ຂ່າວສານ

ນະຄອນໂຮ່ຈີມິນ ຈັດພິທີຖະຫວາຍເຂົ້າຕົ້ມແຕດບູຊາເຈົ້າຊີວິດຮຸ່ງ ຢູ່ວິຫານເທື້ອງ

      ວັນທີ 21 ມັງກອນ ຄະນະການນຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຖະຫວາຍເຂົ້າຕົ້ມແຕດບູຊາເຈົ້າຊີວິດຮຸ່ງ ຢູ່ວິຫານເທື້ອງ. 

ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈີມິນຖະຫວາຍທູບທຽນບູຊາເຈົ້າຊີວິດຮຸ່ງ
ພາບ:TTXVN
      ພິທີຖະຫວາຍເຂົ້າຕົ້ມແຕດບູຊາເຈົ້າຊີວິດຮຸ່ງ ຖີກດຳເນີນໄປດ້ວຍບັນດາພິທີການທີ່ເປັນມູນເຊື້ອ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ເປັນເອກະລັກສະເພາະຂອງຊາວພາກໃຕ້. ເຂົ້າຕົ້ມແຕດເພື່ອຖະຫວາຍບູຊາເຈົ້າຊີວິດ ຮຸ່ງ ແມ່ນຖືກເລືອກເຟັ້ນຫໍ່ທີ່ງາມ ແລະ ແຊບທີ່ສຸດໃນງານແຂ່ງຂັນຕົ້ມເຂົ້າຕົ້ມແຕດ, ພ້ອມກັບຜະລິດຕະພັນພິເສດຂອງພາກໃຕ້. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ເປັນມູນເຊື້ອຖືກຈັດຕັ້ງປະຈຳປີຂອງນະຄອນ ໂຮ່ຈີມິນ ໃນໂອກາດບຸນເຕັດ, ຜ່ານນັ້ນສະແດງໃຫ້ເຫັນຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອປະຈຳປີຂອງນະຄອນໂຮ່ຈີມິນ ແລະໄດ້ຈັດຂຶ້ນໃນໂອກາດບຸນປີໃຫມ່ປະຈຳຊາດເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງທີ່ມີຕໍ່ ບັນດາເຈົ້າຊີວິດ ຮຸ່ງ, ຜູ້ທີ່ໄດ້ກໍ່ຕັ້ງປະເທດ, ພ້ອມທັງປະກອບສ່ວນສຶກສາມູນເຊື້ອຮັກຊາດ, ປຸກລຸກນຳ້ໃຈມະຫາສາມັກຄີໃນໝູ່ລຸ້ນໜຸ່ມ ແລະ ຊາວນະຄອນໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)
 


top