ຂ່າວສານ

ນະ​ຄອນຫຼວງ ຮ່າ​ໂນ້ຍ ສື​ບ​ຕໍ່​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ຢ່າງ​ແຮງ

“ນະຄອນ ຮ່າໂນ້ຍ ສູ້ຊົນໃນປີ 2023 ຈະສືບຕໍ່ປະຕິບັດສຳເລັດ ແລະ ລື່ນກາຍຄາດໝາຍ 22/22 ຄາດໝາຍພັດທະນາເສດຖະກິດ - ສັງຄົມ ຂອງປີ 2023, ໃນນັ້ນ, ພະຍາຍາມບັນລຸລະດັບ GRDP 7% ຂຶ້ນໄປ; ຄວບຄຸມດັດຊະນີລາຄາໃຊ້ສອຍໃຫ້ຢູ່ໃນລະດັບບໍ່ເກີນ 4,5%..."
  ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ  

ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ: ປີ 2022, ສະພາບການເສດຖະກິດ - ສັງຄົມຂອງນະຄອນຫຼວງມີສັນຍານຫຼາຍຢ່າງທີ່ເປັນໜ້າຊື່ນຊົມ. ຮ່າໂນ້ຍ ໄດ້ປະຕິບັດສຳເລັດ 22/22 ຄາດໝາຍພັດທະນາທີ່ໄດ້ວາງອອກ, ໃນນັ້ນ ມີ 5 ຄາດໝາຍ ລື່ນກາຍແຜນການ; ຍອດຜະລິດຕະພັນ GRDP ໃນບໍລິເວນຮ່າໂນ້ຍ ເພີ່ມຂຶ້ນ 8,9%; ຂອບຂະໜາດເສດຖະກິດບັນລຸປະມານ 50 ຕື້ USD. ປີ 2023, ທາງນະຄອນຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ-ດຳເນີນທຸລະກິດຢ່າງແຮງ. ທ່ານກ່າວວ່າ:

“ນະຄອນ ຮ່າໂນ້ຍ ສູ້ຊົນໃນປີ 2023 ຈະສືບຕໍ່ປະຕິບັດສຳເລັດ ແລະ ລື່ນກາຍຄາດໝາຍ 22/22 ຄາດໝາຍພັດທະນາເສດຖະກິດ - ສັງຄົມ ຂອງປີ 2023, ໃນນັ້ນ, ພະຍາຍາມບັນລຸລະດັບ GRDP 7% ຂຶ້ນໄປ; ຄວບຄຸມດັດຊະນີລາຄາໃຊ້ສອຍໃຫ້ຢູ່ໃນລະດັບບໍ່ເກີນ 4,5%... ນະຄອນ ຮ່າໂນ້ຍ ຕ້ອງຮັບປະກັນບັນດາດຸ່ນດ່ຽງໃຫຍ່, ພ້ອມທັງຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມ, ມີຄວາມໝາຍສ້າງກຳລັງບຸກທະລຸໃໝ່ໃຫ້ແກ່ການພັດທະນາຂອງນະຄອນຫຼວງ ໃນໄລຍະຕໍ່ໜ້າ ກໍຄືໃນໄລຍະຍາວ”.


top