ຂ່າວສານ

ນະຄອນ ໂຮ່ຈີມິນ ສະແດງຄວາມຮູ້ບຸນຄຸນ ຕໍ່ການສະໜັບສະໜູນ, ການຮ່ວມເດີນທາງ ຂອງເພື່ອນມິດ ສາກົນ

ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ໄທ ປະຈຳ ນະຄອນ ໂຮ່ຈີມິນ, ຫວັງຢ່າງຍິ່ງວ່າ ຈະສືບຕໍ່ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ລັດຖະບານ ຫວຽດນາມ ແລະ ການນຳ ນະຄອນ ໂຮ່ຈີມິນ
  ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ແລະ ຜູ້​ຕາງ​ໜ້າ​ຄະ​ນະກົງ​ສູນປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ (ພາບ: VNA)  

ທຸກໆ ຜົນງານ ທີ່ນະຄອນ ໂຮ່ຈີມິນ ບັນລຸໄດ້, ຄຽງ​ຂ້າງຄວາມເປັນເອກະພາບ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຄວາມຮ່ວມແຮງຮ່ວມໃຈ ຂອງອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດແລ້ວ, ຍັງມີ ການສະໜັບສະໜູນ, ການຮ່ວມເດີນທາງ ແລະ ການຊ່ວຍເຫຼືອຈາກເພື່ອນມິດເປັນ​ຈຳ​ນວນຫຼວງຫຼາຍໃນນປະຊາຄົມ ສາກົນອີກ​ດ້ວຍ. ນັ້ນແມ່ນ ຄຳຢັ້ງຢືນ ຂອງທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ, ໃນງານລ້ຽງ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026), ທີ່ຈັດຂຶ້ນ ໃນຕອນຄ່ຳ ຂອງວັນ​ທີ24 ສິງ​ຫາ ຢູ່ ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນວັນເດືອກ ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ຮັບຮູ້ວ່າ ເພື່ອປະຕິບັດ ບັນດາເປົ້າ​ໝາຍ, ໜ້າທີ່ການພັດທະນາ ແລະ ວິໄສທັດ ທີ່ໄດ້ວາງອອກໃຫ້​ໄດ້​ນັ້ນ, ພ້ອມ​ກັບ​ການ ການເສີມຂະຫຍາຍກຳລັງພາຍໃນ, ການເປີດກວ້າງວຽກງານ​ພົວ​ພັນ​ກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າສາກົນ ຍາມໃດກໍມີ ຄວາມໝາຍສຳຄັນພິ​ເສດ.

ຕາງໜ້າ ຄະນະກົງສຸນ ຢູ່ ນະຄອນ ໂຮ່ຈີມິນ, ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ໄທ ປະຈຳ ນະຄອນ ໂຮ່ຈີມິນ, ຫວັງຢ່າງຍິ່ງວ່າ ຈະສືບຕໍ່ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ລັດຖະບານ ຫວຽດນາມ ແລະ ການນຳ ນະຄອນ ໂຮ່ຈີມິນ ; ກໍ່​ຄືຍາມ​ໃດ​ກໍ່​ກຽມ​ພ້ອມ​ປະກອບສ່ວນ ເຂົ້າ ວິວັດແຫ່ງການ ເຊື່ອມໂຍງ​ກັບສາກົນ ຂອງນະຄອນ, ພ້ອມທັງ ຊຸກຍູ້ ການຮ່ວມມື ໃນບັນດາຂົງເຂດ ການຄ້າ ແລະ ການລົງທຶນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພັດທະນາ ແບບຍືນຍົງ, ນະວັດຕະກຳ ແລະ ການ​ພົບ​ປະແລກປ່ຽນ ປະຊາຊົນໃຫ້ຫຼາຍກວ່າ​ອີກ.


top