ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ເບີກ​ຈ່າຍເງິນກວ່າ 5.900 ຕື້​ດົ່ງເພື່ອ ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປີ​ມະ​ເມຍ 2026

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ປະຊາຊົນ ດ້ວຍຄ່າໃຊ້ຈ່າຍກວ່າ 5.900 ຕື້ດົ່ງ (ເກືອບ 225,3 ລ້ານ USD).
ບັນຍາກາດຂອງກອງປະຊຸມ (ພາບ: ແນວໂຮມປະເທດຊາດ)

ໃນກອງປະຊຸມສະໜອງຂໍ້ມູນກ່ຽວກັບວັນບຸນ “ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນປີໃໝ່ແຫ່ງສາຍຈິດມິດໃຈ” ນະຄອນ ໂຮ່ຈີມິນ - ບຸນປີໃໝ່ປີມະເມຍ 2026, ທີ່ດຳເນີນໃນຕອນບ່າຍວັນທີ 26 ມັງກອນ, ທ່ານນາງ ເຈືອງທິບິກແຮັ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ວັນບຸໄດ້ຈັດຂຶ້ນຢູ່ 168 ເຂດຊຸມຊົນ ແລະ ຫຼາຍສະຖານທີ່ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມກວ່າ 200.000 ເທື່ອຄົນ ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ເຊັ່ນ: ການປະດັບປະດາ “ຖະໜົນໃນວັນບຸນເຕັດ”, ຫໍ່ເຂົ້າຕົ້ມ, ງານບຸນດອກໄມ້ຍາມລະດູບານໃໝ່, ວັດທະນະທຳ - ສິລະປະວັນນະຄະດີ, ຄາບເຂົ້າແຫ່ງສາຍຈິດມິດໃຈ, ປູກຕົ້ນໄມ້, ປົກປັກຮັກສາສິ່ງແວດລ້ອມ…


top