ຂ່າວສານ

ນະຄອນໂຮ່ຈີມິນໄຂງານບຸນລະດູບານໃໝ່ ປີ 2022

      ຕອນຄ່ຳວັນທີ 16 ມັງກອນ, ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ສົມທົບກັບຫໍວັດທະນະທຳຊາວໜຸ່ມ ແລະ ສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ຈັດຕັ້ງງານບຸນລະດູບານໃໝ່ ຫວຽດນາມ ປີ 2022. ງານບຸນໄດ້ແກ່ຍາວຮອດວັນທີ 30 ມັງກອນ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ).
ງານບຸນລະດູບານໃໝ່ ຫວຽດນາມ ປີ 2022 (ພາບ: TTXVN)
      ບຸນເຕັດ ຫວຽດ ປີ 2022 ແມ່ນງານບຸນທຳອິດໃນທົ່ວປະເທດ ທີ່ຖືກຈັດຕັ້ງແບບທາງໄກ ສົມທົບໂດຍກົງ. ນອນຈາກສານອວຍພອນລະດູບານໃໝ່ຢ່າງປອດໄພ, ງານບຸນຍັງມີບັນດາລາຍການສະແດງສິລະປະເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຖັນແຖວແພດໝໍ, ພະນັກງານພດລະກອນ 2 ຂະແໜງການແພດ,… ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.
            ປີນີ້, ບັນຍາກາດຢູ່ຖະໜົນດອກເໝີຍ ຂອງງານບຸນລະດູບານໃໝ່ ໄດ້ປະດັບປະດາດ້ວຍຂອບຂະໜາດທີ່ໃຫຍ່ກ່ວາ ດ້ວຍຕົ້ນດອກເໝີຍໃຫຍ່ 120 ຕົ້ນຢູ່ລຽບຕາມຖະໜົນ ຟ້າມງອກແທັກ ແລະ ເຂດຫໍວັດທະນະທຳຊາວໜຸ່ມ (ເມືອງ1). ບໍລິເວນຖະໜົນຂຽນຕົວໜັງສື ກໍ່ໄດ້ຈັດຕັ້ງຢ່າງພິຖິພິຖັນ ແລະ ໃໝ່ອ່ຽມ ດ້ວຍການເຂົ້າຮ່ວມຂອງ ນັກຂຽນຕົວໜັງສື 30 ຄົນ. ເຂົ້າຮ່ວມງານບຸນ, ທ້າວ ຫງວຽນບ໊າເຕິນ, ຢູ່ເມືອງ ບິ່ງເຕີນໃຫ້ຮູ້ວ່າ:
            ຂ້າພະເຈົ້າດີໃຈທີ່ສຸດ ຍ້ອນວ່າພາຍຫຼັງປີໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ແຕ່ທ້າຍປີ ປະຊາຊົນຍັງໄດ້ຕ້ອນຮັບບຸນເຕັດຢ່າງມ່ວນຊື່ນ. ຫວັງວ່າປີໃໝ່ທຸກສິ່ງທຸກຢ່າງຈະດີງາມກ່ວານີ້ອີກ.
(ແຫຼ່ງຄັດຈາກ VOV)


top