ຂ່າວສານ

ນະໂຍບາຍອັດຕາເງິນຕາຂອງຫວຽດນາມ ບໍ່ແນໃສ່ຈຸດປະສົງສ້າງທ່າໄດ້ປຽບດ້ານການຄ້າ

      ທ່ານນາຍົກລັດຖະມົນຕີປາດຖະໜາວ່າ DFC ຈະລົງທຶນເຂົ້າບັນດາໂຄງການໃຫຍ່ ມີລັກສະນະສັນຍາລັກໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໂດຍໄວ

ລັດຖະບານຫວຽດນາມ ຍາມໃດກໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດຂອງຫວຽດນາມ - ອາເມລິກາ
(ພາບ: VGP)
      ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ພິເສດແມ່ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ. ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການພັດທະນາການເງິນສາກົນອາເມລິກາ (DFC) Adam Boehler, ໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ.
        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ DFC ຈະລົງທຶນເຂົ້າບັນດາໂຄງການໃຫຍ່ ມີລັກສະນະເປັນສັນຍາລັກໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໂດຍໄວຄື ບັນດາໂຄງການເສັ້ນທາງຄວາມໄວສູງເໜືອ-ໃຕ້, ສະໜາມບິນສາກົນ ລອງແທັ່ງ… ທ່ານນາຍົກລັດຖະມົນຕີ ກໍ່ຊົມເຊີຍເລື່ອງ US EximBank ມີແຜນການຈະເປີດກວ້າງການລົງທຶນເຂົ້າຫວຽດນາມ.
        ກ່ຽວກັບການກຳນົດທິດນະໂຍບາຍເງິນຕາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ວາງເປົ້າໝາຍຮັກສາການເງິນໃຫ້ເປັນປົກກະຕິ, ສະກັດກັ້ນຜົນກະທົບຈາກພາຍນອກ ຜ່ານການບໍລິຫານບັນດາເຄື່ອງມືນະໂຍບາຍເງິນຕາຢ່າງມີໄຫວພິບ. ນະໂຍບາຍອັດຕາເງິນຕາຂອງຫວຽດນາມ ບໍ່ເພື່ອແນໃສ່ຈຸດປະສົງສ້າງທ່າໄດ້ປຽບໃນການແກ່ງແຍ້ງດ້ານການຄ້າສາກົນ ຫຼື ໜູນຊ່ວຍໃຫ້ແກ່ແຕ່ລະຂະແໜງຜະລິດ. ສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ DFC ສົ່ງສານຕໍ່ທ່ານປະທານາທິບໍດີອາເມລິກາ, ອົງການຜູ້ຕາງໜ້າດ້ານການຄ້າ (USTR) ແລະ ບັນດາອົງການອາເມລິກາ ໜູນຊ່ວຍຫວຽດນາມ ປະຕິບັດແຜນການກະທຳມຸ່ງໄປເຖິງ ການຄ້າດຸນດ່ຽງ ເຊິ່ງໄດ້ເປັນເອກະພາບນຳກັນໃນທ້າຍປີ 2019 ແລະ ມີການຕີລາຄາຢ່າງພາວະວິໄສກ່ຽວກັບສະພາບຕົວຈິງຂອງຫວຽດນາມ ກວ່າ ເພື່ອສ້າງການຮ່ວມມືໃຫ້ເໝາະສົມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນພັດທະນາ…
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດຂອງຫວຽດນາມ - ອາເມລິກາ ໃນການກຳນົດທິດ, ເຊື່ອມຕໍ່, ຍົກສູງປະສິດທິຜົນການລົງທຶນ.
        ສ່ວນທ່ານຜູ້ອຳນວຍການໃຫຍ່ DFC, Adam Boehler ໃຫ້ຮູ້ວ່າ, DFC ຈະລົງທຶນເຂົ້າຫວຽດນາມ ຢ່າງແຮງ. ທະນາຄານຂາອອກ-ຂາເຂົ້າອາເມລິກາ ກໍ່ປາດຖະໜາຢາກສົ່ງເສີມບັນດາການເຄື່ອນໄຫວດຳເນີນທຸລະກິດຂອງຕົນກັບຫວຽດນາມ ແລະ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top