ຂ່າວສານ

ນະຄອນໂຮ່ຈີມີນຮັບປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດໂຄວິດ-19

      ດ້ວຍການຮ່ວມແຮງຮ່ວມໃຈ, ສາມັກຄີ ແລະ ຄວາມຕັດສິນໃຈ, ແນ່ນອນວ່າໂລກລະບາດໂຄວິດ-19 ຈະຖືກຍູ້ໃຫ້ຖອຍໄປ ເພື່ອສືບຕໍ່ພັດທະນາເສດຖະກິດ-ສັງຄົມ
ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ
(ພາບ: VTC News)
      ຕອນບ່າຍວັນທີ 19 ກໍລະກົດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ມີຈົດໝາຍຝາກເຖິງພໍ່ແມ່ປະຊາຊົນ, ນັກຮົບ, ປະຊາຊົນທຸກຊັ້ນວັນນະ ນະຄອນໂຮ່ຈີມີນ ໃນນັ້ນເຊື່ອໝັ້ນວ່າ, ດ້ວຍການຮ່ວມແຮງຮ່ວມໃຈ, ສາມັກຄີ ແລະ ຄວາມຕັດສິນໃຈ, ແນ່ນອນວ່າໂລກລະບາດໂຄວິດ-19 ຈະຖືກຍູ້ໃຫ້ຖອຍໄປ ເພື່ອສືບຕໍ່ພັດທະນາເສດຖະກິດ-ສັງຄົມ, ນຳມາເຊິ່ງຄວາມສະຫງົບສຸກ, ຄວາມອີ່ມໜຳສຳນານ, ຄວາມຜາສຸກໃຫ້ແກ່ປະຊາຊົນ. ທ່ານປະທານຄະນະກຳມະການປະຊາຊົນ ຫງວຽນແທັງຟອງ ຊີ້ແຈ້ງວ່າ: ນະຄອນຈະສືບຕໍ່ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນຄື: ການເກັບຕົວຢ່າງ, ວິໄຈຫາເຊື້ອໂດຍມີຈຸດສຸມເພື່ອສະກັດກັ້ນການແຜ່ລະບາດ, ພ້ອມກັນນັ້ນ, ທາງນະຄອນກໍ່ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ສະໜັບສະໜູນ, ມີຄວາມເຊື່ອໝັ້ນ, ແບ່ງປັນພ້ອມກັບນະຄອນ, ຕັດສິນໃຈປະຕິບັດບັນດາຂໍ້ກຳນົດກ່ຽວກັບແຍກຫ່າງສັງຄົມຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)


top