ຂ່າວສານ

ນະຄອນໂຮ່ຈີມິນຄວນຫັນການປະຕິບັດ “ເປົ້າໝາຍຄວບຄູ່” ເປັນບັນດາເປົ້າໝາຍນ້ອຍ, ລະອຽດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3, ເມືອງ ບິ່ງແທ້ງ.
(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ)

ຕອນບ່າຍວັນທີ 16 ພະຈິກ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3, ເມືອງ ບິ່ງແທ້ງ ແບບທາງໄກ, ແຈ້ງໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ອາຍຸການ 2021 – 2026. ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ - ສັງຄົມ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ເນັ້ນໜັກວ່າ:

        “ນະຄອນ ໂຮ່ຈີມິນ ແລະ 2 ເມືອງ ຄວນຈັດຕັ້ງການປະຕິບັດມະຕິຂອງສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ຜ່ານມາ ແລະ ປະຕິບັດມະຕິເລກທີ 128 ຂອງລັດຖະບານ ໃຫ້ເປັນຢ່າງດີ, ໃນນັ້ນມີມາດຕະການປ້ອງກັນ ຕ້ານໂລກລະບາດ ແລະ ການພັດທະນາເສດຖະກິດ - ສັງຄົມ. ພວກເຮົາຄວນຫັນການປະຕິບັດບັນດາເປົ້າໝາຍຄວບຄູ່ໃຫ້ກາຍເປັນເປົ້າໝາຍນ້ອຍ, ລະອຽດ, ຢູ່ອຳນາດການປົກຄອງທຸກຂັ້ນຄື: ການເຕີບໂຕ, ແກ້ໄຂວຽກເຮັດງານທຳ, ຄວາມປອດໄພດ້ານການແພດ, ການຮັບປະກັນຊີວິດສັງຄົມ… ຄວນສືບຕໍ່ຄວບຄຸມໂລກລະບາດໃຫ້ເປັນຢ່າງດີ ບົນຈິດໃຈຈຳກັດກໍລະນີເຈັບໜັກ ແລະ ເສຍຊີວິດ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຟື້ນຟູເສດຖະກິດ - ສັງຄົມ ແລະ ນຳສັງຄົມກັບຄືນສູ່ສະພາບເປັນປົກກະຕິ”.

        ທ່ານປະທານປະເທດ ເນັ້ນໜັກວ່າ, ນະຄອນ ໂຮ່ຈີມິນ ຄວນມີການສົນທະນາ, ກຳແໜ້ນຄວາມຫຍຸ້ງຍາກຂອງວິສາຫະກິດ ເພື່ອຍົກອອກມາດຕະການໜູນຊ່ວຍຢ່າງທັນການ. ນອກນັ້ນ, ທາງນະຄອນກໍ່ຄວນກະກຽມເງື່ອນໄຂເປັນຢ່າງດີ ເພື່ອໃຫ້ນັກຮຽນ, ນັກສຶກສາກັບມາຮ່ຳຮຽນເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)


top