ເສດຖະກິດ

ນະ​ຄອນ​ໂຮ່​ຈີ​ມິນ ຮັກ​ສາ​ບົດ​ບາດ​ນຳ​ໜ້າ​ເສດ​ຖະ​ກິດ, ສ້າງ​​ທ່າ​ເພີ່ມ​ຄວາມ​ໄວ​ໃຫ້​ແກ່​ປີ 2026

ນະຄອນໂຮ່ຈີມິນຮັກສາບົດບາດນຳໜ້າເສດຖະກິດຂອງທົ່ວປະເທດ, ບໍ່ພຽງແຕ່ຍ້ອນມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າGDP ຂອງທົ່ວປະເທດເທົ່ານັ້ນ, ຫາກຍັງຍ້ອນຄວາມສາມາດນຳພາທ່າອ່ຽງພັດທະນາ, ສ້າງກຳລັງແຜ່ກະຈາຍຢ່າງແຮງຕໍ່ບັນດາເຂດພາກ. ບົນພື້ນຖານບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນປີ 2025, ນະຄອນໂຮ່ຈີມິນກ້າວເຂົ້າສູ່ປີ 2026 ດ້ວຍຄວາມຮຽກຮ້ອງ ແລະ ເປົ້າໝາຍສູງກວ່າ, ເພີ່ມຄວາມໄວ, ພັດທະນາແບບຍືນຍົງ.
ທ່າແຮງທ່າກຳປັ່ນສືບຕໍ່ໄດ້ຂຸດຄົ້ນ (ພາບ: VOV)

ປີ 2025, ຍອດຜະລິດຕະພັນໃນທົ່ວນະຄອນ (GRDP) ຄາດວ່າບັນລຸປະມານ 3,03 ລ້ານຕື້ດົ່ງ (114 ຕື້ USD), ດ້ວຍລະດັບເຕີບໂຕບັນລຸ 8,3%, ກວມເອົາ 23,5% GDP ຂອງທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກ່ວາ 8.900 USD, ສູງກ່ວາຫຼາຍເມື່ອທຽບໃສ່ລາຍຮັບສະເລ່ຍຂອງທົ່ວປະເທດ. ການດຶງດູດເງິນລົງທຶນຈາກຕ່າງປະເທດຂອງນະຄອນກໍ່ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີ 2024, ສິ່ງດັ່ງກ່າວສະແດງໃຫ້ເຫັນກຳລັງດຶງດູດຢ່າງຕໍ່ເນື່ອງທີ່ມີຕໍ່ແຫຼ່ງເງິນລົງທຶນສາກົນ. ຕົວເລກເຫຼົ່ານັ້ນແມ່ນຫຼັກຖານພະຍານທີ່ມີຊີວິດຊີວາສະແດງໃຫ້ເຫັນຖານະບົດບາດນຳພາຂອງນະຄອນໃນເສດຖະກິດແຫ່ງຊາດ. ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕີລາຄາວ່າ:

ປີ 2025, ເສດຖະກິດນະຄອນມີຫຼາຍສິ່ງທີ່ໂດດເດັ່ນ. ນະຄອນທັງສຸມໃສ່ພັດທະນາເສດຖະກິດ - ສັງຄົມ, ທັງຜັນຂະຫຍາຍຮູບແບບປົກຄອງທ້ອງຖີ່ນສອງຂັ້ນຢ່າງມີປະສິດທິຜົນ, ຈະແຈ້ງ. ນະຄອນໄດ້ເປັນເສນາທິການ ປັບປຸງມະຕິເລກທີ 98 ຕາມທິດເປີດກວ້າງ, ເຮັດໃຫ້ສະພາບແວດລ້ອມແຫ່ງການລົງທຶນຂອງນະຄອນດີກວ່າເກົ່າ, ຮັບໃຊ້ໃຫ້ການພັດທະນາໄດ້ດີກວ່າ.

ພາຍຫຼັງໂຮມເຂົ້າ, ປັດຈຸບັນ, ນະຄອນມີ 25 ກຸ່ມອຸດສາຫະກຳ, 78 ເຂດອຸດສາຫະກຳ ເຊິ່ງແມ່ນສະຖານທີ່ເຄື່ອນໄຫວຄົ້ນຄວ້າ ແລະ ພັດທະນາ, ປະສານງານການຜະລິດ ດ້ວຍ 4 ຂະແໜງຈຸດສຸມ: ການຢາເຄມີ - ຢາງພາລາ - ປຼາດຕິກ; ການປຸງແຕ່ງທັນຍາຫານ, ອາຫານ, ເຄື່ອງດື່ມ; ການຜະລິດເຄື່ອງເອເລັກໂຕນິກ; ກົນຈັກ. ທ່າແຮງຂອງແຕ່ລະທ້ອງຖິ່ນໄດ້ກຳນົດຢ່າງຈະແຈ້ງ ແລະ ສຸມໃສ່ການລົງທຶນເພື່ອເສີມຂະຫຍາຍ. ຕາມທ່ານ ປ.ອ ເກິ້ນວັນລຶກ, ສະມາຊິກສະພາໃຫ້ຄຳປຶກສານະໂຍບາຍການເງິນ - ເງິນຕາແຫ່ງຊາດແລ້ວ, ບັນດາທ່າໄດ້ປຽບນີ້ອາດສາມາດເພີ່ມເຕີມໃຫ້ກັນເພື່ອຊ່ວຍໃຫ້ນະຄອນຮັກສາທ່າເຕີບໂຕໃນປີ 2026.

ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ນະຄອນໂຮ່ຈີມິນ (ພາບ: VOV)

ໃນເມື່ອກ່ອນ, ຂົງເຂດການບໍລິການກວມເອົາປະມານ 63% GRDP ຂອງນະຄອນ, ແຕ່ປັດຈຸບັນມີ ບ່າເຣ້ຍ - ຫວູງເຕົາ ແລະ ບິ່ງເຢືອງຕື່ມອີກ. ສອງທ້ອງຖີ່ນນີ້ ມີການປະກອບສ່ວນອຸດສາຫະກຳແມ່ນ 60% GRDP, ການບໍລິການພຽງແຕ່ 23% GRDP. ດັ່ງນັ້ນ ທັງສາມທ້ອງຖິ່ນນີ້ ( ນະຄອນໂຮ່ຈີມິນ, ບິ່ງເຢືອງ, ບ່າດເຣ້ຍ - ຫວູງເຕົາ) ຈະເພີ່ມເຕີມໃຫ້ກັນເປັນຢ່າງດີ.

ປີ 2026, ທາງນະຄອນໂຮ່ຈີມິນ ໄດ້ວາງບັນດາເປົ້າໝາຍ: ລະດັບເຕີບໂຕຍອດຜະລິດຕະພັນໃນທົ່ວແຂວງ (GRDP) ບັນລຸກວ່າ 10%, GRDP/ຫົວຄົນບັນລຸ 9.800 USD, ຍອດເງິນລົງທຶນສັງຄົມກວມເອົາສະເລ່ຍປະມານ 30% ໃນ GRDP, ມາດຕະຖວ່ງເສດຖະກິດດີຈີຕອນກວມເອົາແຕ່ 30% GRDP… ເພາະສະນັ້ນ, ນັບແຕ່ຕົ້ນປີ 2026, ທາງນະຄອນໄດ້ຫັນມະຕິເລກທີ 98 ສະບັບປັບປຸງ ເຊິ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາ ໃຫ້ປະກົດຜົນເປັນຈິງ ດ້ວຍບັນດາໂຄງການ, ກິດຈະກຳໃຫຍ່, ມີຈຸດສຸມ. ພ້ອມກັນນັ້ນ, ທາງນະຄອນກໍ່ໄດ້ສຸມໃສ່ຄວບຄຸມ, ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ຊຸກຍູ້ການຫັນເປັນສີຂຽວ, ດຶງດູດເງິນລົງທຶນເຂົ້າຂົງເຂດເຊິ່ງ ຫວຽດນາມ ໄດ້ກຳນົດແມ່ນບຸກທະລຸໃນສັງກາດໃໝ່. ທ່ານ ເຈືອງມິງຮູຍຫວູ, ຫົວໜ້າສະຖາບັນຄົ້ນຄ້ວາພັດທະນານະຄອນໂຮ່ຈີມິນ ຖືວ່າ:

ຕ້ອງສຸມໃສ່ຊີ້ນຳ ແລະ ເຮັດວຽກໃດໃຫ້ສຳເລັດວຽກນັ້ນ. ຈິດໃຈໃນປີ 2026 ແມ່ນຮ່ວມສ້າງສັນ, ພ້ອມກັນເຮັດວຽກ, ພ້ອມກັນແບ່ງປັນຜົນປະໂຫຍດ ແລະ ພ້ອມກັນແບ່ງປັນຄວາມສ່ຽງກັບບັນດານັກລົງທຶນຍຸດທະສາດ ໃນບັນດາຂົງເຂດເຊິ່ງນະຄອນໃຫ້ບຸລິມະສິດ.

ປີ 2026, ຄວາມຮຽກຮ້ອງທີ່ວາງອອກໃຫ້ນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນການຮັກສາລະດັບເຕີບໂຕສູງເທົ່ານັ້ນ ຫາກຍັງເພີ່ມຄຸນນະພາບ, ເປີດກວ້າງການພັດທະນາຢ່າງເລິກເຊິ່ງ, ປະສານສົມທົບລະຫວ່າງການເຕີບໂຕເສດຖະກິດ ກັບການພັດທະນາແບບຍືນຍົງ, ມຸ່ງໄປເຖິງການສ້າງຕົວເມືອງທີ່ມີຫົວຄິດປະດິດສ້າງ, ມະນຸດສະທຳ ແລະ ຕິດພັນກັບປະຊາຄົມພາຍໃນປະເທດ ແລະ ສາກົນ ຄືດັ່ງຄຳເນັ້ນໜັກຂອງ ທ່ານ ເຈິ່ນລຶວກວາງ, ເລຂາຄະນະພັກນະຄອນ ນະຄອນໂຮ່ຈີມິນ:

ມະຕິມີຢູ່ແລ້ວ, ໂຄງການແລະລະບຽບຂໍ້ກຳນົດກໍ່ມີຢູ່ແລ້ວ, ບັນຫາສຳຄັນທີ່ສຸດແມ່ນປັດຈຸບັນພວກເຮົາຕ້ອງເຮັດແນວໃດ. ຕາມຂ້າພະເຈົ້າ ຫຼັກການແມ່ນຕ້ອງມີການກະທຳຂ້ຽວຂາດນັບແຕ່ຕົ້ນປີ 2026 ນີ້, ສ້າງການຫັນປ່ຽນຢ່າງຈະແຈ້ງນັບແຕ່ບັນດາໂຄງການທຳອິດ, ຕະຫຼອດຮອດບັນດາການກະທຳທຳອິດ, ວຽກງານທຳອິດ, ສ້າງແຫຼ່ງບັນດານໃຈເພື່ອໃຫ້ທຸກຄົນມານະພະຍາຍາມສູ້ຊົນກວ່າອີກ. ພວກເຮົາຕ້ອງສຸມໃສ່ກໍ່ສ້າງນະຄອນໃຫ້ພັດທະນາດ້ວຍຖານະເປັນນະຄອນນຳໜ້າເສດຖະກິດແມ່ນແຫ່ງເຕີບໂຕຂອງທົ່ວປະເທດ.

ນະຄອນໂຮ່ຈີມິນ ພວມຢືນຢູ່ຕໍ່ໜ້າປະຕູໃໝ່ຂອງໂອກາດ, ພາລະກຳ ແລະ ສິ່ງທ້າທາຍ. ເລື່ອງສືບຕໍ່ເສີມຂະຫຍາຍບົດບາດນີ້ບໍ່ພຽງແຕ່ຊ່ວຍໃຫ້ນະຄອນ ໝັ້ນຄົງກວ່າໃນໄລຍະພັດທະນາຕໍ່ໄປເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການນຳພື້ນຖານເສດຖະກິດ ຫວຽດນາມ ກ້າວເຂົ້າສູ່ປີ 2026 ດ້ວຍການເຕີບໂຕແຮງກວ່າ, ໝັ້ນຄົງກວ່າ


top