ຂ່າວສານ

ນະຄອນຫຼວງຮ່າໂນ້ຍ ຕ້ອນຮັບແຂກຫຼາຍກວ່າ 105.000 ເທື່ອຄົນ ໃນຊ່ວງບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນ ທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ.

ສຸສານປະທານ ໂຮ່ຈີມິນ (ພາບ: hanoimoi.com.vn)

ຕາມການລາຍງານຂອງພະແນກທ່ອງທ່ຽວ ນະຄອນຫຼວງຮ່າໂນ້ຍ, ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ  ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນ ທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ. ນີ້ແມ່ນຕົວເລກທີ່ມີຄວາມໝາຍຢ່າງແທ້ຈິງໃນສະພາບການໂລກລະບາດ ໂຄວິດ-19 ຍັງຜັນແປຢ່າງສັບສົນ, ເປີດກາລະໂອກາດຟື້ນຟູ ແລະ ພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງຢູ່ ນະຄອນຫຼວງຮ່າໂນ້ຍ.

ໃນໂອກາດ ບຸນປີໃໝ່ປະຈຳຊາດ ຂອງ ຫວຽດນາມ ປີຂານ 2022, ບັນດາສະຖານທີ່ ປູຊະນີຍະຖານ, ວັດທະນະທຳຂອງນະຄອນຫຼວງ ຍັງຄົງຢຸດການເຄື່ອນໄຫວຊົ່ວຄາວ, ຍັງບໍ່ທັງເປີດປະຕູຕ້ອນຮັບແຂກເຂົ້າເປັນປົກກະຕິ, ນອກຈາກນັ້ນ, ເພື່ອຮັບປະກັນ ການປ້ອງກັນ, ຄວບຄຸມໂລກລະບາດ, ບັນດາງານບຸນຍາມລະດູບານໃໝ່ ໃນບໍລິເວນນະຄອນຫຼວງຄື: ງານບຸນວິຫານຊັອກ, ງານບຸນໂດງດາ, ງານບຸນວິຫານ ຮາຍບ່າຈຶງ, ງານບຸນຕານວຽນເຊີນແທ໋ງ…ກໍ່ໄດ້ໂຈະການຈັດງານ. ສະຖານທີ່ທ່ອງທ່ຽວ, ຫໍພິພິດທະພັນ, ສວນສາທາລະນະຈຳນວນໜຶ່ງ ໄດ້ເປີດບໍລິການຕ້ອນຮັບແຂກ ແລະ ປະຊາຊົນນະຄອນຫຼວງ. ແຂກທ່ອງທ່ຽວເປັນຕົ້ນແມ່ນປະຊາຊົນໃນນະຄອນຫຼວງໄປທ່ຽວຍາມລະດູຍາມໃໝ່ ແລະ ແຂກມາຈາກບາງທ້ອງຖິ່ນໄກ້ຄຽງຄື: ຮ່ານາມ, ຖ່າຍບີ່ງ, ວິງຟຸກ, ບັກຢ່າງ, ນິງບີ່ງ, ແທງຮົວ, ເຫ້ງະອານ.

 (ແຫຼ່ງຄັດຈາກ VOV)

 


top