ຂ່າວສານ

ນະຄອນໂຮ່ຈີມິນ ຈັດທິມສັກວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕື່ມອີກ 240 ທິມ

      ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ມີເອກະສານດ່ວນຮຽກຮ້ອງໃຫ້ຫົວໜ້າບັນດາໂຮງໝໍໃນບໍລິເວນ ຈົ່ງຮີບເຮັ່ງເພີ່ມບັນດາທິມເຂົ້າຮ່ວມການສັກວັກຊິນກັນໂຄວິດ-19 ຕື່ມອີກ.
ສັກວັກຊິນກັນໂຄວິດ-19
(ພາບ: TTXVN)
      ເພື່ອແນໃສ່ຮັບປະກັນກຳລັງຄວາມສາມາດໃນການສັກວັກຊິນກັນໂຄວິດ-19 ໃຫ້ຖືກຕ້ອງຕາມຄວາມຄືບໜ້າ ແລະ ຕອບສະໜອງຄວາມຮຽກຮ້ອງໃນການປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ, ວັນທີ 24 ມິຖຸນາ, ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ມີເອກະສານດ່ວນຮຽກຮ້ອງໃຫ້ຫົວໜ້າບັນດາໂຮງໝໍໃນບໍລິເວນ ຈົ່ງຮີບເຮັ່ງເພີ່ມບັນດາທິມເຂົ້າຮ່ວມການສັກວັກຊິນກັນໂຄວິດ-19 ຕື່ມອີກ.
        ໃນເອກະສານໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍເພີ່ມຕື່ມ 240 ທິມສັກວັກຊິນ, ກຽມພ້ອມທີ່ຈະອອກເດີນທາງໄປຮັບໜ້າທີ່ສັກວັກຊິນໃນວັນທີ 24 ມິຖຸນາ. ສູນສຸກເສີນ 115 ພ້ອມກັບທຸກໂຮງໝໍໃນບໍລິເວນນະຄອນໄດ້ຈັດການເວນຍາມສຸກເສີນ ພ້ອມກັບພາຫະນະ, ລົດພະຍາບານກໍ່ກຽມພ້ອມຢູ່ທຸກເຂດສັກວັກຊິນ.
(ແຫຼ່ງຄັດຈາກ VOV)


top