ຂ່າວສານ

ນະຄອນໂຮ່ຈີມິນ ເປີດຕົວສູນບໍລິຫານ ສາທາລະນະສຸກ ອັດສະລິຍະແລະສູນບໍລິຫານການສຶກສາ ອັດສະລິຍະ

ຕອນເຊົ້າວັນທີ 11 ກຸມພາ ນະຄອນ ໂຮ່ຈີມິນ ໄດ້ເປີດຕົວ ສູນບໍລິຫານ ສາທາລະນະສຸກ ອັດສະລິຍະ ທີ່ພະແນກສາທາລະນະສຸກ ນະຄອນ ແລະ ສູນບໍລິຫານການສຶກສາ ອັດສະລິຍະ ທີ່ພະແນກການສຶກສາ ບຳລຸງສ້າງຂອງນະຄອນ. 


ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ

ພາບ:TTXVN 


ເມື່ອນຳເຂົ້າເຄື່ອນໄຫວ ສູນບໍລິຫານສາທາລະນະສຸກ ອັດສະລິຍະ ຈະອັບເດັດສະພາບການບັນດາໂຮງໝໍ ທີ່ມີຄວາມສາມາດຮັບຜູ້ຕິດເຊື້ອໄວຣັດ ໂຄໂຣນາ ໃນທົ່ວນະຄອນມາປິ່ນປົວໄດ້ ແລະ ອັບເດັດສະພາບການຜັນແປຂອງໂລກລະບາດໃນໂລກ ແລະ ສະພາບການຜູ້ຕິດເຊື້ອໄວຣັດ ໂຄໂຣນາ ຢູ່ ຫວຽດນາມ. ສຳລັບບໍລິຫານການສຶກສາ ອັດສະລິຍະ ຈະຮັບປະກັນຄວາມສາມາດ ຮັບ ແລະ ແບ່ງປັນຖານຂໍ້ມູນ ກັບສູນບໍລິຫານຕົວເມືອງອັດສະລິຍະຂອງນະຄອນ. ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ຢືນຢັນວ່າ: ສູນສອງແຫ່ງດັ່ງກ່າວໄດ້ເປີດຕົວໃນມື້ນີ້ ລ້ວນແຕ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດຂອງນະຄອນ.
(ແຫຼ່ງຄັດຈາກ VOV)

top