ຂ່າວສານ

ນະຄອນ ໂຮ່ຈີມິນ ໜູນຊ່ວຍຄູສອນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໄດ້ຢັ້ງຢືນວ່າ: ຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຂອງແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ...
ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ມອບຂອງຂວັນໃຫ້ຄູສອນຂອງໂຮງຮຽນ ສອງພາສາ ຫວຽດ - ລາວ ຫງວຽນຢູ.
ຕອນບ່າຍວັນທີ 30 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ກອງທຶນເພື່ອຄົນທຸກຍາກ ຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ, ສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ມອບຂອງຂວັນ 70 ພູດໜູນຊ່ວຍໃຫ້ຄູສອນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໄດ້ຢັ້ງຢືນວ່າ: ຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຂອງແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ຕໍ່ພາລະກິດແຫ່ງການສຶກສາມະນຸດ. ພ້ອມທັງ, ແມ່ນແຫຼ່ງລະດົມນ້ຳໃຈ, ແມ່ນກຳລັງໜູນຊ່ວຍໃຫ້ໝູ່ຄະນະພະນັກງານ, ຄູສອນຂອງໂຮງຮຽນຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸໄດ້ຫຼາຍຜົນງານທີີ່ດີໃນສົກຮຽນ 2022 – 2023.

ໂຮງຮຽນສອງພາສາ ລາວ - ຫວຽດນາມ ແມ່ນໂຮງຮຽນຂອງປະຊາຄົມຊາວ ຫວຽດນາມ, ໄດ້ຮັບການກໍ່ສ້າງແຕ່ປີ 2005 ໂດຍ ລັດຖະບານ ຫວຽດນາມ ອຸປະຖຳ. ໂຮງຮຽນສອນດ້ວຍສອງພາສາແມ່ນ ພາສາ ຫວຽດ ແລະ ພາສາລາວ, ແຕ່ຂັ້ນອະນຸບານຮອດມໍ 7, ປະຈຸບັນ, ມີນັກຮຽນກ່ວາ 1.000 ຄົນເຊິ່ງແມ່ນລູກຫຼານຂອງຊາວ ຫວຽດນາມ ອາໄສຢູ່ລາວ ແລະ ບັນດານັກຮຽນຊາວລາວ.


top