ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

ນະຄອນ ໂຮ່ຈີມິນ ມີຄວາມເອກອ້າງທະນົງໃຈ ເມື່ອການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໄດ້ຮັບຄວາມພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບບັນລຸປະສິດທິຜົນແທດຈິງ.
ການພົບປະສົນທະນາສອງຝ່າຍ (ພາບ: TTXVN)

ນັ້ນແມ່ນການຢັ້ງຢືນຂອງທ່ານນາງ ຫງວຽນທິເລະ ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນໂຮ່ຈີມິນ ໃນການຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຈຳປາສັກ, ສາຍທອງ ໄຊຍະວົງ ແລະ ຄະນະພະນັກງານຂັ້ນຮອງລັດຖະມົນຕີ ແລະ ທຽບເທົ່າ ຂອງພັກປະຊາຊົນປະຕິວັດລາວ, ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 21 ສິງຫາ.

ທັດສະນະສະເໝີຕົ້ນສະປາຍຂອງນະຄອນ ໂຮ່ຈີມິນ ນັ້ນແມ່ນ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ປັບປຸງ, ພັດທະນາສາຍພົວພັນພິເສດກັບ ລາວ, ໃນນັ້ນ ມີທ້ອງຖິ່ນຕ່າງໆ. ນະຄອນ ໂຮ່ຈີມິນ ຈະຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ, ເຊື່ອມຕໍ່ເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ, ແລກປ່ຽນຄະນະຜູ້ແທນ ແລະ ພົບປະປະຊາຊົນ; ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ທຸກອົງການ, ໝູ່ຄະນະພົບປະແລກປ່ຽນ, ຮ່ວມມື, ເອົາໃຈໃສ່ເຖິງການຊ່ວຍເຫຼືອພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ທີ່ພວມຄົ້ນຄວ້າ, ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.

ສ່ວນທ່ານ ສາຍທອງ ໄຊຍະວົງ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນອື່ນຂອງລາວ, ໃນນັ້ນ ມີແຂວງ ຈຳປາສັກ, ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຫຼາຍຂົງເຂດໃຫ້ມີປະສິດທິຜົນ, ປະກອບສ່ວນປັບປຸງ, ພັດທະນາສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.


top