ຂ່າວສານ

ນະຄອນໂຮ່ຈີມິນປະກາດໃຊ້ຄຳສັ່ງເລກທີ 18 ວ່າດ້ວຍການຜ່ອນຜັນການແຍກຫ່າງສັງຄົມຢ່າງເປັນທາງການ

      ຄຳສັ່ງໄດ້ຊີ້ແຈ້ງເຖິງການເພີ່ມທະວີການນຳໃຊ້ເຕັກໂນໂລຊີໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ຍູ້ແຮງການປະຕິຮູບການບໍລິຫານ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ການປະຊຸມຂ່າວປະກາດໃຊ້ຄຳສັ່ງເລກທີ 18
(ພາບ: ກະຊວງສາທາລະນະສຸກຫວຽດນາມ)
      ວັນທີ 01 ຕຸລາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟານວັນໝ້າຍ ໄດ້ເຊັນປະກາດໃຊ້ຄຳສັ່ງເລກທີ 18 ວ່າດ້ວຍການສືບຕໍ່ຄວບຄຸມ, ດັດປັບມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມໃນບໍລິເວນນະຄອນເທື່ອລະກ້າວ. ເປົ້າໝາຍຂອງຄຳສັ່ງແມ່ນ ສືບຕໍ່ຄວບຄຸມ, ປ້້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນທົ່ວບໍລິເວນນະຄອນ; ໃຫ້ບຸລິມະສິດປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນອັນດັບໜຶ່ງ. ຟື້ນຟູ ແລະ ພັດທະນາເສດຖະກິດ- ສັງຄົມຂອງນະຄອນໃຫ້ມີຄວາມປອດໄພ, ມີໄຫວພິບ, ມີປະສິດທິຜົນເທື່ອລະກ້າວ; ເອົາໃຈໃສ່ເປີດປະຕູການເຄື່ອນໄຫວຂອງເຂດຜະລິດ, ການບໍລິການ; ຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນນະຄອນ. ນຳເອົາການດຳລົງຊີວິດຂອງປະຊາຊົນໄປສູ່ສະພາບປົກກະຕິໃໝ່.
        ຄຳສັ່ງໄດ້ຊີ້ແຈ້ງເຖິງການເພີ່ມທະວີການນຳໃຊ້ເຕັກໂນໂລຊີໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ຍູ້ແຮງການປະຕິຮູບການບໍລິຫານ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ ເພື່ອພິຈາລະນານຳໃຊ້ບັນດາມາດຕະການແຍກຫ່າງສັງຄົມໃຫ້ເໝາະສົມ.
  
(ແຫຼ່ງຄັດຈາກ VOV)


top