ຂ່າວສານ

ນະຄອນໂຮ່ຈີມິນເພີ່ມຄວາມໄວໃນການສັກວັກຊິນ, ຮ່າໂນ້ຍປັບປຸງມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ທ່ານ ຫງວຽນຮ່ວາຍນາມ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ໃນການແຜ່ລະບາດຄັ້ງນີ້, ທາງນະຄອນໄດ້ຈັດ ການສັກວັກຊິນ 944.000 ໂດສ.
(ໃນການແຜ່ລະບາດຄັ້ງນີ້, ທາງນະຄອນໄດ້ຈັດ ການສັກວັກຊິນ 944.000 ໂດສ)
      ທີ່ກອງປະຊຸມຂ່າວກ່ຽວກັບຍຸດທະສາດສັກວັກຊິນກັນໂຄວິດ-19 ຢູ່ນະຄອນໂຮ່ຈີມິນ, ວັນທີ 21 ມິຖຸນາ, ທ່ານ ຫງວຽນຮ່ວາຍນາມ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ໃນການແຜ່ລະບາດຄັ້ງນີ້, ທາງນະຄອນໄດ້ຈັດ ການສັກວັກຊິນ 944.000 ໂດສ. ຂະແໜງສາທາລະນະສຸກທາງນະຄອນໄດ້ລະດົມທິມສັກວັກຊິນກວ່າ 1.000 ທິມ ມາຈາກບັນດາຮາກຖານທີ່ໄດ້ປະກາດມີເງື່ອນໄຂຢ່າງພຽງພໍເພື່ອສັກວັກຊິນກັນໂຄວິດ-19. ແລະກໍ່ໃນວັນດຽວກັນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ເລີ່ມຈັດຄະນະຊາວໜຸ່ມອາສາສະໝັກໜູນຊ່ວຍວຽກງານສັກວັກຊິນກັນໂຄວິດ-19.
ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນ ຮ່າໂນ້ຍ ໄດ້ປະກາດເອກະສານກ່ຽວກັບເລື່ອງສືບຕໍ່ຮັກສາ, ປະຕິບັດບາງມາດຕະການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງໃນສະພາບການໃໝ່. ຕາມນັ້ນແລ້ວ, ນັບແຕ່ເວລາ 0 ໂມງ 00 ນາທີ ຂອງວັນທີ 22 ມິຖຸນາ, ນະຄອນ ຮ່າໂນ້ຍ ອະນຸຍາດໃຫ້ເປີດປະຕູການບໍລິການຮ້ານຕັດຜົມ, ຮ້ານກິນດື່ມຄືນໃໝ່ ດ້ວຍເງື່ອນໄຂຕ້ອງຮັບປະກັນໄລຍະຫ່າງ, ບໍ່ນັ່ງເກີນ 50% ຈຳນວນບ່ອນນັ່ງ ແລະ ບໍ່ເກີນ 20 ຄົນ, ຕ້ອງປິດຮ້ານກ່ອນເວລາ 21 ໂມງ ແຕ່ລະມື້.
(ແຫຼ່ງຄັດຈາກ VOV)


top