ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ໃນ​ການ​ປຸງ​ແຕ່ງເລິກ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຕະຫຼາດ

ໂດຍໄດ້ຮັບຖືວ່າແມ່ນ “ເຄື່ອງໝາຍການຄ້າ” ຂອງ ນະຄອນ ໂຮ່ຈີມິນ, ໃນໄລຍະ 20 ປີຜ່ານມາ, ໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ” ໄດ້ສ້າງແຫຼ່ງສະໜອງສິນຄ້າໃຊ້ສອຍທີ່ຈຳເປັນໄດ້ເປັນປົກກະຕິ ດ້ວຍລະດັບລາຄາທີ່ຍາມໃດກໍຕ່ຳກວ່າລາຄາຕະຫຼາດ, ປະກອບສ່ວນເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມຂອງນະຄອນ ໄດ້ເປັນປົກກະຕິ. ໂດຍອີງໃສ່ຜົນງານທີ່ບັນລຸໄດ້, ນະຄອນ ໂຮ່ຈີມິນ ໄດ້ວາງອອກຫຼາຍມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ເປີດກວ້າງຂອບຂະໜາດ ແລະ ປະສິດທິຜົນຂອງໂຄງການ, ໃນນັ້ນ ເອົາໃຈໃສ່ເຖິງການຍົກສູງຄຸນນະພາບຜະລິດຕະພັນຕາມທິດປຸງແຕ່ງເລິກ.
  ທ່ານ ຫງວຽນແອັງດຶກ, ຜູ້ອຳນວຍການໃຫຍ່ ສະມາຄົມສະຫະກອນການຄ້ານະຄອນ ໂຮ່ຈີມິນ (ພາບ: Saigon Co.op)  

ໜຶ່ງໃນບັນດາໝາກຜົນສຳຄັນທີ່ບັນລຸໄດ້ຈາກໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ” ຢູ່ນະຄອນ ໂຮ່ຈີມິນ ນັ້ນແມ່ນ ເລື່ອງຮັກສາລາຄາສິນຄ້າເປັນປົກກະຕິນັບມື້ນັບເຂົ້າເຖິງຫຼາຍເປົ້າໝາຍຈຸດສຸມຄື ກຳມະກອນ, ຄອບຄົວມີລາຍຮັບຕ່ຳ… ປ້າ ຫງວຽນຮົ່ງທູ ຢູ່ນະຄອນ ຖູດຶກ, ເຊິ່ງເປັນເຂດທີ່ມີກຳມະກອນ ແລະ ຊາວຜູ້ອອກແຮງດຳລົງຊີວິດເປັນຈຳນວນຫຼາຍ ດ້ວຍແຫຼ່ງລາຍຮັບຈຳກັດ, ໃຫ້ຮູ້ວ່າ: ຫຼາຍປີມານີ້, ຄອບຄົວຂອງປ້າສ່ວນຫຼາຍແມ່ນຊື້ເຄື່ອງໃຊ້ສອຍທີ່ຈຳເປັນ ກໍຄືອຸປະກອນການຮຽນໃຫ້ລູກເຕົ້າ ຢູ່ຈຸດຮ້ານຂາຍເຄື່ອງຂອງໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ" ເຊິ່ງລາຄາຈະຕ່ຳກວ່າລາຄາຕະຫຼາດແຕ່ 5 – 10%, ອັນໄດ້ຊ່ວຍໃຫ້ຄອບຄົວຂອງປ້າ ກໍຄືບັນດາຄອບຄົວປະຊາຊົນທີ່ມີແຫຼ່ງລາຍຮັບຈຳກັດ ປະຢັດຄ່າໃຊ້ຈ່າຍປະຈຳວັນ. ປ້າ ທູ ແບ່ງປັນວ່າ:

“ສິ່ງທີ່ສະດວກທີ່ສຸດສຳລັບຂ້າພະເຈົ້າແມ່ນ ອອກຈາກເຮືອນໄປ ແລ້ວຍ່າງໄປໜ້ອຍໜຶ່ງກໍຈະມີບັນດາບ່ອນຂາຍເຄື່ອງຕ່າງໆຄື: Vissan, Satra, Co.op Mart… ມັນສະດວກຫຼາຍ, ຊ່ວຍໃຫ້ຂ້າເຈົ້າສາມາດຊື້ເຄື່ອງຂອງສິນຄ້າດ້ວຍລາຄາທີ່ເປັນປົກກະຕິ. ຜ່ານນັ້ນ ກໍຫຼຸດຜ່ອນຄ່າໃຊ້ຈ່າຍໃນຄອບຄົວ ແລະ ມີຄວາມອຸ່ນອ່ຽນໃຈກ່ຽວກັບຄຸນນະພາບຂອງສິນຄ້າ”.

ໄລ່ຮອດທ້າຍປີ 2022, ຢູ່ນະຄອນ ໂຮ່ຈີມິນ ມີບ່ອນຂາຍສິນຄ້າດ້ວຍລາຄາເປັນປົກກະຕິ ຂອງບັນດາວິສາຫະກິດ ແລະ ລະບົບຮ້ານສັບພະສິນຄ້າ 11.000 ແຫ່ງ. ມີຫຼາຍປະເພດສິນຄ້າດ້ວຍລາຄາເປັນປົກກະຕິກວມເອົາ 19 – 79% ປະລິມານສິນຄ້າຂອງຕະຫຼາດ, ມີກຳລັງພຽງພໍເພື່ອດັດສົມຕະຫຼາດເມື່ອປະກົດມີການຂາດແຄນສິນຄ້າ ຫຼື ລາຄາເພີ່ມຂຶ້ນສູງ. ບັນຊີລາຍຊື່ ແລະ ຈຳນວນສິນຄ້າທີ່ສະໜອງໃຫ້ຕະຫຼາດກໍນັບມື້ນັບເພີ່ມຂຶ້ນ. ຈາກໝວດສິນຄ້າທັນຍາຫານໃນເບື້ອງຕົ້ນ, ປັດຈຸບັນນີ້ ໂຄງການດັ່ງກ່າວມີທັງໝົດ 8 ໝວດສິນຄ້າຈຳເປັນຄື: ເຂົ້າສານ, ນ້ຳມັນ, ປະເພດຊີ້ນ, ໄຂ່, ເຄື່ອງປຸງແຕ່ງ, ນ້ຳຕານ, ຜັກພືດ,  ພ້ອມກັບປະເພດສິນຄ້າຮັບໃຊ້ການຮຽນ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສິ່ງທີ່ໜ້າສົນໃຈແມ່ນ ລາຍໄດ້ຈາກໂຄງການນີ້ ໄດ້ເຕີບໂຕຢ່າງແຮງ, ຈາກ 344 ຕື້ດົ່ງ (15 ລ້ານ USD) ໃນປີ 2002, ຂຶ້ນເປັນເກືອບ 22.400 ຕື້ດົ້ງ (ເກືອບ 1 ຕື້ USD) ໃນປີ 2022. ພ້ອມດຽວກັນນັ້ນ, ໂຄງການດັ່ງກ່າວ ກໍໄດ້ຮັບການປະກອບສ່ວນ 100% ຈາກບັນດາກຳລັງໃນສັງຄົມ.

ເພື່ອບັນລຸໄດ້ໝາກຜົນຄືທຸກວັນນີ້, ພ້ອມກັບຄວາມມານະພະຍາຍາມຂອງບັນດາອົງການຄຸ້ມຄອງລັດແລ້ວ, ກໍຍັງມີການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ນັບມື້ນັບມີປະສິດທິຜົນຈາກປະຊາຄົມວິສາຫະກິດ. ໃນນັ້ນ, ມີວິສາຫະກິດຫຼາຍແຫ່ງເຂົ້າຮ່ວມແຕ່ຊຸມມື້ທຳອິດ ແລະ ເພີ່ມທະວີການປະກອບສ່ວນຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນແອັງດຶກ, ຜູ້ອຳນວຍການໃຫຍ່ ສະມາຄົມສະຫະກອນການຄ້ານະຄອນ ໂຮ່ຈີມິນ (SaiGon Co.op), ໜຶ່ງໃນບັນດາຫົວໜ່ວຍນຳໜ້າເຂົ້າຮ່ວມໂຄງການນີ້, ໃຫ້ຮູ້ວ່າ ປັດຈຸບັນ SaiGon Co.op, ປະລິມານສິນຄ້າທີ່ມີລາຄາເປັນປົກກະຕິໄດ້ເພີ່ມຂຶ້ນທົບ 8 ເທົ່າ ເມື່ອທຽບໃສ່ໄລຍະເບື້ອງຕົ້ນ. ສິ່ງທີ່ໜ້າສົນໃຈແມ່ນ, ທຸກໆຮ້ານສັບພະສິນຄ້າ, ຮ້ານສະດວກຊື້ຂອງ SaiGon Co.op ຢູ່ນະຄອນໂຮ່ຈີມິນ ແລະ 42 ໃນຈຳນວນ 63 ແຂວງ, ນະຄອນ ລ້ວນແຕ່ຂາຍສິນຄ້າທີ່ມີລາຄາເປັນປົກກະຕິ, ລາຍໄດ້ກວມເອົາປະມານ 15%. ບໍ່ພຽງແຕ່ເທົ່ານັ້ນ, ທາງຫົວໜ່ວຍດັ່ງກ່າວຍັງສ້າງເງື່ອນໄຂໃຫ້ວິສາຫະກິດຜະລິດນຳສິນຄ້າທີ່ມີລາຄາເປັນປົກກະຕິເຂົ້າຂາຍຢູ່ຮ້ານສັບພະສິນຄ້າ, ຫ້າງຮ້ານຂອງ SaiGon Co.op ອີກດ້ວຍ. ທ່ານ ຫງວຽນແອັງດຶກ ແບ່ງປັນວ່າ:

“ບັນດາວິສາຫະກິດ ໄດ້ສົມທົບກັນກັບ SaiGon Co.op ເຂົ້າຮ່ວມໂຄງການ ຮັກສາຄວາມສະຖຽນລະພາບຂອງຕະຫຼາດ ຜ່ານເງື່ອນໄຂຕ່າງໆທີ່ມີລັກສະນະໜູນຊ່ວຍວິສາຫະກິດຫຼາຍກວ່າ. ຄ່າທຳນຽມ ເຊິ່ງ SaiGon Co.op ຈັດວາງໃຫ້ຄູ່ຮ່ວມມື ແລະ ສິນຄ້າທີ່ເຂົ້າຮ່ວມໂຄງການນີ້ກໍໄດ້ຮັບບຸລິມະສິດພິເສດກວ່າເມື່ອທຽບກັບຢູ່ຕະຫຼາດ ແລະ ຫົວໜ່ວຍຈຳໜ່າຍທຳມະດາອື່ນໆ”.

  ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ (ພາບ: ສີດົງ)  
ການນຳນະຄອນ ໂຮ່ຈີມິນ ຕີລາຄາວ່າ ໂຄງການ “ຮັກສາຄວາມສະຖຽນລະພາບຂອງຕະຫຼາດ” ໄດ້ປະກອບສ່ວນເຂົ້າໃນຂະບວນວິວັດສ້າງສາ ແລະ ພັດທະນາຂອງນະຄອນ, ໂດຍສະເພາະແມ່ນທາງດ້ານເສດຖະກິດ - ສັງຄົມ ນັບມື້ນັບມີປະສິດທິຜົນ. ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນຂອງໂຄງການ, ທາງນະຄອນໄດ້ວາງແຜນການກະກຽມແຫຼ່ງກຳລັງສະໜອງ, ພ້ອມທັງເພີ່ມເຕີມປະເພດສິນຄ້າໃໝ່ຕາມຄວາມຕ້ອງການຂອງການດຳລົງຊີວິດ. ໄປຄຽງຄູ່ກັນນັ້ນ, ທາງນະຄອນ ໂຮ່ຈີມິນ ກໍ່ເພີ່ມທະວີການລົງທຶນ, ພັດທະນາພື້ນຖານໂຄງລ່າງການຄ້າ, ຍູ້ແຮງການຜັນຂະຫຍາຍແຜນຮ່າງ logistics… ພິເສດ, ນະຄອນ ໂຮ່ຈີມິນ ໄດ້ກຳນົດທິດສຸມໃສ່ການຍົກສູງຄຸນນະພາບຂອງຜະລິດຕະພັນ, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການປຸງແຕ່ງເລິກ. ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ  ເປົ້າໝາຍທີ່ມຸ່ງໄປເຖິງແມ່ນສ້າງຕັ້ງເຂດວັດຖຸດິບ ທັງປູກຝັງທັງຕິດພັນກັບການປຸງແຕ່ງເລິກ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ທາງນະຄອນບໍ່ພຽງແຕ່ເປີດກວ້າງການຮ່ວມສຳພັນເຂດວັດຖຸດິບເທົ່ານັ້ນ, ຫາກຍັງເພີ່ມທະວີການເຊື່ອມຕໍ່ກັບທ້ອງຖິ່ນໃນທົ່ວປະເທດ ໃນທຸກຂອດຄື ການຜະລິດ, ການປຸງແຕ່ງ, ການບໍລິໂພກອຸປະໂພກ, ຄົມມະນາຄົມ, ຈໍລະຈອນສິນຄ້າ… ຢ່າງແໜ້ນແຟ້ນ. ທ່ານເນັ້ນໜັກວ່າ:

“ເຮັດແນວໃດພວກເຮົາຕ້ອງຫັນຂົງເຂດກະສິກຳໃຫ້ເປັນເສດຖະກິດກະສິກຳທີ່ມີປະສິດທິຜົນ, ສ້າງສາຍສຳພັນລະຫວ່າງການຜະລິດ, ການປຸງແຕ່ງກັບການບໍລິໂພກອຸປະໂພກ ກັບການເຄື່ອນໄຫວການຄ້າຢູ່ພາຍໃນປະເທດ ແລະ ການສົ່ງອອກໃນໄລຍະຈະມາເຖິງ. ພວກເຮົາຕ້ອງອັບເດດບັນດາທ່າອ່ຽງພັດທະນາ, ທ່າອ່ຽງວິທະຍາສາດ, ເຕັກໂນໂລຢີ, ວິທີການບໍລິຫານຕະຫຼາດ, ຕົວຢ່າງຄື: ໝູນໃຊ້ຜົນງານທາງດ້ານວິທະຍາສາດເຕັກໂນໂລຢີໃນການຜະລິດ, ປຸງແຕ່ງ ແລະ ໝູນໃຊ້ການຄ້າເອເລັກໂຕນິກ…”.

ດ້ວຍຄວາມຕັດສິນໃຈຂອງການນຳນະຄອນ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມວິສາຫະກິດ ແລະ ທົ່ວປວງຊົນ, ແນ່ນອນວ່າ ໂຄງການ “ຮັກສາສະຖຽນລະພາບຂອງຕະຫຼາດ” ຢູ່ນະຄອນ ໂຮ່ຈີມິນ  ຈະນັບມື້ນັບປະກອບສ່ວນຢ່າງມີປະສິດທິຜົນກວ່າເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມ ເປັນປົກກະຕິ, ຍືນຍົງຂອງສູນກາງເສດຖະກິດໃຫຍ່ສຸດຂອງປະເທດຊາດ./.


top