ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຮັດ​ແໜ້ນ​ການ​ຄຸ້ມ​ຄອງ​ເຮືອ​ຫາ​ປາ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ ເພື່ອເດີນເຮືອ

ວັນທີ 13 ທັນວາ, ນະຄອນ ໂຮ່ຈີມິນ ໄດ້ຈັດຄະນະກວດກາວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ບັນດາທ່າເຮືອຫາປາ Incomap, ກາດເລີ, ຮຶງຖາຍ, ເຕີນເຟຶອກ.
ຄະນະປະຕິບັດງານລົງໄປກວດກາ
ຢູ່ບັນດາທ່າເຮືອຫາປາ, ທ່ານຮວ່າງງວຽນຢິງ, ຮອງປະທານຄະນະກຳມະການປະຊາຊົນ, ນະຄອນ ໄດ້ສຳຫຼວດສະພາບການຕົວຈິງກ່ຽວກັບເຮືອເຂົ້າທຽບທ່າ, ຄ່ຽນຖ່າຍສິນໃນນ້ຳ, ການລາຍງານທີ່ມາຂອງສິນໃນນ້ຳ; ພ້ອມດຽວກັນນັ້ນ, ກວດກາຄືນເລື່ອງການເຄື່ອນໄຫວຂອງບັນດາຫ້ອງການ IUU ໃນການຄວບຄຸມເຮືອຫາປາເຂົ້າທຽບທ່າ ແລະ ໂຄສະນາເຜີຍແຜ່, ບອກເຕືອນຊາວປະມົງ. ປັດຈຸບັນ, ນະຄອນ ໂຮ່ຈີມິນ ມີເຮືອຫາປາ 4.475 ລຳ, ບັນລຸ 100% ຈົດທະບຽນ ແລະ ອັບເດດຂໍ້ມູນໃນລະບົບ VNFishbase. ໃນນັ້ນ, ເຮືອຫາປາ 207 ລຳບໍ່ມີເງື່ອນໄຂຢ່າງຄົບຖ້ວນ ພວມໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ, ບໍ່ໃຫ້ເດີບນເຮືອ. ເຮືອຫາປາທັງໝົດຂອງນະຄອນທີ່ມີຄວາມຍາວຈາກ 15 ແມັດຂຶ້ນເມືອ ໄດ້ຕິດຕັ້ງລະບົບ VMS, ຕິດຕາມຕະຫຼອດ 24 ຊົ່ວໂມງ. ລະບົບກວດກາແຫຼ່ງທີ່ມາເອເລັກໂຕນິກ Ecdt ໄດ້ຮັບການເຄື່ອນໄຫວຢູ່ 100% ທ່າເຮືອຫາປາທີ່ມີເງື່ອນໄຂຢ່າງຄົບຖ້ວນ.

top