ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ສາຍ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ສະ​ຖານ​ກົງ​ສູນ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຂານ 2022, ຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໄດ້ຈັດຕັ້ງການພົບປະກັບຫົວໜ້າສະຖານກົງສູນ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ - ວັດທະນະທຳ, ສະຫະສະມາຄົມວິສາຫະກິດບັນດາປະເທດ, ເຂດແຄວ້ນປະຈຳ ນະຄອນ ໂຮ່ຈີມິນ.
ການພົບປະກັບຫົວໜ້າສະຖານກົງສູນ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫ້ອງການເສດຖະກິດ - ວັດທະນະທຳ, ສະຫະສະມາຄົມວິສາຫະກິດບັນດາປະເທດ, ເຂດແຄວ້ນປະຈຳ ນະຄອນ ໂຮ່ຈີມິນ (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຟານວັນໝາຍ ປາດຖະໜາວ່າ ຫົວໜ້າສະຖານກົງສູນຈະສືບຕໍ່ເຊື່ອໝັ້ນຕໍ່ນະໂຍບາຍຂອງ ຫວຽດນາມ ແລະ ນະຄອນ; ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ; ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງນະຄອນ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ. ນະຄອນ ໂຮ່ຈີມິນ ຈະສືບຕໍ່ສົມທົບ, ໜູນຊ່ວຍ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາສະຖານກົງສູນ, ອົງການຈັດຕັ້ງສາກົນໃນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສາທາລະນະສຸກ, ການສຶກສາ, ເພື່ອໃຫ້ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ສ້າງສາຍພົວພັນໃຫ້ໜຽວແໜ້ນກວ່າເພື່ອພ້ອມກັນມຸ່ງໄປເຖິງການພັດທະນາ.

        ທ່ານ Martin Maier, ຫົວໜ້າສະຖານກົງສູນ ລາຊະອານາຈັກ ສະວິດ ປະຈຳ ນະຄອນ ໂຮ່ຈີມິນ, ຫົວໜ້າຄະນະສະຖານກົງສູນປະຈຳນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ ສະຖານກົງສູນແຫ່ງຕ່າງໆໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືກັບນະຄອນ ໂຮ່ຈີມິນ, ປະຕິບັດບົດບາດເຊື່ອມຕໍ່ລະຫວ່າງນະຄອນກັບປະຊາຄົມຊາວຕ່າງປະເທດຢູ່ນະຄອນ ກໍຄືບັນດານັກທຸລະກິດ, ນັກທ່ອງທ່ຽວເພື່ອສາຍພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ແຫຼ່ງຄັດຈາກ VOV)


top