ກ່ຽວກັບແຕ່ລະຂະແໜງການ, ໄລ່ຮອດເດືອນທັນວາ, ຂົງເຂດອຸດສາຫະກຳປຸງແຕ່ງ, ການປະດິດນຳໜ້າດ້ວຍເກືອບ 5.830 ໂຄງການລົງທຶນຈົດທະລຽບໃໝ່, ຍອດເງິນລົງທຶນກ່ວາ 75,4 ຕື້ USD.
ປິ 2025, ຍອດມູນຄ່າເງິນລົງທຶນຈາກຕ່າງປະເທດ (FDI) ຈົດທະບຽນໃນບໍລິເວນນະຄອນ ໂຮ່ຈີມິນຄາດວ່າບັນລຸເກືອບ 8,37 ຕື້ USD, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ປີ 2024. ນີ້ແມ່ນຕົວເລກທີ່ຕັ້ງໜ້າ, ສະແດງໃຫ້ເຫັນກຳລັງດຶງດູດຂອງນະຄອນ ສຳລັບນັກລົງທຶນຕ່າງປະເທດ. ຂໍ້ມູນໂດຍຜູ້ຕາງໜ້າພະແນກການເງິນໄດ້ຍົກອອກມາທີ່ການຖະແຫຼງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມນະຄອນ ໂຮ່ຈີມິນ ໃນວັນທີ 25 ທັນວາ. ກ່ຽວກັບແຕ່ລະຂະແໜງການ, ໄລ່ຮອດເດືອນທັນວາ, ຂົງເຂດອຸດສາຫະກຳປຸງແຕ່ງ, ການປະດິດນຳໜ້າດ້ວຍເກືອບ 5.830 ໂຄງການລົງທຶນຈົດທະລຽບໃໝ່, ຍອດເງິນລົງທຶນກ່ວາ 75,4 ຕື້ USD. ຖັດຈາກນັ້ນແມ່ນຂົງເຂດການເຄື່ອນໄຫວດຳເນີນທຸລະກິດອະສັງຫາລິມະຊັບ, ຂົງເຂດຂາຍສົ່ງ ແລະ ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ໂມໂຕ, ລົດຈັກ…