ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ: ຫັນ​​ຂໍ້​ມູນເປັນ​ດ​ີ​ຈີ​ຕອນ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ພັດ​ທະ​ນາ​ພູມປັນ​ຍາ​ທຽມ

ຕອນບ່າຍວັນທີ 25 ກັນຍາ, ກ່າວຄຳເຫັນຊີ້ນຳກອງປະຊຸມສຳມະນາສາກົນ: “ບົດຮຽນ, ປະສົບການ ສາກົນ ແລະ ພາຍໃນປະເທດກ່ຽວກັບການຄົ້ນຄ້ວາ, ນຳໃຊ້ພູມປັນຍາທຽມ (AI)  - ສະເໜີແນະໃຫ້ແກ່ນະຄອນໂຮ່ຈີມິນ”.

ທ່ານ ຫງວຽນຖ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນກ່າວຄຳເຫັນທີ່ ກອງປະຊຸມສຳມະນາສາກົນ“ບົດຮຽນ, ປະສົບການ ສາກົນ ແລະ ພາຍໃນປະເທດກ່ຽວກັບການຄົ້ນຄ້ວາ, ນຳໃຊ້ພູມປັນຍາທຽມ (AI)  - ສະເໜີແນະໃຫ້ແກ່ນະຄອນໂຮ່ຈີມິນ” (ພາບ: TTXVN)

ທ່ານ ຫງວຽນຖ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນ ສ້າງລະບົບ ແຜນການ ແລະ ຍຸດທະສາດແຫ່ງຊາດກ່ຽວກັບ AI ຂອງປະມານ 10 ປະເທດໃນໂລກຄືນໃໝ່, ດຳເນີນການປຽບທຽບບັນດາເປົ້າໝາຍ, ວິທີການແກ້ໄຂເພື່ອພິຈາລະນາຄວາມເປັນເອກະພາບກໍ່ຄືບັນດາບຸລິມະສິດສະເພາະຂອງແຕ່ລະປະເທດ, ຜ່ານນັ້ນກໍ່ສ້າງໂຄງການຄົ້ນຄ້ວາ, ນຳໃຊ້ ແລະ ພັດທະນາ ພູມປັນຍາທຽມຢູ່ນະຄອນໂຮ່ຈີມິນໄລຍະ 2020 – 2030.

        ບົນພື້ນຖານດັ່ງກ່າວ, ນະຄອນຕ້ອງກໍ່ສ້າງຮູບແບບລະບົບກ່ຽວກັບ AI, ຮັບປະກັນວ່າ ຮູບແບບຕ້ອງມີການພັດທະນາດ້ວຍຕົນເອງ, ບຳລຸງສ້າງຊັບພະຍາກອນມະນຸດກັບທີ່. ສະໜອງວິທີການຫັນເປັນການຄ້າຢູ່ນະຄອນໂຮ່ຈີມິນ, ຮັບໃຊ້ປະຊາຊົນ ແລະ ອຳນາດການປົກຄອງ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບຮູບແບບ ແລະ ລະດັບການນຳໃຊ້ AI ຢູ່ ນະຄອນໂຮ່ຈີມິນ, ການຮ່ວມສຳພັນ, ການກະທົບແບບສີ່ລ່ຽມຂອງການປະຕິວັດ 4.0ລະຫວ່າງ: ລັດ - ນັກວິສາຫະກິດ - ນັກວິທະຍາສາດ - ນັກລົງທຶນດ້ານການເງິນ, ລະບົບນິເວດວິທະຍາໃນການນຳໃຊ້ AI, ການຄົ້ນຄ້ວາ, ການນຳໃຊ້ AI ທີ່ຕິດພັນກັບ 3 ປາຍແຫຼມແມ່ນ ວຽກງານຄົ້ນຄ້ວາ ແລະ ບຳລຸງສ້າງ - ການກຳແໜ້ນເຕັກໂນໂລຢີ - ການປ່ຽນແປງໃໝ່ປະດິດສ້າງ, ຄວາມດຶງດູດໃຈສຳລັບບັນດາວິສາຫະກິດ, ອົງການຈັດຕັ້ງດ້ານການເງິນ, ຄວາມກຽມພ້ອມຂອງ ນະຄອນ ໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


top