ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ຊຸກ​ຍູ້​ການ​ຮ່ວມ​ມື ກັບ​ຄູ່​ຮ່ວມ​ມື​ອິນ​ເດຍ ໃນ​ການ​ບຳ​ບັດ​ຂີ້​ເຫຍື້ອ ແລະ ສິ່ງ​ເສດ​ເຫຼືອ​ຕົວ​ເມືອງ

ທ່ານ Alla Ayodhya Rami Reddy ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ ໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ, ການແພດ, ອຸດສາຫະກຳ, ບຳບັດນ້ຳເສຍດ້ວຍເຕັກໂນໂລຢີທີ່ທັນສະໄໝ.

ທ່ານ Alla Ayodhya Rami Reddy ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ ໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ, ການແພດ, ອຸດສາຫະກຳ, ບຳບັດນ້ຳເສຍດ້ວຍເຕັກໂນໂລຢີທີ່ທັນສະໄໝ.

    

ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 4 ພຶດສະພາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ໃຫ້ການຕ້ອນຮັບທ່ານ ສະມາຊິກສະພາສູງ ອິນເດຍ Alla Ayodhya Rami Reddy ເຊິ່ງພວມນຳໜ້າຄະນະວິສາຫະກິດ ແລະ ກຸ່ມບໍລິສັດ Ramsky (ອິນເດຍ) ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ.

ຍິນດີຕ້ອນຮັບ ທ່ານ Alla Ayodhya Rami Reddy ແລະ ຜູ້ຕາງໜ້າກຸ່ມບໍລິສັດ Ramskyຢ່າງສຸດໃຈ, ການນຳນະຄອນ ໂຮ່ຈີມິນ ຫວັງວ່າ ກຸ່ມບໍລິສັດ Ramsky ຈະຄົ້ນຄ້ວາ, ໃຫ້ຄຳປຶກສາ, ຜັນຂະຫຍາຍບັນດາໂຄງການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຄືນໃໝ່ຢູ່ເຂດຖິ້ມຂີ້ເຫຍື້ອ ທີ່ໄດ້ຝັງແລ້ວ ກໍ່ຄືກໍ່ສ້າງລະບົບບຳບັດນ້ຳເສຍຂະໜາດໃຫຍ່ ທີ່ນຳໃຊ້ໃຫ້ແກ່ແຫຼ່ງນ້ຳປະປາຂອງນະຄອນ ກ່ອນທີ່ຈະປ່ອຍອອກສູ່ແມ່ນ້ຳ.

ສ່ວນທ່ານ Alla Ayodhya Rami Reddy ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ ໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ, ການແພດ, ອຸດສາຫະກຳ, ບຳບັດນ້ຳເສຍດ້ວຍເຕັກໂນໂລຢີທີ່ທັນສະໄໝ.

ໄປຄຽງຄູ່ກັນນັ້ນ, ກຸ່ມບໍລິສັດ Ramky ກໍ່ມີຄວາມປາດຖະໜາຢາກຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ນະຄອນໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດອຸດສາຫະກຳ, ລົງທຶນພັດທະນາເຕັກໂນໂລຢີການຢາ, ເປັນຕົ້ນແມ່ນຜະລິດຕະພັນການຢາຈາກທຳມະຊາດ ແລະ ການແພດພື້ນເມືອງ. ກຸ່ມບໍລິສັດ Ramky ມີ ຢາກຮ່ວມເດີນທາງ, ເຂົ້າຮ່ວມວິວັດການກໍ່ສ້າງ ແລະ ພັດທະນານະຄອນໂຮ່ຈີມິນ ໃນອະນາຄົດ.

(ແຫຼ່ງຄັດຈາກ VOV)


top