ຂ່າວສານ

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ແລະ ສີ​ສັນ​ຊາດ

ບົນ​ພື້​ນ​ຖານ​ຢຶດ​ໝັ້ນ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຄື​ເອ​ກະ​ລາດ, ຄວາມ​ເປັນ​ເຈົ້າ ແລະ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຫວຽດ​ນາມ ມີ​ຄວາມ​ໄຫວ​ພິບ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ແຕ່​ລະ​ຄູ່​ຮ່ວມ​ມື, ພ້ອມ​ທັງ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບຫຼາຍ​ປະ​ເທດ​ທີ່​ສຸດ​ທີ່​ສາ​ມາດ​ເຮັດ​ໄດ້.
  ທ່ານ ສ​ຈ. Shimizu Masaaki, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Osaka, ຍີ່​ປຸ່ນ (ພາບ: VNA)  
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ແລະ ສີ​ສັນ​ຊາດ ສິ່ງ​ນີ​້ໂດຍ​ທ່ານ ສ​ຈ. Shimizu Masaaki, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Osaka, ຍີ່​ປຸ່ນ ເນັ້ນ​ໜັກ​ເຖິງ​ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ນາມ​ມະ​ຍົດ “ທູດ​ພາ​ສາ​ຫວຽດ”. ຕາມ​ທ່ານສ​ຈ Shimizu Masaaki ແລ້ວ, ໃນ​ຕະຫຼອດ​ໄລ​ຍະ​ປະ​ຫວັດ​ສາດ, ຫວຽດ​ນາມ ໄດ້​ພົບ​ປະ​ກັບຫຼາຍ​ປະ​ເທດ​ມະ​ຫາ​ອຳ​ນາດ​ ແລະ ພື້​ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ, ແຕ່​ຍັງ​ຮັກ​ສາ​ໄດ້​ເອ​ກະ​ລາດ​ ແລະ ສີ​ສັນ​ວັດ​ທະ​ນະ​ທຳຢ່າງ​ໝັ້ນ​ແກ່ນ. ຫວຽດ​ນາມ ບໍ່​ປະ​ຕິ​ເສດ​ປັດ​ໄຈ​ຈາກ​ພາຍນອກ ຫາກ​ຍັງຮັບ​ເອົາ​ໂດບໃຮ​ການ​ຄັດ​ເລືອກ, ມີ​ໄຫວ​ພິບ, ພ້ອມ​ທ​ັງ​ຫັນ​ມັນ​ກາຍ​ເປັນ​ພາກ​ສ່ວນ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ສີ​ສັນ​ຂອງ​ຕົນ. ຕີ​ລາ​ຄາ​ບົດ​ບາດ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ທ່ານສ.ດ Shimizu ຖື​ວ່າ​ບົນ​ພື້​ນ​ຖານ​ຢຶດ​ໝັ້ນ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຄື​ເອ​ກະ​ລາດ, ຄວາມ​ເປັນ​ເຈົ້າ ແລະ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຫວຽດ​ນາມ ມີ​ຄວາມ​ໄຫວ​ພິບ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ແຕ່​ລະ​ຄູ່​ຮ່ວມ​ມື, ພ້ອມ​ທັງ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບຫຼາຍ​ປະ​ເທດ​ທີ່​ສຸດ​ທີ່​ສາ​ມາດ​ເຮັດ​ໄດ້.

top