ຂ່າວສານ

ນະຄອນໂຮ່ຈີມິນນອນໃນທ້ອບນຳໜ້າຢູ່ອາຊີ-ປາຊີຟິກກ່ຽວກັບການດຶງດູດການລົງທຶນ

      ເປັນຄັ້ງທຳອິດທີ່ນະຄອນໂຮ່ຈີມິນ ຂອງຫວຽດນາມ ລອດເຂົ້າທ້ອບບັນດານະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ - ປາຊີຟິກ ກ່ຽວກັບການລົງທຶນຂ້າມຊາຍແດນ.
(ພາບປະກອບ: TTXVN)
      ຜົນການສຳຫຼວດຂອງນັກລົງທຶນອາຊີ - ປາຊີຟິກ ປີ 2021 ໂດຍບໍລິສັດອະສັງຫາລິມະຊັບການຄ້າທົ່ວໂລກ (CBRE) ດຳເນີນ, ໃຫ້ຮູ້ວ່າ ເປັນຄັ້ງທຳອິດທີ່ນະຄອນໂຮ່ຈີມິນ ຂອງຫວຽດນາມ ລອດເຂົ້າທ້ອບບັນດານະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ - ປາຊີຟິກ ກ່ຽວກັບການລົງທຶນຂ້າມຊາຍແດນ.
        CBRE ໃຫ້ຂໍ້ສັງເກດວ່າ, ເລື່ອງນະຄອນໂຮ່ຈີມິນ ຢືນອັບດັບທີ 5 ໃນບັນຊີລາຍຊື່ ແມ່ນໜຶ່ງໃນບັນດາໝາກຜົນທີ່ໜ້າສົນໃຈທີ່ສຸດຂອງປີນີ້. ລະອຽດແມ່ນ, ເລື່ອງທີ່ນະຄອນຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ໄດ້ຊ່ວຍດຶງດູດການລົງທຶນເຂົ້າໃນຂົງເຂດຜະລິດ, ໄດ້ເຮັດໃຫ້ນັກລົງທຶນມີຄວາມສົນໃຈຕໍ່ຊັບສິນອຸດສາຫະກຳ ແລະ logistic ຕື່ມອີກ.
(ແຫຼ່ງຄັດຈາກ VOV)


top