ຂ່າວສານ

ນະໂຍບາຍສຳລັບ ອາຊີຕາເວັນອອກສ່ຽງໃຕ້ ຂອງ ອາເມລິກາ ພາຍຫຼັງການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020

      ການເລືອກຕັ້ງ ປະທານາທິບໍດີ ອາເມລິກາ 2020 ໄດ້ກ້າວເຂົ້າສູ່ໄລຍະນັບຖອຍຫຼັງແລ້ວ. ການແຂ່ງຂັນກັນເພື່ອເປັນເຈົ້າຂອງທຳນຽບຂາວ ລະຫວ່າງ ທ່ານ Donald Trump ແລະ ທ່ານ Joe Biden ໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ. ໂດຍເປັນປະເທດມະຫາອຳນາດທາງດ້ານເສດຖະກິດ ແລະ ການທະຫານ ຢືນອັນດັບໜຶ່ງໃນໂລກ, ເລື່ອງ ລັດຖະບານ ອາເມລິກາ ປ່ຽນແປງການນຳນັ້ນ ແນ່ນອນວ່າ ຈະເຮັດໃຫ້ຫຼາຍເຫດການໃຫຍ່ໃນໂລກມີການຜັນແປ, ໃນນັ້ນ ມີພາກພື້ນ ອາຊີ, ໝາກຜົນຂອງການເລືອກຕັ້ງຄັ້ງນີ້ກໍຈະສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ຂອງທະວີບນີ້.
            ອີກບໍ່ພໍເທົ່າໃດມື້ ກໍຈະຮອດວັນດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ. ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ຄັ້ງນີ້ ຈະສົ່ງຜົນກະທົບແນວໃດຕໍ່ການຮ່ວມມື ແລະ ພັດທະນາດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດລະຫວ່າງ ອາເມລິກາ ແລະ ພາກພື້ນນີ້ໃນອະນາຄົດ ແມ່ນສິ່ງທີ່ບັນດານັກໄຈ້ແຍກ, ນັກຮຽນຮູ້ໃນພາກພື້ນ ແລະ ສາກົນ ມີຄວາມສົນໃຈ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ
ຂອງພັກປະຊາທິປະໄຕທ່ານ
Joe Biden (ພາບປະກອບ: TTXVN)
      ຍຸດທະສາດຫັນເພົາຂອງ ອາເມລິກາ
            ເມື່ອເວົ້າເຖິງການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາເມລິກາ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນ 10 ປີຜ່ານມາ ແມ່ນຕ້ອງເລີ່ມແຕ່ສະໄໝທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama. ໃນສະໄໝຂອງທ່ານປະທານາທິບໍດີ Barack Obama, ອາເມລິກາ ໄດ້ຊຸກຍູ້ຍຸດທະສາດຈາກການຫັນເພົາໄປຫາທະວີບ ອາຊີ ມາເປັນການ “ສ້າງຄວາມດຸ່ນດ່ຽງ ຢູ່ ອາຊີ - ປາຊີຟິກຄືນໃໝ່”, ຫັນນະໂຍບາຍການຕ່າງປະເທດ “ແຊກແຊງຮອບດ້ານ” ກັບ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ປະກົດຜົນເປັນຈິງ ແລະ ສ້າງຕັ້ງການພົວພັນກັບບັນດາປະເທດໃນພາກພື້ນຄືນໃໝ່. ມີຜົນງານສຳຄັນໜຶ່ງໃນນະໂຍບາຍການຕ່າງປະເທດ ອາຊີ ຂອງ ອຳນາດການປົກຄອງ Barack Obama ນັ້ນແມ່ນ ສ້າງຕັ້ງຂອບເຂດການຮ່ວມມືກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ເພີ່ມທະວີການຮ່ວມມືດ້ານການເມືອງ ແລະ ການທະຫານກັບບັນດາພັນທະມິດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຍົກອອກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ເຖິງຢ່າງໃດກໍຕາມ, ບັນດາສິ່ງດັ່ງກ່າວ ຖືກປ່ຽນແປງພາຍຫຼັງທ່ານ Donald Trump ຂຶ້ນກຳອຳນາດ. ພາຍຫຼັງດຳລົງຕຳແໜ່ງໃນປີ 2017, ທ່ານ Donald Trump ໄດ້ຖະແຫຼງວ່າ ອາເມເລິກາ ຖອນຕົວອອກຈາກສັນຍາ TPP ເຊິ່ງ ອຳນາດການປົກຄອງຂອງທ່ານ Barack Obama ໄດ້້ເສຍເວລາກໍຄືທຸ້ມເຫື່ອເທແຮງໃສ່ຫຼາຍທີ່ສຸດ ຈຶ່ງບັນລຸໄດ້. ເດືຶອນພະຈິກ ຂອງປີດຽວກັນ, ທ່ານ Donald Trump ໄດ້ວາງອອກຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອປ່ຽນແທນໃຫ້ແກ່ຍຸດທະສາດ “ສ້າງຄວາມດຸ່ນດ່ຽງ ຢູ່ ອາຊີ  - ປາຊີຟິກ” ຄືນໃໝ່ຂອງທ່ານ Barack Obama.
            ກ່ຽວກັບທາດແທ້, ນະໂຍບາຍສຳລັບພາກພື້ນ ອາຊີ - ປາຊີຟິກ ໂດຍທ່ານ Donald Trump ແລະ ທ່ານ Barack Obama ລິເລີ່ມນັ້ນ ລ້ວນແຕ່ໄດ້ອີງໃສ່ບັນດາການຄິດໄລ່ຊັງຊາຍຸດທະສາດດ້ານພູມສາດການເມືອງຂອງບັນດາປະເທດຢູ່ ອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້, ແຕ່ໃນຕົວຈິງ, ຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງທ່ານ Donald Trump ແມ່ນຫງ່ຽງໄປທາງແກ້ງແຍ້ງຍຸດທະສາດຮອບດ້ານ ເພື່ອຄວບຄຸມ ຈີນ, ແທນທີ່ຈະຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດກັບ ບັນດາປະເທດ ອາຊີ.
            ນັກຮຽນຮູ້ຫຼາຍທ່ານຖືວ່າ ຖ້າຫາກວ່າ ທ່ານ Donald Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອີກຄັ້ງໜຶ່ງ, ທ່ານຈະສືບຕໍ່ນະໂຍບາຍການຕ່າງປະເທດ ຖື ຈີນ ເປັນເປົ້າໝາຍຄວມຄຸມໃນອາຍຸການທີສອງຂອງຕົນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຍັງສືບຕໍ່ຕ້ອງນໍາໃຊ້ຍຸດທະສາດສ້າງຄວາມດຸ່ນດ່ຽງໃນການປະລອງກຳລັງແຮງລະຫວ່າງສອງປະເທດມະຫາອຳນາດນີ້.
            ໃນຂະນະນັ້ນ, ບັນດານັກຊ່ຽວຊານຖືວ່າ ຖ້າຫາກວ່າ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງພັກປະຊາທິປະໄຕທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງ, ໜຶ່ງໃນບັນດາບຸລິມະສິດຂອງທ່ານຈະແມ່ນ ປະຕິບັດຄືນ “ລັດທິຫຼາຍຝ່າຍ” ແລະ “ລັດທິພາກພື້ນ” ເຊິ່ງ ອຳນາດການປົກຄອງຂອງທ່ານ Donald Trump ໄດ້ຍົກເລີກ, ມານະພະຍາຍາມນຳປະເທດ ອາເມລິກາ ກັບຄືນສູ່ໂຄງການດຳເນີນງານກ່ຽວກັບການຄ້າເສລີ. ນີ້ແມ່ນບັນດາບັນຫາ ທີ່ໄດ້ຮັບຄວາມສົນໃຈທີ່ສຸດຈາກບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ເຖິງວ່າຄວາມຈິງ, ສຳລັບການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່, ການນຳບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເກືອບທັງໝົດ ລ້ວນແຕ່ໄດ້ຖະແຫຼງຫຼາຍເທື່ອແລ້ວວ່າ ເຂົາເຈົ້າບໍ່ມີເຈດຕະນາວ່າຈະ “ເລືອກເອົາຝ່າຍໃດ” ລະຫວ່າງ ຈີນ ແລະ ອາເມລິກາ.
ອາເມລິກາ ຢາກຢັ້ງຢືນທີ່ຕັ້ງບົດບາດຂອງຕົນຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຫຼືບໍ?
            ຖ້າຫາກວ່າ ທ່ານ Joe Biden ຍາດໄດ້ໃນຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020, ທ່ານຈະເດີນຕາມເສັ້ນທາງຂອງທ່ານ Barack Obama ຫຼື ຈະສືບທອດມໍລະດົກຂອງທ່ານປະທານາທິບໍດີ Donald Trump? ນີ້ແມ່ນບັນດາຄຳຖາມເຊິ່ງນັກວາງແຜນນະໂຍບາຍຢູ່ທັງ 2 ຝັ່ງ ປາຊີຟິກ ພວມວາງອອກ ກ່ອນທີ່ຈະດຳເນີນການເລືອກຕັ້ງໃນວັນທີ 3 ພະຈິກນີ້ ຢູ່ ອາເມລິກາ. ຖ້າຫາກວ່າ ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ ທ່ານ Joe Biden ຍາດໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້, ທ່ານຈະຕ້ອງປະເຊີນໜ້າກັບການສັນຄອນ ຈາກນະໂຍບາຍຂອງທ່ານປະທານາທິບໍດີ Donald Trump  ທີ່ມີຕໍ່ພາກພື້ນ ອາຊີ - ປາຊີຟິກ ໃນ 4 ປີຜ່ານມາ. ທ່ານ Donald Trump ຈະບໍ່ສາມາດສືບຕໍ່ຮັກສາສະພາບການໃນອາຍຸການ 4 ປີຜ່ານມາໄດ້ ແລະ ທ່ານ Joe Biden ກໍບໍ່ສາມາດສ້າງສະພາບການຄືກັນກັບອາຍຸການ 8 ປີຜ່ານມາຂອງຕົນ ພາຍໃຕ້ການປົກຄອງຂອງທ່ານ Barack Obama ໄດ້. ປະເທດ ອາເມລິກາ ຄວນສ້າງນະໂຍບາຍການຕ່າງປະເທດສະບັບໃຫ້ແທດເໝາະກັບສະພາບການຕົວຈຶ່ງກວ່າເກົ່າ.
            ໂດຍພື້ນຖານແລ້ວ, ເຖິງວ່າຜູ້ໃດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີກໍຕາມ, ສິ່ງສຳຄັນທີ່ສຸດແມ່ນອຳນາດການປົກຄອງ ອາເມລິກາ ຕ້ອງປ່ຽນແປງນະໂຍບາຍການຕ່າງປະເທດຕາມທິດທີ່ເປັນປະໂຫຍດກວ່າໃຫ້ແກ່ປະເທດ ແລະ ແນ່ນອນວ່າ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍທີ່ຕັ້ງພູມສາດຍຸດທະສາດທີ່ມີຄວາມສຳຄັນຢູ່ ອາຊີ ແລະ ກຳລັງຄວາມສາມາດໃນການສ້າງຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືທີ່ດີນັ້ນ, ອາຊີຈະແມ່ນເປົ້າໝາຍ ເຊິ່ງ ອຳນາດການປົກຄອງໃໝ່ຂອງ ອາເມລິກາ ຕ້ອງຄິດໄລ່ຊັ່ງຊາ, ແມ່ນພາກພື້ນໜູນຊ່ວຍ ອາເມລິກາ ໃນວິວັດການສືບຕໍ່ຮັກສາບົດບາດທົ່ວໂລກຂອງຕົນ./.
(ແຫຼ່ງຄັດຈາກ VOV)


top