ສາລະຄະດີ

ນະຄອນ ໂຮ່ຈີມິນ - ແຖບດິນພາກໃຕ້ທີ່ເປັນເອກະລັກ ດ້ານການທ່ອງທ່ຽວ

ດ້ວຍປະຫວັດຄວາມເປັນມາກວ່າ 300ປີ, ນະຄອນ ໂຮ່ຈີມິນ ມີຮ່ອງ ຮອຍ ທາງວັດທະນະທຳ-ປະຫວັດສາດ ທີ່ໜ້າສົນໃຈຫຼາຍຢ່າງ ກ່ຽວກັບ ເສັ້ນທາງທ່ີຍາກລຳບາກ ໃນການບຸກເບີກ, ​ພັດທະນາ ເປີດກວ້າງທີ່ດິນ ຂອງ ປະຊາຊົນ ພາກໃຕ້. ປັດຈຸ​ບັນ, ​ຕົວເມືອງ​ຢູ່​ແຄມ​ແມ່​ນ້ຳ​ ໄຊ​ງ່ອນ ດ້ວຍຄວາມໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ ປະສານເຂົ້າກັນ ກັບປັດໄຈ ວັດທະນະທຳ-ປະຫວັດສາດ ອັນເປັນ ມູນເຊື້ອ ແລະ ຄວາມເປັນເອກະ ລັກ ດ້ານລະບົບນິເວດ ຂອງ ເຂດທົ່ງພຽງແມ່ນ້ຳ​ຂອງ ກຳລັງເປັນຈຸດ  ໝາຍປາຍທາງ ທີ່ດຶງດູດໃຈ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. 

ດ້ວຍປະຫວັດຄວາມເປັນມາກວ່າ 300ປີ, ນະຄອນ ໂຮ່ຈີມິນ ມີຮ່ອງ ຮອຍ ທາງວັດທະນະທຳ-ປະຫວັດສາດ ທີ່ໜ້າສົນໃຈຫຼາຍຢ່າງ ກ່ຽວກັບ ເສັ້ນທາງທ່ີຍາກລຳບາກ ໃນການບຸກເບີກ, ​ພັດທະນາ ເປີດກວ້າງທີ່ດິນ ຂອງ ປະຊາຊົນ ພາກໃຕ້. ປັດຈຸ​ບັນ, ​ຕົວເມືອງ​ຢູ່​ແຄມ​ແມ່​ນ້ຳ​ ໄຊ​ງ່ອນ ດ້ວຍຄວາມໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ ປະສານເຂົ້າກັນ ກັບປັດໄຈ ວັດທະນະທຳ-ປະຫວັດສາດ ອັນເປັນ ມູນເຊື້ອ ແລະ ຄວາມເປັນເອກະ ລັກ ດ້ານລະບົບນິເວດ ຂອງ ເຂດທົ່ງພຽງແມ່ນ້ຳ​ຂອງ ກຳລັງເປັນຈຸດ  ໝາຍປາຍທາງ ທີ່ດຶງດູດໃຈ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. 

  ນັກທ່ອງທ່ຽວຢ້ຽມຊົມ ທຳນຽບ ດົກເລິບ- ປູສະນີຍະສະຖານ ປະຫວັດ ສາດແຫ່ງຊາດພິເສດ ຢູ່ໃຈກາງ ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP

ຂີດໝາຍແຫ່ງການທ່ອງທ່ຽວວັດທະນະທຳ-ປະຫວັດສາດ

ໄຊງ່ອນ-ນະຄອນ ໂຮ່ຈີມິນ ຜ່ານ 300 ກວ່າປີແຫ່ງການກໍ່ຮ່າງສ້າງຕົວ ແລະ ພັດທະນາ, ແມ່ນດິນແດນແຫ່ງການເຕົ້າໂຮມກັນ ຂອງ ຫຼາຍກະ ແສ ວັດທະນະທຳ, ໃນນັ້ນ ພົ້ນເດັ່ນກວ່າໝູ່ ແມ່ນ ຂີດໝາຍວັດທະນະ ທຳ ຂອງ ຊາວ ຫວຽດ, ຈີນ, ຈຳ, ຂະແມ, ອິນເດຍ ແລະ ອື່ນໆ… ຕໍ່ມາ ໄດ້ຮັບອິດທິພົນ ຈາກ ວັດທະນະທໍາ ຂອງ ຝຣັ່ງ ແລະ ອາເມລິກາ.

ໃນ​ໄລຍະ​ຕົ້ນ ​ຈົນ​ຮອດ​ສະໄໝ ຝຣັ່ງ ປົກຄອງ ຄື ​ແຕ່​ສະຕະວັດ​ທີ XVII ເຖິງສະຕະວັດ​ທີ XIX, ມີຫຼາຍກິດຈະກຳ ທາງດ້ານວັດທະນະທຳ, ການເຊື່ອຖື ທີ່ເປັນເອກະລັກ ໄດ້ຮັບການສ້າງ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ລັກສະນະ ​ວັດທະນະທຳ ​ຂອງ ​ຊາວ ​ພາກ​ໃຕ້​ ຢ່າງ​ເຂັ້ມຂຸ້ນ ໃນການ ເດີນທາງ ບຸກເບີກຖາກຖາງ ເປີດກວ້າງ ທີ່ດິນ, ຕໍ່ສູ້ ຕ້ານການຮຸກຮານ ຈາກພາຍນອກ ກໍຄື ການສຳຜັດ, ປະສານກົມກຽວ ກັບຫຼາຍພື້ນຖານ ວັດທະນະທຳ ອື່ນໆ. ພົ້ນເດັ່ນທີສຸດແມ່ນລະບົບ ສາລາ, ວັດ, ສຳນັກ ສະມາຄົມ, ຫໍບູຊາເຊ່ັນ: ສາລາ ທົງໄຕໂຮ້ຍ, ສາລາ ມິງເຮືອງ, ວັດ ຢ໋າກເລີມ, ວັດ ບ່າທຽນເຮົ້າ, ວັດໃຫຍ່ ຢ໋າກວຽນ, ສຳນັກສະມາຄົມ ເຫງ້ຍອານ, ສຳນັກສະມາຄົມ ກວ໊າງຈ້ຽວ, ໂບດ ດຶກບ່າ, ໂບດ ທົງໄຕໂຮ້ຍ, ໂບດ ຖູດຶກ... ພ້ອມກັບ ງານບຸນວັດທະນະທຳ ອື່ນໆ ນັບຫຼາຍສິບຄັ້ງ ທີ່ມີສີສັນຫຼາກຫຼາຍ. 


ຕໍ່ມາ, ໃນທ້າຍສະຕະວັດທີ XIX ແລະ ຕົ້ນສະຕະວັດທີ XX ມີໂຄງ ການກໍ່ສ້າງຂະໜາດໃຫຍ່ຫຼາຍແຫ່ງ ທີ່ເຕັມໄປດ້ວຍສີສັນ ສະຖາປັດ ຕະຍະກຳ ຝຣັ່ງ ທີ່ຍັງຄົງມີຢູ່ຈົນເຖິງປັດຈຸບັນເຊັ່ນ: ທ່າເຮືອ ຍ່າຣົ່ງ (1863), ທຳນຽບ ຖົ໋ງເຍິດ (1868) , ຫໍໄປສະນີກາງ (1886), ໂຮງມະ ໂຫລະສົບ (1898), ຕຶກສໍານັກງານໃຫຍ່ ຄະນະ ກໍາມະການ ປະຊາ ຊົນນະຄອນ (1898), ຕະຫຼາດ ເບ໋ນແທ່ງ (1912)…

ຫຼັງ​ປີ 1975, ນອກຈາກ​ເຂດ​ປູຊະນີຍະສະຖານ​ ທາງປະຫວັດສາດ, ວັດທະນະທຳ ບູຮານ, ນະຄອນ​ ໂຮ່ຈີ​ມິນ ຍັງໄດ້​ສ້າງ​ ກິດຈະການວັດ ທະນະທຳ ແລະ ການທ່ອງທ່ຽວໃໝ່ອີກຫຼາຍແຫ່ງເຊັ່ນ: ສວນ​ພຶກສາ ສາດ, ສວນສາທາລະນະ ເດີ່ມແຊນ, ຊ໋ວຍຕຽນ, ໜອງ​ ກີ່​ຮ່ວາ, ​ເຂດ​ທ່ອງ​ທ່ຽວ​ ຊີວະພາບ ເກິ່ນເຢີ່... ​ເພື່ອ​ເປັນສະຖານທີ່ລະຫຼິ້ນ, ບັນເທີງ ສຳລັບປະຊາຊົນ ແລະ ນັກທ່ອງທ່ຽວ. ພິ​ເສດ, ມີກິດຈະການ ຮ່ອງຮອຍ ປະຫວັດສາດ, ປະຕິວັດ ຫຼາຍແຫ່ງ ກໍໄດ້ຮັບການຟື້ນຟູ, ບູລະນະ ເພື່ອຮັບໃຊ້ຄວາມຕ້ອງການ​ມາ​ຢ້ຽມຢາມ, ສຳຫຼວດ ກ່ຽວກັບ​ປະຫວັດສາດ ​ຂອງ​ນະຄອນ​ຄື: ອຸ​ມົງ ກູ່ຈີີ, ທຳນຽບ ດົກເລິບ, ອະນຸສອນ ສະຖານ ເບັ່໋ນເຢືອກ ກູ່ຈີ, 18 ບ້ານ ເວື່ອນເຈົ່າ, ຖານທີ່ໝັ້ນລອຍ ປ່າສາກ ແລະ ອື່ນໆ...


ມາ​ຍັງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ທຸກ​ວັນ​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ຈະ​ໄດ້ເຫັນ​ກັບຕາ ​ການ​ພັດທະນາ​ ອັນ​ມະຫັດສະຈັນ ​ຂອງ​ ສູນ ເສດຖະກິດ, ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຊັ້ນ​ນຳ​ຂອງ​ ຫວຽດນາມ​, ບ່ອນ​ທີ່​ມີບັນດາ​ຕຶກອາຄານ​ສູງສຽດຟ້າ, ສູນ​ບັນ​ເທີງ, ສູນການ​ຄ້າ ທີ່ໜາແໜ້ນ, ຖະໜົນ​ຫຼາຍສາຍ​ ທີ່ສະຫວ່າງ ສະໄຫວ ແສງສີ ຂອງດອກໄຟນາໆ ຊະນິດ ໃນຍາມຄໍ່າຄືນເທົ່ານັ້ນ, ແຕ່ຍັງໄດ້ຄົ້ນພົບຄວາມງາມແບບ ດັ້ງເດີມ ຂອງ ກິດຈະກຳ ວັດທະນະທຳ ບູຮານ ທີ່ໄດ້ຖືກຮັກສາໄວ້ ໄດ້ດີທີສຸດ. 

ປັດຈຸ​ບັນ, ໜຶ່ງ​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ ​ທີ່​ນັກ​ທ່ອງ​ທ່ຽວ​ນິຍົມ ​ເມື່ອ​ມາຍັງ​ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​​ໄປຢ້ຽມ​ຊົມ ​ອະນຸສອນ​ສະຖານ​ພິ​ເສດ​ແຫ່ງ​ຊາດ ​ທຳນຽບ ດົກເລິບ ຊຶ່ງ​ເປັນບ່ອນ​ສັກຂີ​ພິຍານ ​ການພັງທະລາຍ ຂອງອຳນາດການປົກຄອງ ຫວຽດນາມ ສາທາລະນະ​ ​ໃນ​ຕອນ​ບ່າຍ​ວັນ​ທີ 30 ເມສາ 1975; ຫໍໄປສະນີກາງ ຂອງນະຄອນ, ສະຖາປັດຕະຍະ ກຳເກົ່າແກ່ ທີ່ເປັນເອກະລັກສະເພາະ ສະແດງໃຫ້ເຫັນການປະສົມ ປະສານ ທ່ີກົມກຽວ ລະຫວ່າງສະຖາປັດຕະຍະກຳ ຕາເວັນຕົກ ແລະ ຕາເວັນອອກ; ສຳຫຼວດ ອຸມົງ ກູ່ຈີ ຊຶ່ງເປັນກິດຈະກຳ ສາຖາ ປັດຕະຍະກຳ ການທະຫານທີ່ເປັນເອກະລັກ, ມີລະບົບອຸມົງ ຍາວ 200 ກມ, ເລິກລົງໄປໃຕ້ດິນ ດ້ວຍຄຸນປະໂຫຍດດ້ານການນຳໃຊ້ ຢ່າງຄົບຖ້ວນ ເພື່ອການກິນຢູ່, ການດໍາລົງຊີວິດ, ການຕໍ່ສູ້...

 

ຫໍວິຫານ ບູຊາ ບັນດາຜູ້ເສຍສະຫຼະຊີວິດເພື່ອຊາດ (ເມືອງ ກູ່ຈີ) ແມ່ນກຸ່ມສະຖາປັດຕະຍະກຳທີ່ກົມກຽວ ມີສີສັນວັດທະນະທຳ ຫວຽດ. ພາບ: ເອກະສານ ອຸມົງ ກູ່ຈີ

ສຳລັບນັກທ່ອງທ່ຽວທີ່ມັກການຄົ້ນຫາ ວັດທະນະທຳ, ປະຫວັດສາດ ແລະ ອາຫານ ທ້ອງຖິ່ນ ຈະໄດ້ສຳຜັດກັບລາຍການ “ກໍ່ເວິບ- ໜຶ່ງຮ້ອຍປີ ຊອກຫາຮ່ອງຮອຍບູຮານ” ດ້ວຍບັນດາການເຄື່ອນໄຫວ ທີ່ໜ້າດຶງດູດໃຈເຊັ່ນ: ຊົມ ຟ້ອນສິງໂຕ ຢູ່ ເຈີ້ເລີ໋ນ, ທ່ຽວຊົມ ຫໍບູຊາ ບູຮານ ຟູ່ເຈົາ, ສາລາ ເຕິນເຖີ໋ຍ, ວັດ ຟ໋າບເວິນ, ອຸມົງ ຝູ໋ຖໍ້ຮ່ວາ...

ຍູ້​ແຮງ​​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ດ້ວຍຫຼາຍ​ຮູບແບບ​ໃໝ່

ພາຍຫຼັງ​ການລະບາດ​ໂຄ​ວິດ-19, ​ເພື່ອສ້າງຄວາມດຶງດູດໃຈ ສຳລັບ ນັກທ່ອງທ່ຽວ, ​ແຕ່​ຕົ້ນ​ປີ 2022, ຂະແໜງການ​ທ່ອງ​ທ່ຽວ​​ນະຄອນ ໄດ້ເລີ່ມ​ຈັດ​ຕັ້ງ​ປະຕິບັດໂຄງການ “​ນະຄອນ​ ໂຮ່ຈີ​ມິນ ຍິນດີຕ້ອນຮັບ-Welcome to Ho Chi Minh City”, “​ແຕ່​ລະ​ແຂວງ/ນະຄອນ​ ມີຢ່າງໜ້ອຍ ໜຶ່ງຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງ ທ້ອງຖິ່ນ”...

ນັກທ່ອງທ່ຽວສໍາຫຼວດ ເຂດອານຸລັກ ຊີວະນາໆ ພັນ ປ່າຊາຍເລນ ເກິ່ນເຢີ່. ພາບ: ທົງຫາຍ/VNP
ນັກທ່ອງທ່ຽວ ສໍາຫຼວດປ່າ ສາກ ຢູ່ໃນເຂດອານຸລັກ ຊີວະນາໆ ພັນ ປ່າຊາຍເລນ ເກິ່ນເຢີ່. ພາບ: ທົງຫາຍ/VNP

ຂະແໜງການທ່ອງທ່ຽວ ນະຄອນໄດ້ປະສານ​ສົມທົບ ​ກັບ​ນະຄອນ ຖູດຶກ ແລະ ເມືອງຕ່າງໆ ​ໃນ​ເຂດ ຈັດຕັ້ງການ​ສຳ​ຫຼວດ ​ແລະ ສ້າງ ທົວ, ສາຍການທ່ອງທ່ຽວໃໝ່ ​ເພື່ອ​ຍົກ​ລະດັບ ​ແລະ ປັບປຸງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃໝ່​ ຂອງ​ ນັກທ່ອງ​ທ່ຽວ.

ທ່ອງ​ທ່ຽວ​ບັນ​ເທິີງ-ອາຫານ-ບໍລິການຍາມ​ກາງຄືນແມ່ນໜ່ຶງໃນສາມກຸ່ມຜະລິດ ຕະພັນທ່ອງທ່ຽວ ໄດ້ນະຄອນ ໂຮ່ຈີມິນສຸມໃສ່ພັດທະນາ. ຈາກນັ້ນສ້າງຜະລິດຕະພັນໃໝ່ ແລະ ເປັນເອກະລັກສະເພາະເພື່ອຮັບໃຊ້ຄວາມຕ້ອງການ ທ່ີນັບມື້ສູງຂຶ້ນ ຂອງ ນັກທ່ອງທ່ຽວ.

ປັດຈຸ​ບັນ, ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ມາ​ນະຄອນ ​ໂຮ່ຈີ​ມິນ ສາມາດ​ເລືອກ​ທົວ, ການທ່ອງ​ທ່ຽວ​ໃໝ່​ຄື: ຊົມ​ນະຄອນ​ຈາກ ມຸມສູງ​ດ້ວຍ ​ເຮ​ລີກອບ​ແຕ, ຊົມພະອາທິດຕົກ ແລະ ​ຄົ້ນພົບຄວາມ ງາມ​ຂອງ​ຕົວ​ເມືອງ ຍາມຄໍ່າຄືນ ດ້ວຍການລ່ອງເຮືອ ຕາມແມ່ນໍ້າ.


ນອກຈາກນັ້ນ, ​ບັນດາເຂດ​ຊານ​ເມືອງ ກໍ​ຊຸກຍູ້​​ພັດທະນາ ຮູບການ​ ທ່ອງທ່ຽວ​ກະສິກຳ, ທ່ອງທ່ຽວ​ຊີວະພາບ ຢ່າງແຮງ. ເຊັ່ນ: ເມືອງ ເກິ່ນເຢີ່ ແມ່ນເມືອງ ໜຶ່ງດຽວ ຂອງນະຄອນ ໂຮ່ຈີມິນ ມີຝັ່ງທະເລຍາວ 23 ກມ ພ້ອມກັບເນື້ອທີ່ແມ່ນໍ້າລຳເຊ ແລະ ລະບົບນິເວດປ່າ ຊາຍເລນ ກວ່າ 22.000 ເຮັກຕາ ທີ່ເປັນເອກະລັກ ສະເພາະ, ເຮັດໃຫ້ອາກາດ ເຢັນສະບາຍ ແລະ ສົດຊື່ນ ຕະຫຼອດປີ. ​ເປັນ​ໜຶ່ງ​ໃນ​ບັນດາ​ເຂດອະ​ນຸ​ລັກ​ຊີ​ວະ​ນາ​ໆ ​ພັນ ແຫ່ງທຳອິດ ​ຢູ່ ​ຫວຽດນາມ, ​ໄດ້ຮັບ​ຂະໜານ​ນາມ​ວ່າ ເປັນ “ເກາະ​ດອນຂຽວ” ຂອງ​ນະຄອນ ​ທີ່​ມີ​ປ່າ​ຊາຍເລນ​ ມີຄວາມ​ສວຍ​ງາມດັ້ງເດີມ. ມາຍັງ​​ເຂດ​ທ່ອງ​ທ່ຽວຊີວະພາບ ເກິ່ນເຢີ່, ນັກທ່ອງທ່ຽວ ຈະໄດ້ຄົ້ນພົບທຳ​ມະ​ຊາດ​ທີ່​ງົດງາມມະ​ຫັດ​ສະ​ຈັນ ແລະ ຊວນຝັນ ​ຢູ່ຕາມບັນດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່ຖືກ​ສ້າງ​ຂຶ້ນ ​ໂດຍ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ ທ່ີມີຢູ່ແລ້ວ.

ຂີ່ເຮືອ ນົກຫົງ ໄປສຳຫຼວດ ຄອງເໝືອງ ຍຽວລົກ ທີ່ໄຫຼ ລະອິດລະອ້ຽວໃນໃຈກາງເມືອງ. ພາບ: ທົງຫາຍ/VNP

ສິ່ງທີ່​ໜ້າ​ສົນ​ໃຈ​ອີກ​ຢ່າງ​ໜຶ່ງ​ແມ່ນ ​ນັກ​ທ່ອງ​ທ່ຽວ​ ຕ່າງ​ປະ​ເທດ ​ເປັນ​ຈຳ​ນວນ​ຫຼາຍ​ ຍັງ​ໄດ້​ເລືອກ​ທ່ຽວທາງ​ແມ່​ນ້ຳ​ ເພື່ອ​ສຳ​ຫຼວດ ​ໄຊ​ງ່ອນ. ​ເພື່ອ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ເຄື່ອນຍ້າຍ ​​ຜູ້​ໂດຍສານ​ທີ່​ເດີນ ທາງ​ດ້ວຍ​ທາງ​ນ້ຳ, ນະຄອນ​ ໂຮ່ຈີ​ມິນ ​ໄດ້ເປີດ​ນຳ​ໃຊ້ ທາງ​ລົດ​ໄຟ 3 ສາຍ​ ທີ່​ເຊື່ອມ​ຕໍ່​ຢ່າງ​ໄວ​ ຈາກ​ທ່າ​ກຳ​ປັ່ນ ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ ​ໃນ​ຕົວ​ເມືອງ.

ເມືອງ ກູ່​ຈີ ຍັງ​ຖື​ວ່າ​ ແມ່ນ “ເຂດລ້ອມຮອບ​ຂຽວ” ຂອງ ​ນະຄອນ ​ໂຮ່ຈີ​ມິນ, ເໝາະ​ສົມ​ເພື່ອ​ພັດທະນາ​ການທ່ອງທ່ຽວຊີວະພາບ, ທ່ອງທ່ຽວ ສວນ. ເມື່ອ​ມາຍັງ ກູ່ຈີ, ນັກທ່ອງທ່ຽວຈະໄດ້ ຢ້ຽມ​ຊົມ ​ສວນ​ໝາກໄມ້​ ​ລຽບ​ຕາມ​ແມ່​ນ້ຳ ໄຊງ່ອນ, ເຂດນິ​ຄົມ​ຂຽວ, ເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ອຸ​ມົງ ກູ່ຈີຫຼື ສຳ​ຜັດ​ກັບ​ຄວາມ​ສຸກ ​ຂອງ “ມື້ໜຶ່ງເປັນຊາວກະສິ ກອນ” ຢູ່​ບັນ​ດາ​ເຂດເຮືອນສວນ ທີ່​ອຸ​ດົມ​ສົມ​ບູນ.


ເປັນ​ທີ່​ຮູ້​ກັນດີ​ວ່າ, ປັດຈຸ​ບັນ, ນະຄອນ ​ໂຮ່ຈີ​ມິນ ພວມ​ສຸມ​ໃສ່​ພັດທະນາ​ບັນດາ​ກຸ່ມ​​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ບັນ​ເທິີງ-ອາຫານ-ບໍລິການຍາມ​ກາງ ຄືນ ແນໃສ່​ສ້າງ​ບັນດາ​ຜະລິດ​ຕະພັນ​ໃໝ່ ​ແລະ ​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ທ່ີນັບມື້ສູງຂຶ້ນ​ ຂອງ ນັກ​ທ່ອງ​ທ່ຽວ.

ຜ່ານປະສົບການຕົວຈິງ ກັບການລ່ອງເຮືອທ່ອງທ່ຽວ ຢູ່ຕາມແມ່ນ້ໍາ ໄຊງ່ອນ. ພາບ: ເອກະສານ

ນະຄອນ​ ໂຮ່ຈີມິນ ມີ 366 ສະຖານ​ທີ່​ສາມາດ​ຂຸດ​ຄົ້ນ ​ແລະ ພັດທະນາ​ຜະລິດ​ຕະພັນ ​ການທ່ອງທ່ຽວ ດ້ວຍ 4 ກຸ່ມ​ໃຫຍ່​ຄື: ທ່ອງ​ທ່ຽວ​ທຳ​ມະ​ຊາດ, ທ່ອງທ່ຽວ​ວັດທະນະທຳ​ ທີ່ເປັນຮູບປະທໍາ ແລະ ທ່ອງ​ທ່ຽວ​ຕິດ​ພັນ​ກັບກິດຈະກຳຕ່າງໆ ທີ່ຖືກສ້າງຂຶ້ນໂດຍມະນຸດ, ທັນສະໄໝ. ປັດຈຸ​ບັນ, ຂະແໜງ ອຸດສາຫະກຳ​ ການທ່ອງທ່ຽວ ​ຂອງ ​ນະຄອນ​ ໄດ້​ສົມທົບ ​ກັບ​​ວິ​ສາ​ຫະກິດ​ ປະກາດ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງ ການ​ທ່ອງ​ທ່ຽວ ກວ່າ 40 ລາຍການ ໃນບັນດາເມືອງ.

ບົດ: VNP/ທົງຫາຍ - ພາບ: ທົງຫາຍ, ຫງວຽນລວນ ແລະ ເອກະສານ - ແປໂດຍ: ບິກລຽນ


top