ຂ່າວສານ

ນະ​ໂຍ​ບາຍ​ການ​ເງິນ ຕັ້ງ​ໜ້າ​ໜູນ​ຊ່ວຍ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ຕອນເຊົ້າວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ໜັງສືພິມການເງິນຫວຽດນາມ ແລະ ວາລະສານ ນັກລົງທຶນ ໄດ້ສົມທົບກັນຈັດຕັ້ງເວທີປາໄສ “ໂອ້ລົມສົນທະນາກ່ຽວກັບນະໂຍບາຍການເງິນໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.

ຕອນເຊົ້າວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ໜັງສືພິມການເງິນຫວຽດນາມ ແລະ ວາລະສານ ນັກລົງທຶນ ໄດ້ສົມທົບກັນຈັດຕັ້ງເວທີປາໄສ “ໂອ້ລົມສົນທະນາກ່ຽວກັບນະໂຍບາຍການເງິນໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.

    

ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ  ໂຮ່ດຶກເຝິກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTVN)

ທີ່ເວທີປາໄສ, ຜູ້ຕາງໜ້າກົມໃຫຍ່ສວຍສາອາກອນ ແລະ ກົມໃຫຍ່ພາສີ ກໍແຈ້ງໃຫ້ຊາບກ່ຽວກັບມາດຕະການຈຸດສຸມຈຳນວນໜຶ່ງ ທີ່ຈະໜູນຊ່ວຍວິສາຫະກິດໃນໄລຍະຈະມາເຖິງ, ພິເສດແມ່ນກ່ຽວກັບການປະຕິຮູບລະບຽບການບໍລິຫານ, ໝູນໃຊ້ການຫັນເປັນດີຈີຕອນ, ພັດທະນາພາສີອາກອນ ແລະ ຜ່ານດານທາງເອເລັກໂຕນິກ. ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ  ໂຮ່ດຶກເຝິກ ເນັ້ນໜັກວ່າ, ຈະມານະພະຍາຍາມຮັບປະກັນແຫຼ່ງງົບປະມານໃຫ້ພຽງພໍ ເພື່ອໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ:

     “ໜູນຊ່ວຍວິສາຫະກິດ ດ້ວຍການຫຼຸດອັດຕາດອກເບ້ຍລົງ, ໝາຍຄວາມວ່າ  ເປັນການຈ່າຍງົບປະມານໜູນຊ່ວຍວິສາຫະກິດ 2%, ປະມານ 40.000 ຕື້ດົ່ງ; ລົງທຶນສ້າງພື້ນຖານໂຄງລ່າງ, ໂດຍສະເພາະແມ່ນເສັ້ນທາງດ່ວນເໜືອ - ໃຕ້ ແລະ ເສັ້ນທາງດ່ວນສາຍຕ່າງໆ. ນອກຈາກນັ້ນ, ຍັງມີນະໂຍບາຍອື່ນຫຼາຍສະບັບ. ນີ້ແມ່ນຄວາມມານະພະຍາຍາມໃຫຍ່ຫຼວງທີ່ສຸດຂອງກະຊວງການເງິນໃນການໜູນຊ່ວຍປະຊາຄົມວິສາຫະກິດ”.

(ແຫຼ່ງຄັດຈາກ VOV)


top