຄືວຽກງານປິ່ນປົວໃຫ້ແກ່ຄົນເຈັບ.

ທ່ານສີຈິ້ນຜິງ ໃຫ້ຮູ້ວ່າ 3 ປີຜ່ານມາ, ຈີນ ໄດ້ປະຕິບັດການຄວບຄຸມພະຍາດໂຄວິດ - 19 ຢ່າງເຂັ້ມງວດ, ນີ້ແມ່ນການເລືອກເຟັ້ນທີ່ຖືກຕ້ອງ, ຊ່ວຍຫຼຸດຈຳນວນຜູ້ເສຍຊີວິດ ແລະ ອາການເຈັບໜັກຢູ່ລະດັບຫນ້ອຍທີ່ສຸດ, ປົກປ້ອງຊີວິດອິນຊີ ແລະ ຮັກສາສຸຂະພາບຂອງປະຊາຊົນຢ່າງປອດໄພ, ພ້ອມທັງມີເວລາເພື່ອປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໃຫ້ດີທີ່ສຸດ, ປະຕິບັດການຄວບຄຸມພະຍາດໂຄວິດ - 19 ຫຼຸດລະດັບແຕ່ຂັ້ນ A ລົງ ຂັ້ນ B ທີ່ມີຄວາມຂັ້ມງວດຫນ້ອຍລົງ.

 ທ່ານປະທານປະເທດ ຈີນ ເນັ້ນໜັກວ່າ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ຂອງຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ປະສົບກັບຄວາມຫຍຸ້ງຍາກກ່ວາອີກ ແຕ່ດ້ວຍຄວາມຢຶດໝັ້ນ ແນ່ນອນວ່າ ຈີນຈະເອົາຊະນະພະຍາດໂຄວິດ - 19ໄດ້.


top