ຂ່າວສານ

ນະຄອນໂຮ່ຈີມີນ: ສ້າງເຂດຂຽວປອດໄພໃນການຜະລິດ-ປອດໄພໃນການປ້ອງກັນ, ຕ້ານໂລກລະບາດ

      ກຳມະກອນໄດ້ເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມຕິດຕາມກວດກາວິສາຫະກິດປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ໂຄສະນາໃຫ້ສະມາຊິກ, ຜູ້ອອກແຮງງານປະຕິບັດບັນດາຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດ
(ພາບປະກອບ: TTXVN)
      ເພື່ອສະໜັບສະໜູນຂະບວນການແຂ່ງຂັນ “ເປີດກວ້າງເຂດຂຽວໃນແຜນທີ່ໂຄວິດ-19”, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ປຸກລະດົມການແຂ່ງຂັນຈຸດສູງໃນລະບົບກຳມະບານນະຄອນ ດ້ວຍຫົວຂໍ້ “ສ້າງເຂດຂຽວປອດໄພໃນການຜະລິດ-ປອດໄພໃນການປ້ອງກັນ, ຕ້ານໂລກລະບາດ” ໃນລະຫວ່າງວັນທີ 20 ກໍລະກົດ ຫາວັນທີ 31 ທັນວາ 2021.
        ເນື້ອໃນຈຸດສຸມຂອງການແຂ່ງຂັນແມ່ນມຸ່ງໄປເຖິງການຍູ້ແຮງ, ປະຕິບັດເລື່ອງ “ແນະນຳບັນດາວິທີການປ້ອງກັນ, ຕ້ານໂລກລະບາດເມື່ອມີກໍລະນີຕິດເຊື້ອພະຍາດໂຄວິດ-19 ຢູ່ຮາກຖານຜະລິດ, ດຳເນີນທຸລະກິດ, ເຂດອຸດສາຫະກຳ”. ໃນນັ້ນ, ກຳມະກອນໄດ້ເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມຕິດຕາມກວດກາວິສາຫະກິດປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ໂຄສະນາໃຫ້ສະມາຊິກ, ຜູ້ອອກແຮງງານປະຕິບັດບັນດາຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດ, ປະຕິບັດສານ 5 ປະການ, ເປັນເຈົ້າການແຈ້ງອາການສຸຂະພາບ… ຢ່າງເຂັ້ມງວດ ເພື່ອປະກອບສ່ວນກໍ່ສ້າງວິສາຫະກິດຂຽວປອດໄພໃນການຜະລິດ-ປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
 (ແຫຼ່ງຄັດຈາກ VOV)


top