ຂ່າວສານ

ນະໂຍບາຍລົງທຶນເຂົ້າການສຶກສາຢູ່ເຂດ ໄຕງວຽນ ບັນລຸປະສິດທິຜົນສູງ

      ເຂດໄຕງວຽນ ແມ່ນບໍລິເວນຍຸດທະສາດພິເສດສຳຄັນຂອງປະເທດຊາດ ດ້ວຍພົນລະເມືອງກ່ວາ 5 ລ້ານຄົນ. ໃນນັ້ນ ພໍ່ແມ່ຊາວຊົນເຜົ່າສ່ວນໜ້ອຍກວມເອົາ 30%. 
            ໃນຊຸມປີຜ່ານມາ, ພາລະກິດການສຶກສາ ແລະ ບຳລຸງສ້າງເຂດຊົນເຜົ່າສ່ວນໜ້ອຍຢູ່ ໄຕງວຽນ ຍາມໃດກໍ່ໄດ້ຮັບຄວາມສົນໃຈພິເສດຈາກພັກ ແລະ ລັດ ດ້ວຍຫລາຍລາຍການ, ໂຄງການລົງທຶນລະອຽດຢ່າງແທດຈິງ.
ນະໂຍບາຍລົງທຶນເຂົ້າການສຶກສາຢູ່ເຂດ ໄຕງວຽນ ບັນລຸປະສິດທິຜົນສູງ. ພາບ: TTXVN
      ໃນໄລຍະຜ່ານມາ, ລັດຖະບານໄດ້ປະກາດໃຊ້ຫລາຍນະໂຍບາຍໜູນຊ່ວຍຫລາຍສະບັບໃຫ້ແກ່ບັນດາເປົ້າໝາຍການສຶກສາຢູ່ເຂດໄຕງວຽນ. ໃນນັ້ນ ຕ້ອງເວົ້າເຖິງມະຕິເລກທີ 06 ກ່ຽວກັບການໜູນຊ່ວຍອາຫານທ່ຽງໃຫ້ເດັກອະນຸບານເຂດທຸກຍາກ. ນະໂຍບາຍນີ້ໄດ້ ແລະ ພວມສ້າງເງື່ອນໄຂໃຫ້ແກ່ເດັກຢູ່ເຂດປະສົບກັບຄວາມຫຍຸ້ງຍາກຂອງ ໄຕງວຽນ ໄດ້ມີເງື່ອນໄຂຢ່າງຄົບຖ້ວນເພື່ອໄປຮຽນ. ນາຍຄູ ເຮີດີ ເອບານ, ຜູ້ອຳນວຍການໂຮງຮຽນອະນຸບານ ກືເດີຣຳ ໃຫ້ຮູ້ວ່າ:
            “ໂດຍໄດ້ຮັບການໜູນຊ່ວຍຈາກລັດ ພໍ່ແມ່ເດັກມີຄວາມອຸ່ນອ່ຽນໃຈເມື່ອຝາກລູກໃຫ້ພວກຂ້າພະເຈົ້າເບິ່ງແຍງ ພວກຫຼານໄດ້ກິນອາຫານມີໂພສະນາການ. ກິນດື່ມຢູ່ໂຮງຮຽນໄດ້ມີຄວາມຮັບປະກັນ.
            ທົ່ວເຂດ ໄຕງວຽນ ມີເດັກນ້ອຍປະມານ 240.000 ຄົນພວມຮ່ຳຮຽນຢູ່ບັນດາໂຮງຮຽນອະນຸບານ, ໃນນັ້ນ ເດັກນ້ອຍກ່ວາເຄິ່ງໜຶ່ງໄດ້ຮັບລາຍການອາຫານທ່ຽງຕາມມະຕິເລກທີ 06 ຂອງລັດຖະບານ.
            3 ປີມານີ້, ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍຢູ່ ໄຕງວຽນ ໄດ້ຮັກສາອັດຕາສ່ວນເດັກຮຽນເກັ່ງສູງພໍສົມຄວນ, ຊ່ວຍບັນດາທ້ອງຖິ່ນປະຕິບັດສຳເລັດໂຄງການສຶກສາອະນຸບານທົ່ວໄປໃຫ້ແກ່ເດັກອາຍຸ 5 ປີເປັນຢ່າງດີ. ທ່ານ ຟ້າມດັງຄວາ, ຫົວໜ້າພະແນກການສຶກສາບຳລຸງສ້າງແຂວງ ດັກລັກ ໃຫ້ຮູ້ວ່າ:
            “ນອກຈາກບັນດາຄອບຄົວທຸກຍາກ ຫຼື ພວກນ້ອງຢູ່ເຂດປະສົບກັບຫຍຸ້ງຍາກພິເສດແລ້ວ ມະຕິດັ່ງກ່າວ ຍັງເຕື້ອງເຖິງບັນດາເປົ້າໝາຍແມ່ນຄອບຄົວມີລາຍຮັບຕ່ຳ. ສະນັ້ນ, ເມື່ອມະຕິດັ່ງກ່າວໄດ້ຮັບການຜັນຂະຫຍາຍ ເດັກນ້ອຍອະນຸບານຈະໄປຮຽນຫລາຍກ່ວາ, ພວກນ້ອງໄດ້ຮັບປະທານອາຫານທ່ຽງ, ບັນດາໂຮງຮຽນຈັດການສອນ 2 ພາກ/ມື້, ເຊິ່ງເປັນເງື່ອນໄຂເພື່ອຊ່ວຍໃຫ້ພວກນ້ອງພັດທະນາ.
            ນອກນັ້ນ ຍັງເວົ້າເຖິງແຜນຮ່າງປັບປຸງ ແລະ ພັດທະນາລະບົບໂຮງຮຽນສາມັນ ກິນນອນຊົນເຜົ່າ ແລະ ເຄິ່ງກິນນອນໄລຍະ 2016 – 2020. ນັບແຕ່ເມື່ອປະກາດໃຊ້ແຜນຮ່າງດັ່ງກ່າວ ລູກຫຼານຂອງພໍ່ແມ່ຊົນເຜົ່າສ່ວນໜ້ອຍໄປຮຽນເປັນຈຳນວນຫລວງຫລາຍ. ເດັກນ້ອຍຫລາຍຄົນແບ່ງປັນວ່າ ແຕ່ດົນແລ້ວ ພວກນ້ອງຖືໂຮງຮຽນຄືຊາຍຄາທີສອງຂອງຕົນ ແລະ ເພື່ອນຮ່ວມຫ້ອງຮຽນແມ່ນເພື່ອນສະໜິດສະໜົມທີ່ສຸດ. ນ້ອງ ເຮີເຊມ ຢູຕລາງ, ໂຮງຮຽນກິນນອນຊົນເຜົ່າມັດທະຍົມສົມບູນ ກຣົງໂນ, ແຂວງ ດັກນົງ ແບ່ງປັນວ່າ:
            “ເຮືອນຂອງນ້ອງຢູ່ໄກກັບໂຮງຮຽນ ກ່ວາ 40 ກິໂລແມັດ. ຖ້າຢູ່ນີ້ບໍ່ມີໂຮງຮຽນ ກິນນອນຊົນເຜົ່າ ນ້ອງຈະປະສົບກັບຄວາມຫຍ້ງຍາກໃນການໄປມາ ແລະ ການຮ່ຳຮຽນ. ຢູ່ນີ້ ນ້ອງມີໝູ່ເພື່ອນຫລາຍຄົນ, ໄດ້ຮ່ຳຮຽນຫລາຍຢ່າງຈາກຄູສອນ, ເພື່ອນມິດ, ໄດ້ດຳລົງຊີວິດຮ່ວມກັນ ແລະ ກິນນອນນຳກັນ.
            ຢູ່ເຂດ ໄຕງວຽນ, ປະຈຸບັນ ມີໂຮງຮຽນເຄິ່ງກິນນອນຊົນເຜົ່າປະມານ 100 ແຫ່ງ ແລະ ໂຮງຮຽນກິນນອນຊົນເຜົ່າ 60 ແຫ່ງ. ນອກຈາກການປະຕິບັດຕາມຫຼັກສູດການສອນການສຶກສາສາມັນ, ບັນດາໂຮງຮຽນຍັງຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວສຶກສາທີ່ເປັນເອກະລັກສະເພາະ, ເພື່ອຊ່ວຍນັກຮຽນຊົນເຜົ່າສ່ວນໜ້ອຍເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍ ແນໃສ່ຮັບໃຊ້ໃຫ້ແກ່ການຍົກສູງຄຸນນະພາບການຮ່ຳຮຽນໄດ້ເປັນຢ່າງດີ. ເບິ່ງລວມບັນດາໂຮງຮຽນລ້ວນແຕ່ຮັບປະກັນບ່ອນຢູ່, ບ່ອນກິນ, ບ່ອນດຳເນີນຊີວິດຢ່າງປອດໄພ, ສະດວກດີໃຫ້ແກ່ພວກນ້ອງ.
       ສະນັ້ນ, ນັກຮຽນຊົນເຜົ່າສ່ວນໜ້ອຍໃນເກນອາຍຸໄປຮຽນໄດ້ໄປຮຽນເປັນຈຳນວນຫລາຍ, ຫລຸດຜ່ອນອັດຕາສ່ວນນັກຮຽນບໍ່ໄປຮຽນ, ຍົກສູງຄຸນນະພາບການສຶກສາຢ່າງຮອບດ້ານ, ປັບປຸງ ແລະ ຮັກສາໝາກຜົນການສຶກສາຊັ້ນມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍຢ່າງທົ່ວເຖິງ. ອ້າຍຄູ ຮີ່ງເຕິນຈ້ອງ, ຮອງຜູ້ອຳນວຍການໂຮງຮຽນສາມັນຊົນເຜົ່າ ກຣົງນົງ ໃຫ້ຮູ້ວ່າ:
            “3 ປີມານີ້, ຈຳນວນສຳເນົາຈົດທະບຽນເຂົ້າຮຽນຢູ່ໂຮງຮຽນໄດ້ເພີ່ມຂຶ້ນທົບ 3 ເທົ່າ. ຍ້ອນວ່າ ຮາກຖານທາງດ້ານວັດຖຸຂອງໂຮງຮຽນແມ່ນກ້ວາງຂວາງ ແລະ ງາມຕາ, ຄຸນນະພາບໄດ້ຮັບການຍົກສູງຂຶ້ນ. ອັດຕານັກຮຽນຮຽນຈົບ 100% ແລະ ພິເສດແມ່ນຈຳນວນນັກຮຽນຈົດທະບຽນເສັງເຂົ້າຊັ້ນມະຫາວິທະຍາໄລ, ຊັ້ນວິທະຍາໄລບັນລຸ 100% ໃນຈຳນວນນັກຮຽນຈົດທະບຽນເຂົ້າເສັງ.
            ໄປຄຽງຄູ່ກັບບັນດານະໂຍບາຍຈາກສູນກາງ, ບັນດາແຂວງ ໄຕງວຽນ ກໍ່ມີລາຍການສະເພາະໃຫ້ແກ່ພາລະກິດການສຶກສາທ້ອງຖິ່ນ. ຄືຄະນະກຳມະການປະຊາຊົນແຂວງ ກອນຕຸມ ໄດ້ປະຕິບັດການໜູນຊ່ວຍຄ່າກິນໃຫ້ນັກຮຽນໃນບັນດາໂຮງຮຽນເຄິ່ງກິນນອນຊົນເຜົ່າ. ຄະນະກຳມະການປະຊາຊົນແຂວງ ດັກນົງ ໜູນຊ່ວຍເງິນໃຊ້ຈ່າຍໃຫ້ແກ່ນັກຮຽນ, ນັກສຶກສາ, ຊາວເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວມີລາຍຮັບຕ່ຳ. ຄະນະກຳມະການປະຊາຊົນແຂວງ ດັກລັກ ຜັນຂະຫຍາຍນະໂຍບາຍໜູນຊ່ວຍໃຫ້ນັກຮຽນຢູ່ບັນດາໂຮງຮຽນສາມັນກິນນອນຊົນເຜົ່າ, ເຄິ່ງກິນນອນ, ໜູນຊ່ວຍປຶ້ມຕຳລາໃຫ້ນັກຮຽນທຸກຍາກ.
            ມາຮອດປະຈຸບັນ, 100% ຕາແສງຢູ່ ໄຕງວຽນ ມີເຮືອນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ກ່ວາ 96% ຕາແສງມີໂຮງຮຽນມັດທະຍົມຕອນຕົ້ນ. ອັດຕານັກຮຽນອະນຸບານ ແລະ ປະຖົມທີ່ນຳໃຊ້ພາສາ ຫວຽດ ບັນລຸກ່ວາ 92%. ຮອດທ້າຍປີ 2020, ບັນດາແຂວງ ໄຕງວຽນ ສູ້ຊົນຍົກຈຳນວນເດັກນ້ອຍ ແລະ ນັກຮຽນໄດ້ພາສາ ຫວຽດ ຂຶ້ນ 100%, ປະຕິບັດສຳເລັດໂຄງການເພີ່ມທະວີພາສາຫວຽດໃຫ້ເດັກອະນຸບານ ແລະ ປະຖົມເຂດພໍ່ແມ່ຊົນເຜົ່າສ່ວນໜ້ອຍໄລຍະ 2016 – 2020.
            ບັນດານະໂຍບາຍຈາກສູນກາງລົງຮອດທ້ອງຖິ່ນທີ່ລົງທຶນໃຫ້ການສຶກສາຊົນເຜົ່າສ່ວນໜ້ອຍຢູ່ເຂດ ໄຕງວຽນ ໄດ້ນຳມາເຊິ່ງກຳລັງວັງຊາໃໝ່, ຊ່ວຍສ້າງຮາກຖານທາງດ້ານວັດຖຸໃຫ້ສຳເລັດ, ສືບຕໍ່ຍົກສູງຄຸນນະພາບການສອນ ແລະ ການຮຽນ, ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍຢູ່ ໄຕງວຽນ./.
(ແຫຼ່ງຄັດຈາກ VOV)
 


top