ຂ່າວສານ

ນະ​ຄອນ ດ່າ​ໜັງ ​ແນະ​ນຳໂຄ​ສະ​ນາ​ອາ​ຫານ​ການ​ກິນ​ເຖິງ​ແຂກ​ທ່ອງ​ທ່ຽວ

ງານບຸນຖືກຈັດຂຶ້ນໃນ 4 ວັນ (ແຕ່ວັນທີ 3 ກໍລະກົດ ຫາວັນທີ 6 ກໍລະກົດ 2022) ດ້ວຍການເຄື່ອນໄຫວຊິມອາຫານຂອງເຂດ, ພາກ, ເຂົ້າຮ່ວມການປຸງແຕ່ງດ້ວຍຕົນເອງ ແລະ ຊິມອາຫານທີ່ມີຊື່ສຽງຂອງ ດ່າໜັງ ຈຳນວນໜຶ່ງ ພາຍໃຕ້ການແນະນຳຂອງບັນດານັກສິລະປະກອນ.
  ແຂກທ່ອງທ່ຽວເຂົ້າຮ່ວມເຫດການເປັນຈຳນວນຫຼາຍ (ພາບ: VOV)  

 ຕອນບ່າຍວັນທີ 3 ກໍລະກົດ, ງານບຸນ “ຊິມອາຫານ ດ່າໜັງ ແລະ ເບຍ” ໄດ້ຈັດຂຶ້ນຢູ່ສວນສາທາລະນະ ບ໋ຽນດົງ (ທະເລຕາເວັນອອກ) ເມືອງ ເຊີນຈ່າ, ນະຄອນ ດ່າໜັງ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ໃໝ່ອ່ຽມ, ດູດດື່ມໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

ງານບຸນຖືກຈັດຂຶ້ນໃນ 4 ວັນ (ແຕ່ວັນທີ 3 ກໍລະກົດ ຫາວັນທີ 6 ກໍລະກົດ 2022) ດ້ວຍການເຄື່ອນໄຫວຊິມອາຫານຂອງເຂດ, ພາກ, ເຂົ້າຮ່ວມການປຸງແຕ່ງດ້ວຍຕົນເອງ ແລະ ຊິມອາຫານທີ່ມີຊື່ສຽງຂອງ ດ່າໜັງ ຈຳນວນໜຶ່ງ ພາຍໃຕ້ການແນະນຳຂອງບັນດານັກສິລະປະກອນ. ເພື່ອເພີ່ມຄວາມດູດດື່ມໃຫ້ແກ່ເຫດການ, ຄະນະຈັດຕັ້ງງານບຸນຍັງຈັດຕັ້ງການເສັງ “Enjoy ບັນແຊ່ວ ດ່າໜັງ” ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ ດ້ວຍລາງວັນແມ່ນ Voucher ຄົ້ນຫາການບໍລິການທ່ອງທ່ຽວ ດ່າໜັງ.


top